ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ
ຕະຫຼອດ 80 ປີທີ່ຜ່ານມາ, ຫວຽດນາມ ໄດ້ປ່ຽນແປງຢ່າງກ້າວກະໂດດ ຈາກເສດຖະກິດທີ່ທຸກຍາກ, ຫຼ້າຫຼັງ ກາຍເປັນໜຶ່ງໃນ ເສດຖະກິດ ທີ່ມີຂະໜາດໃຫຍ່ທີ່ສຸດໃນ ອາຊີ ຕາເວັນອອກສ່ຽງໃຕ້. ໃນປີ 2024, GDP ຂອງ ຫວຽດນາມ ໄດ້ບັນລຸ ປະມານ 476 ຕື້ ໂດລາສະຫະລັດ ແລະ ຄາດວ່າ ຈະເກີນ 500 ຕື້ ໂດລາສະຫະລັດ ໃນປີ 2025. ເສັ້ນທາງການພັດທະນານີ້ ແມ່ນຜົນ ຂອງ ຂະບວນການປ່ຽນແປງໃໝ່, ການເຊື່ອມໂຍງ ແລະ ການປະຕິຮູບຢ່າງເລິກເຊິ່ງ, ເຊິ່ງເປັນການປະສົມປະສານລະຫວ່າງຈິດໃຈ ເພິ່ງພາຕົນເອງ ຂອງ ຊາດ ແລະ ຄວາມປາຖະໜາ ທີ່ຈະພັດທະນາໃນຍຸກ ໂລກາພິວັດ.
ຕະຫຼອດແປດທົດສະວັດ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຫວຽດນາມ ຈາກເສດຖະກິດ ທີ່ສ່ວນໃຫຍ່ແມ່ນກະສິກຳ ທີ່ມີຊັບພະຍາກອນຈຳກັດ ແລະ ລາຍຮັບຕໍ່າ, ທັງຖືກສົງຄາມທຳລາຍ ໄດ້ກ້າວຂຶ້ນກາຍເປັນໜຶ່ງໃນເສດຖະກິດທີ່ມີການຂະຫຍາຍຕົວ ໄວທີ່ສຸດໃນໂລກ. ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຈາກຕໍ່າກວ່າ 100 ໂດລາສະຫະລັດ ເປັນເກືອບ 5.000 ໂດລາສະຫະລັດ, ເຊິ່ງຊ່ວຍໃຫ້ ຫວຽດນາມ ກ້າວເຂົ້າສູ່ກຸ່ມປະ ເທດ ທີ່ມີລາຍໄດ້ປານກາງຫາສູງ.
ຫຼັງປີ 1986, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນເຄືອຂ່າຍການຄ້າໂລກ ແລະ ມາຮອດປັດຈຸບັນ ໄດ້ລົງນາມ ແລະ ຈັດຕັ້ງປະຕິບັດສັນຍາການຄ້າເສລີ (FTA) 17 ສະບັບກັບຄູ່ຮ່ວມມືຫຼາຍກວ່າ 60 ປະເທດ, ສ່ວນຫຼາຍແມ່ນເສດຖະກິດຂະໜາດໃຫຍ່ທີ່ກວມເອົາທົ່ວທຸກທະວີບ, ເຮັດໃຫ້ ຫວຽດນາມ ກາຍເປັນໜຶ່ງໃນ 20 ປະເທດຊັ້ນນຳ ຂອງໂລກກ່ຽວກັບຂະໜາດການຄ້າສາກົນ ດ້ວຍອັດຕາການຂະຫຍາຍຕົວສູງ, ໝັ້ນຄົງ ແລະ ສືບຕໍ່ບັນລຸ ເກີນດຸນການຄ້າ.
ໂດຍສະເພາະ, ການເຂົ້າຮ່ວມໃນສັນຍາການຄ້າເສລີ ຍຸກໃໝ່ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມພາກພື້ນ ປາຊີຟິກ (CPTPP), ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (EVFTA), ສັນຍາການຄ້າເສລີ ລະ ຫວ່າງ ຫວຽດນາມ ແລະ ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (UKVFTA) ໄດ້ຢືນຢັນຄຳໝັ້ນສັນຍາ ຂອງ ຫວຽດນາມ ໃນການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ຮອບດ້ານ, ສະແດງໃຫ້ເຫັນບົດບາດ, ຖານະຂອງປະເທດ ແລະ ສະແດງໃຫ້ເຫັນການຮ່ວມມື, ຄວາມໄວ້ວາງໃຈຈາກເພື່ອນມິດສາກົນ ທີ່ມີຕໍ່ ຫວຽດນາມ.
“ພັກ ແລະ ລັດ ບໍ່ໄດ້ຢືນຢູ່ນອກເສດຖະກິດ, ແຕ່ຕ້ອງມີການລິເລີ່ມອອກແບບພື້ນທີ່ການພັດທະນາ, ສ້າງລະບົບນິເວດທີ່ຍຸຕິທຳ, ປົກປ້ອງຄຸນຄ່າພື້ນຖານ ຂອງ ຕະຫຼາດ” - ທ່ານ ເລຂາທິການໃຫຍ່ ໂຕເລີມ ຢືນຢັນ.
ອີງຕາມນາງ Mariam Sherman, ຜູ້ອໍານວຍການທະນາຄານໂລກປະຈຳ ຫວຽດນາມ, ກຳປູເຈຍ ແລະ ລາວ: “ຄວາມປາຖະໜາ ຂອງ ຫວຽດນາມ ແມ່ນອີງໃສ່ພື້ນຖານ ທີ່ໝັ້ນຄົງ ໃນສີ່ທົດສະວັດ ທີ່ຜ່ານມາ, ນັບຕັ້ງແຕ່ໄລຍະການປ່ຽນແປງໃໝ່, ບັນລຸການຂະຫຍາຍຕົວ ແລະ ອັດຕາການຫຼຸດຜ່ອນຄວາມທຸກຍາກທີ່ໂດດເດັ່ນ. GDP ເພີ່ມຂຶ້ນຢ່າງແຂງແຮງ, ເສດຖະກິດພັດທະນາຢ່າງໄວ, ຊ່ວຍໃຫ້ປະຊາຊົນ ຫຼາຍລ້ານຄົນຫຼຸດພົ້ນຈາກຄວາມ ທຸກຍາກ. ອັດຕາຄວາມທຸກຍາກ ຢ່າງຮຸນແຮງຈາກເຄິ່ງໜຶ່ງຂອງປະຊາກອນ ທັງປະເທດໄດ້ຫຼຸດລົງເຫຼືອພຽງ 1%, ເຮັດໃຫ້ ຫວຽດ ນາມ ກາຍເປັນໜຶ່ງໃນປະເທດ ທີ່ມີອັດຕາການຫຼຸດຜ່ອນຄວາມ ທຸກຍາກໄວ ທີ່ສຸດເທົ່າ ທີ່ເຄີຍມີມາ. ຄວາມສຳເລັດນີ້ສ່ວນໜຶ່ງແມ່ນຍ້ອນການປັບປຸງສະຖາບັນ ແລະ ນະໂຍບາຍເທື່ອລະກ້າວ”.
ທ່ານ Álvaro Pereira, ຫົວໜ້ານັກເສດຖະສາດ ຂອງ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ປະຈຳ ຫວຽດ ນາມ ກ່າວວ່າ: “ຂ້າພະເຈົ້າ ໄດ້ຕິດຕາມຫຼາຍປະເທດໃນໂລກ, ຈາກ ອົດສະຕຣາລີ ໄປຮອດ ອາເມລິກາເໜືອ, ອາຊີ ໄປຮອດ ອາຟຣິກາ ແລະ ລາຕິນ ອາເມລິກາ ແລະ ມີຈຳນວນໜ້ອຍທີ່ສ້າງຄວາມປະທັບໃຈໃຫ້ຂ້າພະເຈົ້າ ຫຼາຍເທົ່າກັບ ຫວຽດນາມ. ຫວຽດນາມ ກຳ ລັງຂະຫຍາຍຕົວດ້ວຍອັດຕາ ທີ່ໄວຫຼາຍ, ຫຼັງຈາກທຸກໆ 10 ປີ, ລາຍໄດ້ສະເລ່ຍເພີ່ມຂຶ້ນສອງເທົ່າ. ນີ້ແມ່ນຍ້ອນການຄຸ້ມຄອງເສດຖະກິດມະຫາພາກ ທີ່ດີເລີດ, ນະໂຍບາຍທີ່ຖືກຕ້ອງ ຂອງລັດຖະບານ ແລະ ແຮງຈູງໃຈ ອັນຍິ່ງໃຫຍ່ຈາກປະຊາຊົນ. ຫວຽດນາມ ແມ່ນໜຶ່ງໃນປະເທດ ທີ່ມີອັດຕາການຂະຫຍາຍຕົວໄວທີ່ສຸດໂລກ ໃນປັດຈຸບັນ”.
ດ້ວຍຄວາມພະຍາຍາມເຫຼົ່ານີ້, ຮອດປີ 2025, ຫວຽດນາມ ໄດ້ຖືກຈັດອັນດັບເປັນໜຶ່ງໃນ 20 ປະເທດການຄ້າຊັ້ນນຳຂອງໂລກ, 20 ຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມສຳລັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ປັດຈຸບັນ ແມ່ນຢູ່ໃນກຸ່ມ 10 ປະເທດທີ່ຮັບເງິນໂອນຈາກຕ່າງປະເທດ ຊັ້ນນຳໃນທົ່ວໂລກ.
ທ່ານ Ted Osius, ປະທານສະພາທຸລະກິດ ອາເມລິກາ- ASEAN ໃຫ້ທັດສະນະວ່າ: “ຫວຽດນາມ ມີອັດຕາການຂະ ຫຍາຍ ຕົວທາງເສດຖະກິດ ທີ່ໜ້າປະທັບໃຈຫຼາຍ, ສະພາບແວດລ້ອມທາງທຸລະກິດ ທີ່ເອື້ອອຳນວຍ, ດ້ວຍຕະຫຼາດປະຊາກອນ 100 ລ້ານຄົນ. ບັນດາວິສາຫະກິດ ແມ່ນມີຄວາມໝັ້ນໃຈຫຼາຍເມື່ອເຫັນລັດຖະບານ ຫວຽດນາມ ມີແນວທາງ ທີ່ຕັ້ງໜ້າເພື່ອປ້ອງກັນ ແລະ ຕອບສະໜອງຕໍ່ສິ່ງທ້າທາຍທີ່ອາດຈະເກີດຂຶ້ນ. ບັນດາວິສາຫະກິດ ຂອງ ອາເມລິກາ ລ້ວນແຕ່ມີຄວາມສົນໃຈສູງຕໍ່ ຫວຽດນາມ. ພວກເຂົາຕັ້ງຄວາມຫວັງຫຼາຍ ຕໍ່ອະນາຄົດອັນສົດໃສ ຂອງ ຫວຽດນາມ”.
“ການຫັນປ່ຽນທາງເສດຖະກິດ ຂອງ ຫວຽດນາມ ແມ່ນ “ມະຫັດ ສະຈັນ” ຈາກປະເທດ ທີ່ທຸກຍາກ ໄດ້ກ້າວຂຶ້ນຂະຫຍາຍຕົວ. ຄາດວ່າ ຮອດປີ 2029, ຂະໜາດ GDP ຂອງ ຫວຽດນາມ ຈະບັນລຸປະມານ 676 ຕື້ໂດລາສະຫະລັດ, ເທົ່າກັບໄທ (676 ຕື້ໂດລາສະຫະລັດ) ແລະ ເກີນກວ່າບາງເສດຖະກິດໃນ ASEAN ເຊັ່ນ ສິງກະໂປ (656 ຕື້ ໂດລາສະຫະລັດ) ແລະ ມາເລເຊຍ (594 ຕື້ ໂດລາສະຫະລັດ)”-ອີງຕາມສູນພະຍາກອນ ແລະ ວິເຄາະເສດ ຖະກິດ ອິດສະຫຼະ ຂອງ ອັງກິດ (CEBR).
ໃນສະພາບທີ່ເສດຖະກິດໂລກ ມີການຜັນແປຫຼາຍ, ຫວຽດນາມ ກຳລັງຢືນຢູ່ຕໍ່ໜ້າໂອກາດ ອັນໃຫຍ່ຫຼວງທີ່ຈະປ່ຽນແປງຢ່າງແຂງ ແຮງກວ່າເກົ່າ-ມຸ່ງໄປສູ່ເສດຖະກິດ ທີ່ຍືນຍົງ, ມີການປ່ຽນແປງ ໃໝ່ຢ່າງສ້າງສັນ ແລະ ຮອບດ້ານ. ການກ້າວໄປຂ້າງໜ້າ ຂອງເສດຖະກິດ ຫວຽດນາມ ຍັງຈະມີສິ່ງທ້າທາຍຫຼາຍຢ່າງ ແຕ່ດ້ວຍພື້ນຖານ ທີ່ໄດ້ສ້າງຂຶ້ນ ແລະ ຄວາມປາຖະໜາ ທີ່ຈະພັດທະນາແບບຍືນຍົງ, ຫວຽດນາມ ສາມາດຢືນຢັນຖານະ ຂອງ ຕົນໃນເວທີສາກົນ ໄດ້ຢ່າງສົມບູນ.
ບົດ: VNP ສັງລວມ - ພາບ: VNP ແລະ VNA - ແປໂດຍ: ຢືຟຽນ