ໝູ່ບ້ານຫັດຖະກຳ ຮັກສາຈິດວິນຍານ ບຸນໄຫວ້ພະຈັນ ຂອງ ຫວຽດນາມ
ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝ, ເມື່ອບັນດາເຄື່ອງຫຼິ້ນ ອຸດສາຫະກຳ ໄດ້ຖ້ວມຕະຫຼາດ ໃນທຸກໆ ລະດູການບຸນໄຫວ້ ພະຈັນ, ບ້ານ ອົງຫາວ, ຕາແສງ ຫງວຽນວັນລິນ (ແຂວງ ຮຶງ ອຽນ) ຍັງຄົງຮັກສາສ່ວນໜຶ່ງ ຂອງ ຈິດວິນຍານ ຫວຽດນາມ ໄວ້ຢ່າງງຽບໆ - ເຊິ່ງເປັນບ່ອນທີ່ບັນດາກອງ, ຫົວສິງ, ໂຄມໄຟຮູບດາວ ແລະ ໜ້າກາກເຈ້ຍ ຍັງຄົງຖືກເຮັດດ້ວຍມື ຢ່າງປານີດໂດຍຊ່າງ ຝີມື ໃນບ້ານຫັດຖະກໍາ.
ບ້ານ ອົງຫາວ ຕັ້ງຢູ່ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 30 ກິໂລແມັດ, ເປັນທີ່ຮູ້ຈັກກັນດີໃນນາມ “ແຫຼ່ງ ກຳ ເນີດ” ຂອງອາຊີບເຮັດເຄື່ອງຫຼິ້ນ ບຸນໄຫວ້ພະຈັນ ແບບດັ້ງເດີມ, ເຊິ່ງເປັນອາຊີບ ທີ່ມີມາເປັນເວລາກວ່າ ເຄິ່ງສະຕະວັດ. ຈາກວັດຖຸດິບ ທີ່ລຽບງ່າຍ ເຊັ່ນ: ໄມ້ໄຜ່, ເຈ້ຍໜັງສືພິມ,ກະດາດແຂງ ແລະ ແປ້ງມັນຕົ້ນ, ປະຊາຊົນ ຢູ່ທີ່ນີ້ໄດ້ສ້າງສັນເຄື່ອງຫຼິ້ນຕ່າງໆ ທີ່ຜູກພັນກັບຄວາມຊົງຈຳ ໃນໄວເດັກຂອງຫຼາຍເຊັ່ນຄົນໃນ ຫວຽດນາມ.
ທ່ານ ຫວູ໊ຮຸຍດົງ, ໜຶ່ງໃນບັນດາສິລະປິນ ດີເດັ່ນ ຂອງບ້ານ ຫັດ ຖະກໍາ ໃຫ້ຮູ້ວ່າ: “ການເຮັດເຄື່ອງຫຼິ້ນບຸນໄຫວ້ພະຈັນ ບໍ່ພຽງແຕ່ເປັນການຜະລິດສິນຄ້າເທົ່ານັ້ນ, ແຕ່ຍັງເປັນການ ສົ່ງຕໍ່ຄວາມ ສຸກ, ຫົວຄິດປະດິດສ້າງ ແລະ ຄວາມຮັກໃນ ວັດທະນະທໍາຂອງ ຊາດອີກດ້ວຍ”. ຢູ່ໂຮງງານນ້ອຍ ຂອງ ເພິ່ນ, ບັນດາໜ້າກາກເຈ້ຍ, ໂຄມໄຟ, ກອງນ້ອຍ ໄດ້ຖືກສ້າງຂຶ້ນຜ່ານສາມຂັ້ນຕອນທີ່ລະອຽດ: ຕິດເຈ້ຍ, ຕາກ ໃຫ້ແຫ້ງ ແລະ ທາສີດ້ວຍມື. ແຕ່ລະຜະລິດຕະພັນ ແມ່ນຜົນງານ ສິລະປະ ທີ່ເຕັມໄປດ້ວຍກິ່ນອາຍພື້ນເມືອງ, ລຽບງ່າຍ ແຕ່ເຕັມໄປດ້ວຍຊີວິດຊີວາ.
ສິ່ງພິເສດ ແມ່ນ ຜະລິດຕະພັນ ທັງໝົດທີ່ບ້ານ ອົງຫາວ ແມ່ນປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ສຸຂະພາບ ຂອງຜູ້ຊົມໃຊ້. ເຖິງວ່າເຄື່ອງຫຼິ້ນ ທີ່ທັນສະໄໝນັບມື້ ນັບມີ ຫຼາກຫຼາຍ, ແຕ່ຜະລິດຕະພັນຫັດຖະກຳຂອງບ້ານ ກໍຍັງ ເປັນທີ່ນິຍົມ, ໂດຍສະເພາະໃນຊຸມປີມໍ່ໆ ມານີ້ ເມື່ອກະແສ “ຟື້ນຟູວັດທະນະທຳດັ້ງເດີມ” ນັບມື້ນັບແຜ່ຂະຫຍາຍ. ຄໍາສັ່ງຊື້ຈາກບັນດາແຂວງນະຄອນ ໃນທົ່ວປະເທດ ລ້ວນແຕ່ມຸ່ງໜ້າສູ່ບ້ານ ອົງຫາວ ເມື່ອ ລະດູການບຸນໄຫວ້ພະຈັນ ມາເຖິງ, ເຮັດໃຫ້ບັນດາຄອບຄົວ ຜູ້ຜະລິດສິນຄ້າຈະ “ຂາດແຄນສິນຄ້າ” ໃນລະດູການສູງສຸດ.
ບົດ: ກົງດາດ/VNP - ພາບ: ກົງດາດ, VNA - ແປໂດຍ: ຢືຟຽນ













