• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມໃສ່ຜັນຂະຫຍາຍການຈັດຊື້, ສັກວັກຊິນໃຫ້ແກ່ເດັກອາຍຸແຕ່ 5 ປີ ຫາຕ່ຳກວ່າ 12 ປີ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮອງໃຫ້ກະຊວງສາທາລະນະສຸກ ເປັນທານສົມທົບກັບອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງຮີບດ່ວນດັດປັບ, ຢື່ນສະເໜີໃຫ້ລັດຖະບານປະກາດໃຊ້ໂຄງການທັງໝົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ປີ 2022 – 2023; ຮັບປະກັນແຫຼ່ງທີ່ມາ ແລະ ແຈກຢາຍວັກຊິນຢາປິ່ນປົວ ໂຄວິດ-19 ໃຫ້ທັນເວລາ, ສຸມໃສ່ຜັນຂະຫຍາຍການຈັດຊື້, ສັກວັກຊິນໃຫ້ແກ່ເດັກນ້ອຍ ແຕ່ 05 ປີ ຫາຕ່ຳກວ່າ 12 ປີ ຕາມການຊີ້ນຳຂອງລັດຖະບານ.

(ພາບປະກອບ: VOV)

ພ້ອມດຽວກັນນັ້ນກະຊວງສາທາລະນະສຸກ ສືບຕໍ່ຕີລາຄາເພື່ອເພີ່ມເຕີມ, ສ້າງລັກການ, ຫຼັກສູດປ້ອງກັນ, ຕ້ານໂລກລະບາດທີ່ມີຢູ່ແລ້ວໃຫ້ສຳເລັດ, ປັບປຸງໃຫ້ເໝາະສົມສະພາບການໃໝ່ໃຫ້ທັນເວລາ. ສົມທົບກັບອົງການ, ສຳນັກງານ ທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອສືບຕໍ່ກວດກາ, ແນະນຳ ແລະ ຜັນຂະຫຍາຍບັນດາມາດຕະການສາທາລະນະສຸກຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ-19 ໃຫ້ສອດຄ່ອງກັບຂັ້ນຕອນການເປີດປະຕູທ່ອງທ່ຽວ, ການຂົນສົ່ງທາງອາກາດ, ການພັກຜ່ອນຢ່ອນຄາຍ, ວັດທະນະທຳ, ສິລະປະ, ກິລາ ແລະ ການເປີດໂຮງຮຽນ ຄືນໃໝ່.

ສາທາລະນະສຸກຂັ້ນຮາກຖານ, ຕ້ອງມີແຜນເກັບແຮເຄື່ອງໃຊ້, ສານເຄມີ, ຈັດສັນຈຳນວນຕຽງນອນຄົນເຈັບ, ພາຫະນະສຸກເສີນນອກໂຮງໝໍເພື່ອກຽມພ້ອມຮັບມື, ຮັບປະວຽກງານກັນປ້ອງກັນ, ຕ້ານໂລກລະບາດ, ຈັດແຈງບ່ອນຢູ່, ບ່ອນປິ່ນປົວ, ບ່ອນກວດພະຍາດ,  ປິ່ນປົວພະຍາດທົ່ວໄປ ໃຫ້ດີ

 (ແຫຼ່ງຄັດຈາກ VOV)

 

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.

Top