Oxalis - ຍີ່ຫໍ້ ທີ່ພາໂລກ ໄປສູ່ສິ່ງມະຫັດສະຈັນ ອັນລີ້ລັບຂອງ ຫວຽດນາມ
ຕັ້ງຢູ່ ທ່າມກາງປ່າດົງດິບດຶກດໍາບັນ ຟອງຍາ - ແກ່ບ່າງ, ເຂດມໍລະ ດົກທຳມະຊາດໂລກ ທີ່ໄດ້ຮັບການຮັບຮອງຈາກUNESCO, ບໍລິສັດ Oxalis Adventure ໄດ້ເຮັດໃນສິ່ງທີ່ເບິ່ງຄືວ່າ ເປັນໄປບໍ່ໄດ້: ຫັນປ່ຽນເຂດປ່າດົງດິບ ດຶກດໍາບັນແຫ່ງນີ້ ໃຫ້ກາຍເປັນຈຸດໝາຍປາຍທາງ ໃນຝັນ ຂອງ ນັກທ່ອງທ່ຽວທົ່ວໂລກ, ເຊິ່ງເປັນບ່ອນທີ່ຜູ້ຄົນສາມາດສຳຜັດກັບສິ່ງມະຫັດ ສະຈັນ ທີ່ບໍລິສຸດທີ່ສຸດຂອງໂລກ, ໂດຍສະເພາະ ແມ່ນຖໍ້າ ເຊີນດ່ອງ, ຖ້ຳທຳມະຊາດ ທີ່ໃຫຍ່ທີ່ສຸດໃນໂລກ.
ໃນຖານະທີ່ເປັນໜ່ວຍງານ ທີ່ມີສິດພິເສດ ໃນການຈັດທົວສຳຫຼວດ ຖໍ້າ ເຊີນດ່ອງ, Oxalis ບໍ່ພຽງແຕ່ຂາຍການເດີນ ທາງເທົ່ານັ້ນ, ແຕ່ຍັງນໍາມາເຊິ່ງການເດີນທາງ ທີ່ປ່ຽນແປງມຸມມອງກ່ຽວກັບທຳມະຊາດ ແລະ ຜູ້ຄົນອີກດ້ວຍ. ທົວໃຊ້ເວລາ 6 ວັນ ດ້ວຍລະດັບຄວາມຫຍຸ້ງຍາກ ສູງທີ່ສຸດໃນລະ ບົບການສຳຫຼວດ ຂອງ Oxalis ແລະ ຈຳກັດນັກທ່ອງທ່ຽວພຽງແຕ່ 1.000 ຄົນຕໍ່ປີ ເພື່ອຮັບປະກັນ “ຜົນກະທົບຕໍ່ສິ່ງ ແວດລ້ອມເປັນສູນ”. ເຖິງແມ່ນວ່າມີລາຄາສູງ ເກືອບ 75 ລ້ານ ດົງຕໍ່ຄົນ (ກວ່າ 2.800 ໂດລາສະຫະລັດ), ແຕ່ທົວ ກໍຍັງເຕັມຈົນເຖິງປີ 2027.
ສິ່ງທີ່ສ້າງຄວາມແຕກຕ່າງໃຫ້ແກ່ Oxalis ບໍ່ພຽງແຕ່ເປັນການຜະຈົນໄພທ່າມກາງທຳມະຊາດ ທີ່ງົດງາມເທົ່ານັ້ນ, ແຕ່ຍັງເປັນປັດຊະຍາການທ່ອງທ່ຽວ ແບບຍືນຍົງອີກດ້ວຍ. ບໍລິ ສັດ ໄດ້ນຳໃຊ້ຫຼັກການ “ບໍ່ປະໄວ້ຮ່ອງຮອຍ” ຢ່າງເຂັ້ມງວດ ຄື: ບໍ່ມີການກໍ່ສ້າງຖາວອນ, ວັດຖຸ ທຸກຢ່າງທີ່ນໍາເຂົ້າໄປໃນປ່າ ຕ້ອງຖືກນໍາອອກມາ; ທຸກຈຸດພັກແຮມ ຕ້ອງມີຫ້ອງນໍ້າ ເພື່ອປົກປ້ອງແຫຼ່ງນໍ້າ. ທຸກໆ ປີ, ລະບົບຖໍ້າ ຈະຖືກປິດໃນລະດູຝົນ ເພື່ອຟື້ນຟູລະບົບນິເວດ.
ຈາກບໍລິສັດ ນ້ອຍແຫ່ງໜຶ່ງໃນ ແຂວງ ກວາງຈິ, ປັດຈຸບັນ Oxalis ໄດ້ກາຍເປັນສັນຍາລັກ ຂອງ ການທ່ອງທ່ຽວ ຜະຈົນໄພ ທີ່ຕິດພັນກັບການອະນຸລັກ ແລະຊຸມຊົນທ້ອງຖິ່ນ. 95% ພະນັກງານ ຂອງ ບໍລິສັດ ແມ່ນມາຈາກປະຊາຊົນ ທ້ອງຖິ່ນ, ໃນນັ້ນມີຫຼາຍຄົນເຄີຍ ເປັນພໍ່ຄ້າໄມ້ຜິດກົດໝາຍ, ແຕ່ປັດຈຸ ບັນໄດ້ກາຍເປັນຜູ້ນຳທ່ຽວ ແລະ ເປັນຜູ້ປົກປ້ອງປ່າ. ດັ່ງທີ່ທ່ານ ຫງວຽນເຈົາອ໋າ, ຜູ້ກໍ່ຕັ້ງ, ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ Oxalis Adventure ໄດ້ແບ່ງປັນວ່າ: “ເມື່ອປະຊາ ຊົນ ມີລາຍໄດ້ທີ່ໝັ້ນຄົງ, ພວກເຂົາກໍບໍ່ຈຳເປັນຕ້ອງທຳລາຍປ່າ ເພື່ອດໍາລົງຊີວິດ”.
ອີງຕາມທ່ານ ຫງວຽນເຈົາອ໋າ, Oxalis ໄດ້ຍຶດໝັ້ນສາມຫຼັກ ການໃນການດໍາເນີນງານຄື: ຄວາມປອດໄພ - ການອະນຸ ລັກ - ຊຸມຊົນ. ຄວາມປອດໄພ ແມ່ນປັດໄຈຕັດສິນໃນທຸກໆທົວ; ການອະນຸລັກ ແມ່ນເສັ້ນໃຍສີແດງ ທີ່ເຊື່ອມໂຍງໃນທຸກໆ ກິດຈະກຳ; ສ່ວນການມີສ່ວນຮ່ວມ ຂອງ ຊຸມຊົນທ້ອງ ຖິ່ນ ແມ່ນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ. ປັດຊະຍານັ້ນ ໄດ້ຊ່ວຍໃຫ້ Oxalis ບໍ່ພຽງແຕ່ນໍາພານັກທ່ອງທ່ຽວໄປສູ່ຖໍ້າ ທີ່ຍິ່ງໃຫຍ່ເທົ່ານັ້ນ, ຫາກຍັງເປີດຮູບແບບການ ທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບ, ນໍາເອົາພາບພົດຂອງ ຫວຽດນາມ ໄປສູ່ສາຍຕາຊາວໂລກ ດ້ວຍຄວາມງາມ ອັນບໍ ລິສຸດ ແລະ ຈິດວິນຍານ ແຫ່ງຄວາມເປັນມະນຸດ ຂອງທ້ອງ ຖິ່ນ.
- ບົດ: ຖາວວີ/VNP - ພາບ: Oxalis Adventure - ແປໂດຍ: ຢືຟຽນ















