ຟາມມ້າ ກໍ່ເຢົ່າ - ບ່ອນທີ່ຄວາມຝັນ ກາຍເປັນຈິງ

ຟາມມ້າ ກໍ່ເຢົ່າ - ບ່ອນທີ່ຄວາມຝັນ ກາຍເປັນຈິງ

ທ່າມກາງຊົນນະບົດ ທີ່ງຽບສະຫງົບ ຂອງ ເມືອງ ກໍ່ເຢົ່າ (ແຂວງ ໄຕນິງ), ສຽງກີບມ້າ ໄດ້ປະສານກັບສຽງຫົວ ຂອງ ເດັກນ້ອຍ. ຢູ່ ບ່ອນນັ້ນ, ຟາມມ້າ ຂອງ ທ່ານ ຟຸ່ງຈີ໋ດ້າຍ ໄດ້ປະກົດຂຶ້ນ ເໝືອນ ຈຸດເດັ່ນ ທີ່ມີຊີວິດຊີວາ ຢູ່ຊົນນະບົດ, ບ່ອນທີ່ຄວາມຝັນ ໃນໄວເດັກ ໄດ້ໂບຍບິນ  ແລະ ຄວາມຮັກທ່ີມີ ຕໍ່ມ້າ ຍັງຄົງ ຮັກສາໄວ້ຢ່າງປ່ຽມລົ້ນ.

ພື້ນທີ່ອັນໂດດເດັ່ນ ທີ່ບ້ານເຝືອກບິ່ງ A, ຕາແສງ ເຝືອກແທ້ງ, ເຊິ່ງເປັນບ່ອນທີ່ສຽງກີບມ້າໄດ້ປະສົມປະສານກັບສຽງຫົວຂອງເດັກນ້ອຍ.
ທ່ານ ຟຸ່ງຈີ໋ດ້າຍ ຢູ່ຄຽງຂ້າງເພື່ອນຮ່ວມທາງຂອງເພິ່ນ.

ຕັ້ງແຕ່ຍັງນ້ອຍ, ທ່ານ ດ້າຍ ໄດ້ຫຼົງໄຫຼໃນມ້າ ແລະ ປູກຝັງ ຄວາມຝັນຢາກ ສ້າງຕັ້ງຟາມ-ເຮືອນໃຫ້ແກ່ສັດ ທີ່ທ່ານຮັກ, ພ້ອມທັງສ້າງ ພື້ນທີ່ ທີ່ໃກ້ຊິດກັບທຳມະຊາດ ເພື່ອໃຫ້ເດັກນ້ອຍ ໄດ້ສຳຜັດ. ປັດຈຸບັນ, ຟາມ ທີ່ຕັ້ງຢູ່ບ້ານ ເຟືອກບິ່ງ A, ຕາແສງ ເຟືອກແທ້ງ ໄດ້ກາຍເປັນຄວາມຈິງ ແຫ່ງຄວາມປາຖະໜານັ້ນ. ທ່ີນີ້ບໍ່ພຽງແຕ່ ເປັນຈຸດທ່ອງທ່ຽວ ພັກຜ່ອນ ທ້າຍອາທິດ ເທົ່ານັ້ນ, ແຕ່ຍັງ ມີພາລະກິດ ໃນການຮັກສາ “ແປວໄຟ” ໃຫ້ແກ່ກິລາ ແຂ່ງມ້າ ຂອງ ຫວຽດນາມ ເຊິ່ງເປັນຈຸດຄວາມງາມ ໃນວັດທະນະທຳ ທີ່ກຳລັງ ເລີ່ມເລື່ອນຫາຍໄປ.

ຟາມມ້າ ຂອງ ທ່ານ ຟຸ່ງຈີ໋ດ້າຍ ແມ່ນບ່ອນບົ່ມເພາະ ຄວາມຫວັງ ເພື່ອໃຫ້ມ້າ ທີ່ມີຕົ້ນກຳເນີດ ຈາກຂອງຂວັນ ຂອງ ພະລາຊີນີ ອັງກິດ ສາມາດກັບມາແລ່ນ ໃນສະໜາມແຂ່ງຂັນ ແບບມືອາຊີບອີກຄັ້ງໜຶ່ງ.
ວຽກງານເບິ່ງແຍງ ແລະ ການຝຶກສອນ ຈະຕ້ອງມີຄວາມອົດ ທົນ, ຄວາມຜູກພັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງຄົນ ກັບ ມ້າ.
 
ຂັ້ນຕອນການເບິ່ງແຍງມ້າຢູ່ຟາມ ແມ່ນໄດ້ປະຕິບັດ ຢ່າງລະອຽດ. ມ້າລ້ຳຄ່າແຕ່ລະໂຕ ລ້ວນແຕ່ມີຄອກສ່ວນຕົວ ພ້ອມດ້ວຍຊື່ເອີ້ນທີ່ໜ້າຮັກແພງ.

ທ່ານ ດ້າຍ ໄດ້ໃຊ້ເວລາຫຼາຍປີ ໃນການເກັບກຳ ແລະ ເບິ່ງແຍງ ມ້າ ສາຍພັນທີ່ລ້ຳຄ່າ, ລວມທັງມ້າ ທີ່ເຄີຍເປັນ ຂອງ ຂວັນຈາກ ລາດຊະວົງ ອັງກິດ ເມື່ອຫຼາຍສິບປີກ່ອນ. ສໍາລັບທ່ານ, ນັ້ນແມ່ນ “ຊັບສົມບັດ ທີ່ມີຊີວິດ”, ເປັນມໍລະດົກ ທີ່ຕ້ອງໄດ້ ຮັບການປົກປັກຮັກສາ ແລະຂະຫຍາຍພັນ ເພື່ອໃນມື້ໜຶ່ງ ຮູບພາບມ້າ ຫວຽດນາມ ຈະໄດ້ກັບມາແລ່ນ ຢູ່ໃນ ສະໜາມ ແຂ່ງຂັນມືອາຊີບ ອີກຄັ້ງໜຶ່ງ.

ເມື່ອມາຢ້ຽມຊົມຟາມ, ນັກທ່ອງທ່ຽວ, ໂດຍສະເພາະເດັກນ້ອຍ, ບໍ່ພຽງແຕ່ໄດ້ຂີ່ມ້າ ຫຼື ຖ່າຍຮູບເທົ່ານັ້ນ, ແຕ່ຍັງໄດ້ຮຽນຮູ້ ວິທີການພົວພັນ, ເບິ່ງແຍງ ແລະ ເຂົ້າໃຈສັດຊະນິດນີ້. ຮູບພາບ ເດັກນ້ອຍ ທີ່ ຂີ້ອາຍ ປ້ອນອາຫານມ້າ ຫຼື ເດັກຍິງ ຜູ້ກ້າຫານ ນັ່ງຢ່າງໝັ້ນຄົງ ເທິງຫຼັງມ້າ ເປັນຄັ້ງທຳອິດ ໄດ້ສະທ້ອນໃຫ້ເຫັນ ເຖິງຄຸນຄ່າທາງດ້ານມະນຸດສະທຳ ທີ່ເລິກເຊິ່ງ: ຄວາມຮັກ ຕໍ່ ທຳມະຊາດ ແລະ ຄວາມເຫັນອົກເຫັນໃຈ ລະຫວ່າງມະນຸດ ກັບສິ່ງທ່ີມີຊີວິດທຸກຊະນິດ.

 
ຮູບພາບຄູຝຶກສອນ ຂີ່ມ້າແລ່ນນຳມ້າ ເຊິ່ງສະແດງ ໃຫ້ເຫັນເຖິງຄວາມຜູກພັນ ແລະ ເນັ້ນໃຫ້ເຫັນຄວາມງາມ ຂອງ ມ້າ ທ່ີລ້ຳຄ່າ.
 

ຢູ່ເບື້ອງຫຼັງພາບອັນສະຫງົບສຸກນັ້ນ ແມ່ນຄວາມພະຍາຍາມ ທີ່ ງຽບໆ ຢ່າງບໍ່ຮູ້ອິດເມື່ອຍ. ເຖິງແມ່ນວ່າ ການຮັກສາຟາມ ຕ້ອງໃຊ້ ຄ່າໃຊ້ຈ່າຍສູງ, ແຕ່ທ່ານ ດ້າຍ ຍັງຄົງ ຢຶດໝັ້ນ ທີ່ຈະ ສືບຕໍ່ ຄວາມມັກຂອງຕົນ, ໂດຍເອົາຄວາມຮັກເປັນແຫຼ່ງພະລັງ.

 

ອອກຈາກຟາມ, ຄວາມຊົງຈໍາ ໃນໃຈ ຂອງ ທຸກຄົນ ບໍ່ພຽງແຕ່ ແມ່ນພາບຂອງມ້າ ທີ່ມີສຸຂະພາບແຂງແຮງເທົ່ານັ້ນ, ແຕ່ຍັງ ເປັນ ເລື່ອງລາວ ຂອງຊາຍໜຸ່ມຄົນໜຶ່ງ ທີ່ໃຊ້ຊີວິດ ຢ່າງເຕັມທີ່ ກັບຄວາມຝັນຂອງຕົນ ເພື່ອປະກອບສ່ວນ ໃນການຮັກສາ ຈຸດຄວາມ ງາມ ໃນວັດທະນະທຳ ອັນສວຍງາມ ຂອງ ຊົນນະບົດ ຫວຽດນາມ, ເຊິ່ງເປັນບ່ອນທີ່ຄວາມຮັກ, ທຳມະຊາດ ແລະ ມະນຸດ ໄດ້ ລວມເຂົ້າກັນ ໃນຈັງຫວະຊີວິດ ທີ່ສະຫງົບສຸກ.

ບົດ ແລະ ພາບ: ຫງວຽນລວນ - ແປໂດຍ: ບິກລຽນ

Top