ໃນຊຸມມື້ນີ້, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ພວມຈັດຫຼາຍການເຄື່ອນໄຫວຢ່າງຟົດຟື້ນເພື່ອສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຕິດພັນກັບວັນວັດທະນະທຳ ຫວຽດນາມ ແລະ ສັບປະດາວັດທະນະທຳ - ມະຫາສາມັກຄີ ປີ 2026.
ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ. (ພາບ: VNA)
ເຂົ້າຮ່ວມເຫດການຢູ່ຕາແສງ ຮຶງຟູ, ນະຄອນ ເກິ່ນເທີ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ຕີລາຄາສູງຕໍ່ນ້ຳໃຈສາມັກຄີຂອງປະຊາຊົນ ທີ່ໄດ້ສະແດງອອກຜ່ານທິດນຳ "ລັດ ແລະ ປະຊາຊົນພ້ອມກັນເຮັດ". ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານໄດ້ເນັ້ນໜັກວ່າ:
ທີ່ໜຶ່ງ ປະຊາຊົນຕ້ອງເປັນກົກ. ໃນທຸກໆວຽກງານ, ແຜນນະໂຍບາຍ, ນະໂຍບາຍແມ່ນຕ້ອງເລີ່ມມາຈາກການດຳລົງຊີວິດ ແລະ ຄວາມມຸ່ງຫວັງອັນຊອບທຳຂອງປະຊາຊົນ. ທີສອງ, ເພີ່ມທະວີການພັດທະນາເສດຖະກິດໃນຊຸມເດືອນທີ່ຍັງເຫຼືອຂອງປີ; ສຸມໃສ່ກໍ່ສ້າງສຳເລັດບັນດາກິດຈະກຳຄົມມະນາຄົມ, logistics ຈຸດສຸມ, ໜູນຊ່ວຍວິສາຫະກິດ, ຄອບຄົວດຳເນີນທຸລະກິດເປີດກວ້າງການຜະລິດ, ສ້າງວຽກເຮັດງານທຳຕື່ມອີກ. ທີ່ສາມ, ລົງທຶນໃຫ້ແກ່ວັດທະນະທຳໃຫ້ສົມກັບທີ່ຕັ້ງທາງດ້ານພື້ນຖານຈິດໃຈ, ແຫຼ່ງກຳລັງພາຍໃນ ແລະ ພັດທະນາຕາມມະຕິເລກທີ 80 ຂອງກົມການເມືອງ ແລະ ມະຕິເລກທີ 26 ຂອງສະພາແຫ່ງຊາດ.
ໃນໂອກາດນີ້, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ວັນວັດທະນະທຳ ຫວຽດນາມ ກັບພໍ່ແມ່ປະຊາຊົນບ້ານ ກາວທັ໋ງ, ຕາແສງ ແທັກລາກ (ແຂວງ ຮ່າຕິ້ງ).
(ແຫຼ່ງຄັດຈາກ VOV)