• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ຫວຽດ​ນາມ ຢູ່​ປະ​ເທດ ​ກຳ​ປູ​ເຈຍ

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ ​ກຳ​ປູ​ເຈຍ Phoeurng Sackona ໃຫ້​ຮູ້​ວ່າ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ແມ່ນ​ສອງ​ປະ​ເທ​ດ​ບ້ານ​ໃກ້​ເຮືອນ​ຄຽງ​ມີ​ການ​ພົວ​ພັນ​ສະ​ໜິດ​ຕິດ​ພັນ​ຢ່າງ​ແທ້​ຈິງ, ມີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ.
ເຝີ​ໄດ້​ແນະ​ນຳ​ຢູ່​ເຫດ​ການ "ເຝີ​ຫວຽດ​ນາມ​ລົດ​ຊາດເຂັ້ມ​ຂຸ້ນ, ຜູກ​ມັດ​ທຸກ​ຄົນ" ໂດຍ​ສະ​ຖານ​ກົງ​ສູນ​ຫວຽດ​ນາມ ປະ​ຈຳ Battambangຈັດ​ຂຶ້ນ (ພາບ: VN)

ໂດຍ​ຕອ​ບ​ສະ​ໜອງວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ (24 ພະ​ຈິກ) ແລະ ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ (18 ພະ​ຈິກ), ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ (ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ) ໄດ້​ດຳ​ເນີນ​ລາຍ​ການ “ວັນ​ຂອງ​ເຝີ”. ກ່າວ​ຄຳ​ເຫັນ​ໄຂ​ເຫດ​ການ, ທ່ານ​ ຫງວຽນ​ມິງ​ຫວູ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ເນັ້ນ​ໜັກ​ວ່າ​ລາຍ​ການ “ວັນ​ຂອງ​ເຝີ” ເພື່ອ​ແນ​ໃສ່​ເຊີດ​ຊູວັນ​ບຸນ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ຫວຽດ​ນາມ.ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ເຫດ​ການ​ພ້ອມ​ກັບ​ບັນ​ດາ​ກິດ​ຈະ​ກຳ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ໃນ​ປີ 2026, ສືບ​ຕໍ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຮັດ​ແໜ້ນ​ການ​ພົວ​ພັນ​ສາ​ມັກ​ຄີ, ຄວາມ​ສະໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃຫ້ຫຼາຍກວ່າ​ອີກ.

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ ​ກຳ​ປູ​ເຈຍ Phoeurng Sackona ໃຫ້​ຮູ້​ວ່າ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ແມ່ນ​ສອງ​ປະ​ເທ​ດ​ບ້ານ​ໃກ້​ເຮືອນ​ຄຽງ​ມີ​ການ​ພົວ​ພັນ​ສະ​ໜິດ​ຕິດ​ພັນ​ຢ່າງ​ແທ້​ຈິງ, ມີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ. ພ້ອມ​ທັງ, ເນັ້ນ​ໜັກ​ວ່າ ​ເຫດ​ການ​ນີ້​ທັງ​ແນະ​ນຳ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ, ທັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ຄວາມ​ສະ​ໜິດ​ຕິດ​ພັນ​ກໍ່​ຄື​ການ​ແບ່ງ​ປັນ​ບັນ​ດາ​ຮີບ​ຄອບ​ປະ​ເພ​ນີ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.

Top