ພະລັງແຮງໃໝ່ ກຳນົດອະນາຄົດ ຫວຽດນາມ
ເລຂາທິການໃຫຍ່ ໂຕເລິມເຂົ້າຮ່ວມງານວາງສະແດງ ພັກກອມມູນິດ ຫວຽດນາມ - ຈາກກອງປະຊຸມໃຫຍ່ຮອດກອງປະຊຸມໃຫຍ່
ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ ຕ້ອງນຳໜ້າໃນການເຕີບໂຕບັນລຸລະດັບສອງຕົວເລກ
ເປັນຄັ້ງທຳອິດວົງເງິນການນຳເຂົ້າສົ່ງອອກ ຫວຽດນາມ ບັນລຸລະດັບ 900 ຕື້ USD
ນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສ້າງແຜນຮ່າງລະບອບບຸລິມະສິດໃຫ້ແກ່ຜູ້ມີຄວາມເກັ່ງກ້າສາມາດໜຸ່ມ
ເພື່ອໃຫ້ນະວັດຕະກຳ ແລະ ການຫັນເປັນດີຈີຕອນກາຍເປັນກຳລັງໜູນພັດທະນາປະເທດຊາດຢ່າງແທ້ຈິງ
ເປີດນຳໃຊ້ຂົວໃໝ່, ຊຸກຍູ້ການແລກປ່ຽນການຄ້າ ລາວ - ໄທ - ຫວຽດນາມ
ນະຄອນໂຮ່ຈີມິນ ດຶງດູດເງິນລົງທຶນ FDI ເພີ່ມຂຶ້ນ 24,2%
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ
ໂລໂລຈ໊າຍ ແລະ ກວິ່ງເຊີນ - ໝູ່ບ້ານທ່ອງທ່ຽວ ທ່ີດີເດັ່ນ ທີ່ສຸດໂລກ ປີ 2025
ວັນທີ 17 ຕຸລາ 2025, ທີ່ເມືອງ ຫູໂຈ (ສປ ຈີນ), ອົງການທ່ອງທ່ຽວ ສະຫະປະຊາຊາດ (UN Tourism) ໄດ້ຍົກຍ້ອງໝູ່ບ້ານ ສອງແຫ່ງ ຂອງ ຫວຽດນາມ ຄື: ໂລໂລຈ໊າຍ (ແຂວງ ຕວຽນກວາງ) ແລະ ກວິ່ງ ເຊີນ (ແຂວງ ລ້າງເຊີນ) ເປັນໝູ່ບ້ານທ່ອງທ່ຽວ ທ່ີດີເດັ່ນ ທີ່ສຸດໂລກ ປີ 2025 (Best Tourism Villages). ນາມມະຍົດນີ້ ບໍ່ພຽງແຕ່ ເປັນຄວາມພາກພູມໃຈ ຂອງ ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງເປັນການ ຮັບຮູ້ຈາກນາໆ ຊາດ ຕໍ່ຄວາມພະຍາຍາມ ໃນການປົກປັກຮັກສາ ວັດທະນະທຳ ທ້ອງຖິ່ນ ແລະ ພັດທະນາ ການທ່ອງທ່ຽວ ແບບຍືນ ຍົງ ຂອງ ຫວຽດນາມ. ໝູ່ບ້ານສອງແຫ່ງນີ້ ເຖິງວ່າຈະຫ່າງໄກກັນ ທາງພູມສາດ, ແຕ່ລ້ວນມີຈຸດຄືກັນ ໃນການປົກປັກຮັກສາ ສະຖາປັດຕະຍະກຳ, ຮີດຄອງປະເພນີ ແລະ ການດຳລົງຊີວິດ ແບບດັ້ງເດີມໄວ້ຢ່າງຄົບຖ້ວນ, ເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນ “ອັນຍະມະນີ ສີຂຽວ” ທີ່ດຶງດູດນັກທ່ອງທ່ຽວ ຈາກທົ່ວໂລກ. ຫວຽດນາມ - ຈຸດໝາຍປາຍທາງໃໝ່ ຂອງ ນັກສຶກສາທົ່ວໂລກ
ໃນຊຸມປີ ມໍ່ໆ ມານີ້, ຈໍານວນນັກສຶກສາຕ່າງປະເທດ ທີ່ເຂົ້າມາສຶກສາ ຢູ່ບັນດາມະຫາວິທະຍາໄລ ຂອງ ຫວຽດນາມ ມີແນວໂນ້ມເພີ່ມຂຶ້ນຢ່າງແຮງ. ນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ເປັນປະເທດທີ່ປອດໄພ, ເປັນມິດ, ມີພື້ນຖານວັດທະນະທຳ ທີ່ຫຼາກຫຼາຍ, ອຸດົມສົມ ບູນ ແລະ ດຶງດູດໃຈຜູ້ຄົນເທົ່ານັ້ນ, ແຕ່ຄວາມສາມາດ ໃນການຝຶກອົບຮົມ ລະດັບມະຫາວິທະຍາໄລ ກໍ່ໄດ້ພັດທະນາ ແລະ ກ້າວເຂົ້າໃກ້ກັບລະດັບສາກົນ. ພ້ອມກັນນັ້ນ, ການທີ່ ຫວຽດນາມ ນັບມື້ມີຫຼາຍມະຫາວິທະຍາໄລ ຕິດອັນດັບມະຫາວິທະຍາໄລ ທີ່ມີຊື່ສຽງໃນໂລກ, ມີນະໂຍບາຍທີ່ ໂປ່ງໃສ, ເປີດກວ້າງ ແລະ ອໍານວຍຄວາມສະດວກ ດ້ານວີຊາ, ຄ່າທໍານຽມການສຶກສາ, ທຶນການສຶກສາ, ທີ່ພັກອາໄສ, ການເດີນທາງ... ໄດ້ປະກອບສ່ວນ ດຶງດູດນັກສຶກສາຕ່າງປະເທດ ໃຫ້ເຂົ້າມາສຶກສາຢູ່ ຫວຽດນາມ. ບົດເພງ ປະຫວັດສາດ ຈາກຫີນ
ຢູ່ເທິງພູພຽງຫີນ ດົ່ງວັນ, ກ້ອນຫີນ ເໝືອນມີຊະຕາກຳ. ເດັກ ນ້ອຍເກີດ ຢູ່ເທິງກ້ອນຫີນ, ໄວໜຸ່ມສາວ ຈີບ ກັນຢູ່ຂ້າງກຳ ແພງຫີນ, ປະຊາຊົນ ປູກພືດເພື່ອດຳລົງຊີວິດຢູ່ຕາມຮ່ອມ ຜົ້ງ ຫີນ ແລະ ເມື່ອເສຍຊີວິດ ໄປ ກໍຖືກຝັງຢູ່ ໃນສຸສານຫີນ. ຫີນ ກາຍເປັນປ່າ, ເປັນພູ, ເປັນກຳແພງ ປົກປ້ອງ ປະຊາຊົນ ໃນ ການດຳລົງຊີວິດ ທີ່ທຸກຍາກລຳບາກ ແລະ ໃນສົງຄາມ ປ້ອງ ກັນຊາດ. 17 ຊົນເຜົ່າ ອ້າຍນ້ອງໃນທີ່ນີ້ ໄດ້ຖືວ່າ ຫີນເປັນ ເທບພະເຈົ້າ ສັກສິດທີ່ສຸດ. ພວກເຂົາ ປ່ຽນຫີນໃຫ້ເປັນ ວັດທະນະທຳ, ເປັນຊັບສິນ, ເປັນຜະລິດຕະພັນທ່ອງທ່ຽວ ແລະ ເຮັດໃຫ້ ພື້ນທີ່ແຫ້ງແລ້ງທີ່ສຸດ ຫວຽດນາມ ກາຍເປັນ ຈຸດເດັ່ນຂອງການທ່ອງທ່ຽວ ຢູ່ ອາຊີ. ວັນໃໝ່ ເທິງດິນແດນ ວິລະຊົນ
ໃນຊ່ວງວັນເວລາ ທ່ີສໍາຄັນທາງປະຫວັດສາດ ຂອງ ລະດູ ໃບໄມ້ຫຼົ່ນ ເດືອນ ສິງຫາ, ເຊິ່ງເປັນການສະເຫຼີມສະຫຼອງ 80 ປີ ຂອງ ການ ປະຕິວັດ ເດືອນ ສິງຫາ ແລະ ວັນຊາດ ທີ 2 ກັນຍາ, ພວກຂ້າພະ ເຈົ້າ ໄດ້ເດີນທາງກັບຄືນສູ່ແຂວງ ຕວຽນກວາງ, ກວາງຈິ, ໄຕນິງ, ບັນດາດິນແດນທີ່ໄດ້ຈາລຶກຊື່ຂອງຕົນເອງໄວ້ ໃນໜ້າປະຫວັດສາດ ອັນຮຸ່ງເຮືອງຂອງຊາດ. ດິນແດນ ແຕ່ລະແຫ່ງ ທ່ີພວກຂ້າພະເຈົ້າ ໄດ້ຜ່ານໄປ ແມ່ນເລື່ອງເລົ່າ ທີ່ເຕັມໄປດ້ວຍແຮງບັນດານໃຈ ກ່ຽວ ກັບ ການເດີນທາງ 80 ປີແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາ ປະເທດຊາດ. ລົບລ້າງເຮືອນຢູ່ຊົ່ວຄາວ ແລະ ຊຸດໂຊມ ໃຫ້ແກ່ປະຊາຊົນ - ແມ່ນ ຄໍາຮຽກຮ້ອງທີ່ເຕັມໄປດ້ວຍ ມະນຸດສະທໍາ ຂອງພັກ
ເປັນເວລາເກືອບ 40 ປີ ແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ ສ້າງ ສິ່ງມະຫັດສະຈັນ ຫຼາຍຢ່າງ, ແຕ່ໃນທ່າມກາງ ສະພາບລວມ ເສດຖະກິດ-ສັງຄົມ ທີ່ພວມມີການປ່ຽນແປງໄປ ໃນທິດທາງ ທີ່ສົດໃສ, ຍັງຄົງມີ ຄອບຄົວ ທຸກຍາກ ເກືອບ 274.000 ຄອບຄົວ, ໃກ້ຈະທຸກຍາກ ແລະ ຄອບຄົວນະໂຍບາຍ ທີ່ຍັງຕ້ອງດໍາລົງຊີວິດ ໃນເຮືອນ ຢູ່ຊົ່ວຄາວ, ເຮືອນຊຸດໂຊມ. ດັ່ງນັ້ນ, ໂຄງການ “ທົ່ວ ປວງຊົນ ຮ່ວມແຮງ ຮ່ວມໃຈ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນ ຊຸດໂຊມໃນ ທົ່ວປະເທດ” ໄດ້ສະແດງໃຫ້ເຫັນເຖິງ ມະນຸດສະທໍາ, ຈິດໃຈ ແຫ່ງຄວາມຮັກແພງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ບໍ່ປະໄວ້ ໃຫ້ໃຜຢູ່ເບື້ອງຫຼັງ... ແລະ ນີ້ແມ່ນໜຶ່ງ ໃນຫຼາຍ ນະໂຍບາຍ ທີ່ ຫວຽດນາມ ພວມພະຍາຍາມ ປະຕິບັດ ເພື່ອສະແດງ ໃຫ້ເຫັນເຖິງ ຄໍາໝັ້ນສັນຍາຕໍ່ຊາວໂລກ ກ່ຽວກັບການປົກປ້ອງ ແລະ ສົ່ງເສີມ ສິດທິມະນຸດ, ຖືວ່າ ນີ້ແມ່ນເປົ້າໝາຍ ແລະ ແຮງກະຕຸ້ນ ຂອງ ການພັດທະນາປະເທດຊາດ.



















