ບ່ອນດົນຕີເກົ່າ ດັງຂຶ້ນ ຢູ່ໃຈກາງ ນະຄອນ ຮ່າໂນ້ຍ

ບ່ອນດົນຕີເກົ່າ ດັງຂຶ້ນ ຢູ່ໃຈກາງ ນະຄອນ ຮ່າໂນ້ຍ

ໃນຂະນະທີ່ຄົນໜຸ່ມສາວ ໃນຍຸກປັດຈຸບັນ ເຄີຍຊິນ ກັບການຟັງ ເພງ ໂດຍການແຕະພຽງສອງສາມຄັ້ງ ເທິງສະມາດໂຟນ, ຮ້ານ Nậu Café & Workshop Cassette ເຊິ່ງເປັນຮ້ານນ້ອຍໆ ແຫ່ງໜຶ່ງ ຕັ້ງຢູ່ຖະໜົນ ຫງວຽນເລືອງບັ່ງ (ຮ່າໂນ້ຍ) ໄດ້ພາຫຼາຍ ຄົນກັບຄືນສູ່ຍຸກ ທີ່ການເພີດເພີນ ກັບດົນຕີ ເປັນປະສົບການ ຕົວຈິງທີ່ໜ້າຕື່ນເຕັ້ນ: ພຽງແຕ່ເລືອກແຜ່ນ, ເປີດຝາ ຄາແຊັດ, ກົດປຸ່ມຫຼິ້ນ ແລະ ຟັງເພງ ທີ່ມີຊີວິດຊີວາ ແລະ ຈັບໃຈ.

ພື້ນທີ່ ແລະ ສຽງດົນຕີ ທີ່ອອນຊອນດຶງດູດຄົນໜຸ່ມສາວ.

ບໍ່ພຽງແຕ່ ເປັນຮ້ານກາເຟ ທຳມະດາ, Nậu Café & Workshop Cassette ຄ້າຍຄືກັບ “ຮ້ານຂາຍແຜ່ນສຽງ ທີ່ມີ ບໍລິການກາເຟ”, ບ່ອນທີ່ເຄື່ອງໃຊ້ທຸກຢ່າງ ລ້ວນແຕ່ເຊື່ອງຊ້ອນ ເລື່ອງລາວ ທີ່ໜ້າຄິດຮອດ ແລະ ທຸກເພງ ທີ່ເປີດຂຶ້ນມາ ພ້ອມ ກັບຄວາມຮູ້ສຶກສະເພາະຕົວ ທີ່ບໍ່ມີຮູບແບບ ດີຈີຕອນໃດສາ ມາດທຽບໄດ້. ສິ່ງທີ່ໜ້າສົນໃຈແມ່ນຜູ້ກໍ່ຕັ້ງທັງສອງຄື ທ່ານ ເຢືອງດັ້ງເກື່ອງ ແລະ ທ່ານ ຫງວຽນດິ່ງຮ໋ຽວ, ລ້ວນແຕ່ເກີດ ໃນ ປີ 1997, ເຊິ່ງເປັນຄົນຮຸ່ນໃໝ່ ທີ່ເຕີບໃຫຍ່ໃນຍຸກ ຂອງ MP3, YouTube ແລະ Spotify. ແຕ່ເຖິງຢ່າງນັ້ນ, ຄວາມຜູກພັນ ຂອງ ພວກເຂົາ ກັບວັດທະນະທຳ ການຟັງເພງແບບດັ້ງເດີມ ໄດ້ເກີດຂຶ້ນຢ່າງເປັນທຳມະຊາດ ແລະ ຄິດບໍ່ເຖິງ.

ຮ້ານ Nậu Café & Workshop Cassette ສ້າງຕັ້ງໂດຍ ຊາຍໜຸ່ມສອງຄົນຄື ທ່ານ ເຢືອງດັ້ງເກື່ອງ ແລະ ທ່ານ ຫງວຽນດິ່ງຮ໋ຽວ.

ທ່ານ ຮ໋ຽວ ກ່າວວ່າ: “ຍ້ອນຄວາມມັກ ໃນສິນຄ້າມືສອງ, ຂ້າພະເຈົ້າເຄີຍສະສົມເສື້ອ ທີ່ພິມຮູບວົງດົນຕີ ຕ່າງປະເທດ. ຈາກນັ້ນ, ຂ້າພະເຈົ້າ ກໍເລີ່ມຊອກຮູ້ ກ່ຽວກັບດົນຕີ ໃນຊຸມປີ 90 ດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄ່ອຍໆ ເລີ່ມເດີນທາງໃນ ການສະສົມແຜ່ນ CD, ເຄື່ອງຫຼິ້ນແຜ່ນສຽງ ແລະ ເຄື່ອງຫຼິ້ນຄາ ແຊັດ”. 

ພື້ນທີ່ ສຳລັບຜ່ານປະສົບການດົນຕີຫຼາຍແຫ່ງ, ຕັ້ງແຕ່ ແບບທົ່ວໄປ ຈົນເຖິງແບບສ່ວນຕົວ.

ຫຼັງຈາກບົ່ມເພາະ ແລະ ສະສົມມາໄດ້ 5 ປີ, ທ່ານ ຮ໋ຽວ ໄດ້ມີຄວາມຫວັງຢາກ ສ້າງພື້ນທີ່ ຊຶ່ງເປັນບ່ອນທີ່ທຸກຄົນ ບໍ່ພຽງແຕ່ ໄດ້ດື່ມກາເຟ ເທົ່ານັ້ນ, ແຕ່ຍັງໄດ້ສໍາຜັດ ກັບ ປະສົບການ ທາງດົນຕີ ຕາມແບບທີ່ຄົນລຸ້ນກ່ອນເຄີຍມັກ. ເພິ່ນໄດ້ແບ່ງປັນ ແນວຄິດນີ້ ໃຫ້ໝູ່ສະໜິດ ແຕ່ຕອນຮຽນ ມັດທະຍົມປາຍ ຄື ທ່ານ ເກື່ອງ ແລະ ທັງສອງ ກໍໄດ້ລົງມື ປະຕິບັດ. ຈົນຮອດປີ 2023, ຮ້ານ Nậu Café & Workshop Cassette ກໍໄດ້ຖືກ ກຳເນີດຂຶ້ນຢ່າງເປັນທາງການ, ເຮັດໃຫ້ ຄວາມຝັນ ຂອງ ສອງຄົນກາຍເປັນຄວາມຈິງ.



 ສິ່ງທີ່ເຮັດໃຫ້ Nậu Café & Workshop Cassette ສ້າງຄວາມ ປະທັບໃຈກັບ ລູກຄ້າ ບໍ່ພຽງແຕ່ ແມ່ນປະສົບການ ທາງດົນຕີ ເທົ່ານັ້ນ, ແຕ່ຍັງລວມເຖິງພື້ນທີ່ ທີ່ຖືກອອກແບບ ຄືກັບຮ້ານ ຂາຍ ແຜ່ນດົນຕີ ຄລາສຊິກ. 

 
ພື້ນທ່ີໃຈກາງຮ້ານ-ບ່ອນທີ່ເປີດແຜ່ນສຽງທຸກໆ ມື້.
ພື້ນທີ່ສຳຜັດ ກັບປະສົບການຕົວຈິງ ທີ່ດຶງດູດຄົນ ໜຸ່ມສາວ ຈໍານວນຫຼາຍ.
ພື້ນທີ່ສຳຜັດ ກັບປະສົບການ ຄາແຊັດ: ແຕ່ລະບ່ອນນັ່ງ ມີວິທະຍຸ ຟັງເພງສ່ວນຕົວ ເພື່ອໃຫ້ລູກຄ້າສາມາດເຮັດວຽກ ພ້ອມໆ ກັບການຟັງເພງ ຕາມທີ່ມັກ.
 
ພື້ນທີ່ ສົມບູນແບບ ສຳລັບການດື່ມ ແລະ ຄົ້ນພົບ ອຸປະ ກອນບັນທຶກສຽງ ສະໄໝກ່ອນ.

 ທີ່ Nậu Café & Workshop Cassette, ທ່ານສາມາດ ສໍາຜັດ ປະສົບການ ການຟັງເພງ ທັງໝົດ-ຕັ້ງແຕ່ການນຳໃຊ້ເຄື່ອງຫຼິ້ນ ແຜ່ນສຽງແບບເກົ່າ ຈົນເຖິງການເລືອກແຜ່ນ ແມ່ນບໍ່ເສຍຄ່າ. ທີມງານພະນັກງານ ຂອງ ຮ້ານຍິນດີທີ່ ຈະໃຫ້ຄຳແນະນຳ ຢ່າງ ຈິງຈັງ ກ່ຽວກັບວິທີການນຳໃຊ້ອຸປະກອນ analog ທີ່ຍັງ ບໍ່ຄຸ້ນເຄີຍກັບຄົນໜຸ່ມສາວຫຼາຍຄົນ. ສິ່ງນີ້ເອງທີ່ເຮັດໃຫ້ ປະສົບການ ຢູ່ທີ່ Nậu Café & Workshop Cassette ບໍ່ພຽງແຕ່ໜ້າສົນໃຈ ເທົ່ານັ້ນ, ແຕ່ຍັງເຕັມໄປດ້ວຍລັກສະນະ ຄົ້ນພົບອີກດ້ວຍ. 

 

ພື້ນທີ່ກາງແຈ້ງ ເປັນທ່ີນິຍົມ ຈາກຄົນໜຸ່ມສາວ ສຳລັບ ການສົນທະນາ.

ປັດຈຸບັນ Nậu Café & Workshop Cassette ມີຊຸດສະສົມ ທີ່ໜ້າປະທັບໃຈ, ມີແຜ່ນ CD ປະມານ 2.000 ແຜ່ນ, ເຄື່ອງ ຫຼິ້ນ ຄາແຊັດ ຫຼາຍຮ້ອຍເຄື່ອງ ພ້ອມທັງແຜ່ນສຽງທີ່ ຫາຍາກ ອີກ ຫຼາຍແຜ່ນ.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


Top