• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ກຳນົດກ່ຽວກັບການຕ້ານການແຜ່ລະບາດຂອງ ໂຄວິດ-19 ສຳລັບຜູ້ເດີນທາງເຂົ້າມາ ຫວຽດນາມ

ຂໍ້ກຳນົດກ່ຽວກັບການຕ້ານການແຜ່ລະບາດຂອງ ໂຄວິດ-19 ສຳລັບຜູ້ເດີນທາງເຂົ້າມາ ຫວຽດນາມ. ນຳໃຊ້ຕັ້ງແຕ່ວັນທີ 15 ມີນາ 2022 ເປັນຕົ້ນໄປ ຈົນກວ່າຈະມີລະບຽບການໃໝ່.

ໃນ​ເອກະສານ​ສະບັບ​ເລກທີ 2118/BYT-DP, ກະຊວງ​ສາທາລະນະ​ສຸກ​ໄດ້​ປະກາດຢຸດຊົ່ວຄາວ​ການ​ປະຕິບັດແຈ້ງທາງການແພດ ກັບ ໂຄ​ວິດ-19 ຢູ່​ບັນດາ​ດ່ານ​ຊາຍ​ແດນ​ຂອງ​ ຫວຽດນາມ ສຳລັບ​ຜູ້​ຄົນ​ທີ່​ເຂົ້າ​ມາ​ຫວຽດນາມ ​ແຕ່​ເວລາ 00:00 ໂມງ​ຂອງ​ວັນ​ທີ 27 ​ເມສາ 2022. (ນຳໃຊ້ຕັ້ງແຕ່ວັນທີ 15 ມີນາ 2022 ຫາ 26 ເມສາ 2022).

ກະຊວງ​ສາທາລະນະ​ສຸກ ​ໄດ້​ຊີ້​ນຳ​ການ​ປະຕິບັດ​ມາດ​ຕະການ ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ ໂຄ​ວິດ-19 ​ໃຫ້​ແກ່​ຜູ້ທ່ີເດີນທາງ​ເຂົ້າ​ມາ ​ຫວຽດນາມ ​ໃນ​ເອກະສານ​ເລກທີ 1265/BYT-DP ດັ່ງ​ນີ້: 

+ ສຳລັບຜູ້ທ່ີເດີນທາງ ເຂົ້າມາທາງອາກາດ: ຕ້ອງມີຜົນກວດເປັນລົບ SARS-CoV-2 (ຍົກເວັ້ນເດັກນ້ອຍອາຍຸຕ່ຳກວ່າ 2 ປີ) ກ່ອນອອກເດີນທາງພາຍໃນ 72 ຊົ່ວໂມງ ຖ້າໃຊ້ວິທີ RT-PCR/ RT-LAMP ຫຼື ພາຍໃນ 24 ຊົ່ວໂມງ ຖ້າໃຊ້ວິທີການກວດຫາເຊື້ອ ໄວຣັດ SARS-CoV-2 ໂດຍໄວ ແລະ ໄດ້ຮັບການຮັບ ຮອງ ຈາກໜ່ວຍງານທ່ີມີອໍານາດການ ຂອງປະເທດທ່ີທໍາການທົດສອບ.

+ ສຳລັບຄົນທີ່ເຂົ້າມາດ້ວຍເສັ້ນທາງອື່ນ (ທາງບົກ, ທາງນ້ຳ, ທາງລົດໄຟ): ຕ້ອງມີການທົດສອບ ຄືກັບການເດີນທາງເຂົ້າມາທາງອາກາດ.

+ ໃນກໍລະນີ ທີ່ຍັງບໍ່ທັນມີຜົນກວດເປັນລົບຕໍ່ SARS-CoV-2 ຕາມທີ່ໄດ້ກຳນົດໄວ້ຂ້າງເທິງ, ການກວດ SARS-CoV-2 ຈະຕ້ອງດໍາເນີນການກວດຫາເຊື້ອ ພາຍໃນ 24 ຊົ່ວໂມງ ທຳອິດ (ດ້ວຍວິທີ RT-PCR/RT-LAMP ຫຼື ກວດຫາເຊື້ອໂດຍໄວແບບ SARS-CoV-2) ຕັ້ງແຕ່ເດີນທາງເຂົ້າມາ.

- ຖ້າຜົນກວດເປັນລົບ, ອະນຸຍາດໃຫ້ອອກຈາກບ່ອນຢູ່ອາໄສ ແລະ ປະຕິບັດມາດຕະການປ້ອງກັນການລະບາດ ຕາມທີ່ໄດ້ກຳນົດ.

- ຖ້າຜົນກວດອອກມາເປັນບວກ, ຕ້ອງລາຍງານໃຫ້ອົງການສາທາລະນະສຸກ ໃນພື້ນທ່ີ ຮັບຮູ້ທັນທີ ເພື່ອຮັບຄຳແນະນຳໃນການປະຕິບັດໃຫ້ທັນເວລາ.

ສຳລັບເດັກນ້ອຍອາຍຸຕ່ຳກວ່າ 2 ປີ ບໍ່ຈຳເປັນຕ້ອງກວດ SARS-CoV-2, ຍັງບໍ່ທັນໄດ້ ສັກ ວັກຊີນ ຕ້ານ COVID-19 ຫຼື ບໍ່ເຄີຍຕິດເຊື້ອ SARS-CoV-2 ແມ່ນອະນຸຍາດໃຫ້ເຂົ້າ ແລະ ເຂົ້າຮ່ວມກິດຈະກຳ ນອກສະຖານທີ່ຕ່າງໆ ກັບພໍ່ແມ່, ຍາດພີ່ນ້ອງ.

+ ຕ້ອງປະຕິບັດ ແຈ້ງທາງການແພດ ກ່ອນເຂົ້າປະເທດ:

- ຜູ້​ທີ່​ເດີນທາງເຂົ້າ​ມາ​ ຈະຕ້ອງ​ເຮັດ​ໃບ​ແຈ້ງ​ທາງການ​ແພດ​ກ່ອນ​ເຂົ້າ​ ແລະ ​ໃບແຈ້ງທາງ​ການ​ແພດ (PC-COVID) ໃນເວລາ ພັກເຊົາຢູ່​ ຫວຽດ​ນາມ ຕາມ​ທີ່​ກຳ​ນົດ.

- ຢູ່ດ່ານຊາຍແດນ, ຖ້າມີອາການຕິດເຊື້ອ SARS-CoV-2, ຕ້ອງໄດ້ແຈ້ງໃຫ້ອົງການສາທາລະນະສຸກ ຢູ່ດ່ານຊາຍແດນ ທັນ ທີ ເພື່ອປະຕິບັດມາດຕະການທາງການແພດ ທີ່ໄດ້ກໍານົດ.

+ ພາຍໃນ 10 ມື້ນັບຈາກມື້ເຂົ້າ ຕ້ອງຕິດຕາມສຸຂະພາບດ້ວຍຕົນເອງ, ຖ້າມີອາການຕິດເຊື້ອ SARS-CoV-2 ຕ້ອງໄດ້ແຈ້ງໃຫ້ສາທາລະນະສຸກ ໃນພື້ນທີ່ໃກ້ທີສຸດ ໄດ້ຮັບຮູ້.

+ ສຳລັບຜູ້ທີ່ຍັງບໍ່ໄດ້ກວດຫາເຊື້ອພະຍາດ SARS-CoV-2 ກ່ອນຈະອອກນອກປະເທດ: ໃນໄລຍະເຄື່ອນຍ້າຍຈາກດ່ານເຂົ້າ-ອອກ ມາຍັງສະຖານທີ່ພັກເຊົາ ແມ່ນຈຳກັດການ ຈອດລົດຕາມທາງ; ຫຼີກເວັ້ນການໃກ້ຊິດກັບຄົນອ້ອມຂ້າງ.

ປະຕິບັດ: VNP

 

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top