• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວ​ຽດ​ນາມ​ປະ​ສານ​ສົມ​ທົບ ແລະ ປະ​ກອບ​ສ່ວນ​ໝາກ​ຜົນ​ຢ່າງ​ແທ້​ຈິງ ຂອງ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ

ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດັ້ງ​ຮ​ວ່າງ​ຢາງ ຕີ​ລາ​ຄາ​ສູງວຽກ​ງານ​ກະ​ກຽມ​ຂອງ​ປະ​ເທດ​ປະ​ທານ ຟີ​ລິບ​ປິນ, ຢັ້ງ​ຢືນ ຫວຽດ​ນາມ ຈະ​ປະ​ສານ​ສົມ​ທົບ​ກັບ​ຟີ​ລິບ​ປິນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ​ຢ່າງ​ແໜ້ນ​ແຟ້ນ, ປະ​ກອບ​ສ່ວນ​ເຂົ້າ​ຜົນ​ສຳ​ເລັດ ແລະ ໝາກ​ຜົນ​ແທ້​ຈິງ​ຂອງ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ.
ທ່ານ​ດັ້ງ​ຮ​ວ່າງ​ຢາງ, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ SOM ASEAN - ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ ແລະ ວາ​ລະ​ປຶກ​ສາ​ຫາ​ລື (ພາບ: VNA)
ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ (AMM), ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ອາ​ຊຽນ (APSC) ຄັ້ງ​ທີ 32 ແລະ ກອງ​ປະ​ຊຸມ​ສະ​ພາ​ປະ​ສານ​ງານ ອາ​ຊຽນ (ACC) ຄັ້ງ​ທີ 39 ໄດ້​ດຳ​ເນີນ​ໃນ​ວັນ​ທີ 14 ພະ​ຈິກ ຢູ່​ມາ​ນີ​ລາ, ຟີ​ລິບ​ປິນ. ໃນ​ວັນ​ດ​ຽວ​ກັນ, ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ເຂົ້າ​ວາ​ລະ​ປຶກ​ສາ​ຫາ​ລື​ບໍ່​ເປັນ​ທາງ​ການເປີດກວ້າງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຄວາມ​ເຫັນ​ດີ 5 ຂໍ້​ຂອງ​ບັນ​ດາ​ການ​ນຳ ອາ​ຊຽນ. ໂດຍ​ໄດ້​ຮັບ​ການມອບ​ສິດ​ຈາກ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈຸງ, ທ່ານ​ດັ້ງ​ຮ​ວ່າງ​ຢາງ, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ SOM ASEAN - ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ ແລະ ວາ​ລະ​ປຶກ​ສາ​ຫາ​ລື. ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດັ້ງ​ຮ​ວ່າງ​ຢາງ ຕີ​ລາ​ຄາ​ສູງວຽກ​ງານ​ກະ​ກຽມ​ຂອງ​ປະ​ເທດ​ປະ​ທານ ຟີ​ລິບ​ປິນ, ຢັ້ງ​ຢືນ ຫວຽດ​ນາມ ຈະ​ປະ​ສານ​ສົມ​ທົບ​ກັບ​ຟີ​ລິບ​ປິນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ​ຢ່າງ​ແໜ້ນ​ແຟ້ນ, ປະ​ກອບ​ສ່ວນ​ເຂົ້າ​ຜົນ​ສຳ​ເລັດ ແລະ ໝາກ​ຜົນ​ແທ້​ຈິງ​ຂອງ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ອາ​ຊຽນ ຕ້ອງ​ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຂອງ ສະ​ມາ​ຄົມ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ປ້ອງ​ກັນ, ແກ້​ໄຂ​ການ​ປະ​ທະ​ກັນ ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂ້າມ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຄື: ການ​ຄ້າ​ຂາຍ​ຢາ​ເສັບ​ຕິດ, ການ​ສໍ້​ໂກງ​ທາງ​ອອນ​ໄລ, ຄວັນ​ຢູ່​ເຂດ​ຊາຍ​ແດນ. ຫວຽດ​ນາມ ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊຸກ​ຍູ້​ການ​ເຈ​ລະ​ຈາ, ບັນ​ລຸ​ໄດ້​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ (COC)ໂດຍ​ໄວ. ຫວຽດ​ນາມ ສະ​ໜັບ​ສະ​ໜູນ ອາ​ຊຽນ ເພີ່ມ​ທະ​ວີ​ການ​ແຊກ​ແຊງ​ເຂົ້າ​ມຽນ​ມາ ຢ່າງ​ຕັ້ງ​ໜ້າ ເພື່ອ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ປ່ອງ​ດ່ອງ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.

Top