ຫັດຖະກຳໄມ້ ກີມບົ່ງ ຊື່ສຽງດັງກ້ອງ

ຫັດຖະກຳໄມ້ ກີມບົ່ງ ຊື່ສຽງດັງກ້ອງ

ຕັ້ງຢູ່ໃກ້ກັບເມືອງເກົ່າ ໂຮ້ຍອານ, ບ້ານຫັດຖະກຳໄມ້ ກີມບົ່ງ ໄດ້ມີຊື່ສຽງມາແຕ່ດົນນານ ດ້ວຍ ຝີມື ອັນປານີດ. ອາຊີບຫັດຖະກຳໄມ້ ໄດ້ປາກົດຂຶ້ນ ຢູ່ທີ່ນີ້ ຕັ້ງແຕ່ສະຕະວັດທີ 17, ເບື້ອງຕົ້ນແມ່ນການສືບທອດຈາກພໍ່ສູ່ລູກ, ຕໍ່ມາໄດ້ເປີດກວ້າງ ໃຫ້ຄົນພາຍນອກເຂົ້າມາຮຽນຮູ້. ຜ່ານຫຼາຍເຊັ່ນຄົນ, ກີມບົ່ງ ຍັງຄົງຮັກສາຖານະ ເປັນໜຶ່ງໃນບັນດາບ້ານຫັດຖະກຳມູນເຊື້ອ ທີ່ໂດດເດັ່ນໃນພາກກາງ ຂອງ ຫວຽດນາມ.

ນັກທ່ອງທ່ຽວ ຕ່າງປະເທດ ມີຄວາມສົນໃຈກັບເຕັກນິກການເລື່ອຍໄມ້ ແບບດັ້ງເດີມ ຂອງຊາວບ້ານ ຫັດຖະກຳໄມ້ ກີມບົ່ງ. 

ບ້ານ ກີມບົ່ງ ໃນສະໄໝກ່ອນ ແມ່ນ ເຈົາກີມບົ່ງ, ຂຶ້ນກັບຕາ ແສງ ໝີ໊ເຄ, ເມືອງ ຢຸຍຊວຽນ, ແຂວງ ກວາງນາມ (ປັດຈຸບັນແມ່ນເມືອງ ໂຮ້ຍອານ, ນະຄອນ ດ່າໜັງ). ຕາມບັນດາຕະກຸນເກົ່າແກ່ ໃນບ້ານ, ຜູ້ກໍ່ຕັ້ງອາຊີບຫັດຖະກຳ ໄມ້ກີມບົ່ງ ແມ່ນຊາວ ແທງ ຮວ໋າ ທີ່ໄດ້ຍົກຍ້າຍເຂົ້າມາຕັ້ງຖິ່ນຖານ ເຮັດອາຊີບ ຕັ້ງແຕ່ສະຕະວັດທີ 16. ໃນຕອນເລີ່ມຕົ້ນ, ພວກເຂົາເຈົ້າເຮັດອາຊີບປຸກ ເຮືອນ ດ້ວຍໄມ້ໄຜ່, ຕໍ່ມາແມ່ນເຮັດເຮືອນໄມ້, ເຄື່ອງໃຊ້ໃນຄົວເຮືອນ, ແລ້ວຈຶ່ງປະກອບເຮືອຫາປາ. ຕໍ່ມາ, ຊ່າງໄມ້ ກີມບົ່ງ ຫຼາຍຄົນຍັງໄດ້ຖືກເຊີນໂດຍລາຊະວົງ ຫງວຽນ (1802-1945) ໄປນະຄອນຫຼວງ ເຫວ້ ເພື່ອສ້າງພະລາດຊະວັງ, ສຸສານ, ເຊິ່ງໄດ້ປະໄວ້ຮ່ອງຮອຍ ໃນບັນດາສິ່ງກໍ່ສ້າງ ສະຖາປັດຕະຍະກຳທີ່ຍິ່ງໃຫຍ່.

ອາຊີບຫັດຖະກຳໄມ້ ເປັນວຽກທີ່ໜັກໜ່ວງ, ສ່ວນຫຼາຍແມ່ນຜູ້ຊາຍ ເປັນຜູ້ຮັບຜິດຊອບ. ເພື່ອຈະກາຍເປັນຊ່າງໄມ້ທີ່ເກັ່ງ, ແຕ່ ລະຄົນຕ້ອງຮຽນຮູ້ ອາຊີບແຕ່ 3-5 ປີ; ຖ້າຢາກກາຍເປັນນັກສິລະປິນ, ພວກເຂົາເຈົ້າຕ້ອງຝຶກຝົນແຕ່ 15-20 ປີ. ຮ່ອງຮອຍຝີມືຂອງຊ່າງໄມ້ ກີມບົ່ງ ໃນປັດຈຸບັນຍັງຄົງປາກົດໃຫ້ເຫັນຢ່າງຊັດເຈນໃນເມືອງເກົ່າ ໂຮ້ຍອານ, ຢູ່ຕາມເຮືອນໄມ້ເກົ່າແກ່, ສາລາວັດ ແລະ ໂບດຂອງຕະກຸນ, ເຊິ່ງໄດ້ປະກອບສ່ວນສ້າງຄວາມງາມທາງດ້ານສະຖາປັດ ຕະຍະກຳ ທີ່ເປັນເອກະລັກທີ່ໄດ້ຮັບການຮັບຮອງຈາກອົງການ UNESCO.

ອາຊີບຫັດຖະກຳໄມ້ ໄດ້ປາກົດຂຶ້ນ ຢູ່ບ້ານ ຫັດຖະກຳໄມ້ ກີມບົ່ງ ຕັ້ງແຕ່ສະຕະວັດທີ 17. 

ນອກຈາກສ້າງເຮືອນໄມ້ແລ້ວ, ໝູ່ບ້ານແຫ່ງນີ້ ຍັງໄດ້ພັດທະນາສາຍຜະລິດຕະພັນ ຫັດຖະກຳສິລະປະຢ່າງໂດດເດັ່ນ. ມີຜະລິດ ຕະພັນຫຼາຍກວ່າ 50 ປະເພດ ທີ່ຖືກສ້າງສັນຂຶ້ນຈາກຮູບປັ້ນ, ແຜ່ນຈາລຶກ, ຄຳກອນ, ຮູບແຕ້ມຊົນນະບົດ (ຕົ້ນໂພ, ນໍ້າສ້າງ, ເຮືອ)... ໄປຈົນເຖິງແບບຈຳລອງ (ວັດ ເກົ່າ, ເຮືອສິນຄ້າ, ເຮືອນເກົ່າ…). ຜະລິດຕະພັນຫຼາຍຢ່າງເຄີຍໄດ້ຮັບລາງວັນ ໃນການປະກວດຫັດຖະກຳ ສິລະປະ ທົ່ວປະເທດ. ມີຫຼາຍຜົນງານໄດ້ຖືກສົ່ງອອກໄປ ເອີຣົບ, ອາເມລິກາເໜືອ, ອົດສະຕຣາລີ, ສ່ວນຕະ ຫຼາດພາຍໃນປະເທດແມ່ນຢູ່ ເຫວ້, ດ່າໜັງ, ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ.

 ຈຸດເດັ່ນ ຂອງ ຜະລິດຕະພັນ ກີມບົ່ງ ແມ່ນຄວາມປານີດ ແຕ່ໃກ້ ຊິດ. ຮູບແຕ້ມສັດສັກສິດ ສີ່ຊະນິດ (ມັງກອນ, ກິເລນ, ເຕົ່າ, ຫົງ), ຮູບແຕ້ມສີ່ລະດູການ (ດອກເໝີຍ, ດອກກ້ວຍໄມ້, ດອກ ເບັນຈະມາດ, ໄມ້ໄຜ່) ຫຼື ແບບຈຳລອງທີ່ກ່ຽວ ຂ້ອງກັບຊົນນະບົດ ຫວຽດ ນາມ ເຊິ່ງກະຕຸ້ນຄວາມຊົງຈຳທາງວັດທະນະທຳ, ພ້ອມທັງຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ. ບັນດານັກສິລະປິນທັງຮັກສາ ເຕັກນິກ ດັ້ງເດີມ, ທັງສ້າງສັນຕາມຄວາມຕ້ອງການ    ໃໝ່, ຊ່ວຍໃຫ້ບ້ານຫັດຖະກຳ ຍັງຄົງມີ ຊີວິດຊີວາ.

ນັກທ່ອງທ່ຽວ ຢ້ຽມຊົມພື້ນທີ່ວາງສະແດງ ຂອງຄອບຄົວສິລະປິນ ຮວິ່ງຣີ.

ໃນຊຸມປີມໍ່ໆ ມານີ້, ພ້ອມກັບການພັດທະນາການທ່ອງທ່ຽວ ໂຮ້ຍອານ, ບ້ານຫັດຖະກຳໄມ້ ກີມບົ່ງ ໄດ້ຮັບການຟື້ນຟູຢ່າງແຂງ ແຮງ. ນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ສາມາດເບິ່ງຊ່າງໄມ້ເຮັດວຽກໂດຍກົງ, ຮຽນຮູ້ຂະບວນການຜະລິດ ຫຼື ຊື້ຜະລິດຕະພັນຫັດຖະກຳ ທີ່ປານີດ ເປັນຂອງທີ່ລະນຶກ. ມີຫຼາຍຄອບຄົວເຊັ່ນ: ຄອບຄົວ ຂອງທ່ານ ຮວິ່ງຣີ, ຮວິ່ງເຊື໋ອງ, ຫວໍ໊ຊວນເຟືອງ ຫຼື ຢຸຍ … ຍ້ອນອາຊີບຫັດຖະກຳໄມ້ ແລະ ບໍລິການການທ່ອງທ່ຽວ ຈຶ່ງມີລາຍຮັບທີ່ໝັ້ນຄົງຫຼື ກາຍເປັນຄົນຮັ່ງມີ.

ຜະລິດຕະພັນຫັດຖະກຳໄມ້ ທີ່ເປັນເອກະລັກ.

ອາຊີບຫັດຖະກຳໄມ້ ກີມບົ່ງ ໃນມື້ນີ້ ບໍ່ພຽງແຕ່ປະກອບສ່ວນ ຮັກສາ ເອກະລັກວັດທະນະທຳ ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງກາຍເປັນຂົວຕໍ່ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າໃຈຫຼາຍຂຶ້ນກ່ຽວກັບຄຸນຄ່າ ຂອງ ຝີມືຊ່າງ ຫວຽດ. ຜ່ານມາຫຼາຍກວ່າ ສີ່ສະຕະວັດ, ຮ່ອງຮອຍການແກະສະຫຼັກ, ການກົບໄມ້ຢູ່ ກີມບົ່ງ ຍັງຄົງດັງກ້ອງ, ຢືນຢັນຊີວິດຊີວາ ທີ່ຍືນຍົງຂອງບ້ານຫັດ ຖະກຳ ທີ່ໄດ້ຄຽງຄູ່ກັບປະຫວັດສາດ ຂອງເມືອງເກົ່າ ໂຮ້ຍອານ.

ປະຈຸ​ບັນ, ໝູ່​ບ້ານ ຫັດຖະກຳໄມ້ ກີມບົ່ງ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ​ແລະ ສະ​ຖານ​ທີ່​ທ່ອງ​ທ່ຽວ​ອາຊີບ​ຊ່າງ​ໄມ້​ພື້ນ​ເມືອງ​ຢູ່​ນະຄອນ ໂຮ້ຍອານ.

ພິທີບູຊາ ບັນພະບູລຸດ ເພື່ອລະນຶກ ເຖິງຜູ້ກໍ່ຕັ້ງ ອາຊີບຫັດ ຖະກຳໄມ້.
  • ບົດ ແລະ ພາບໂດຍ: ແທງຮ່ວາ/VNP - ແປໂດຍ: ຢືຟຽນ

Top