ເກີ໊ມແທງ - ໝູ່ບ້ານ ທີ່ສວຍງາມທີ່ສຸດໂລກ ຂອງ ຫວຽດນາມ
ຕັ້ງຢູ່ທ່າມກາງປ່າຈາກ ແລະ ຮ່ອງນ້ຳ ທ່ີມີນ້ຳຂຶ້ນລົງ, ເກີ໊ມແທງ ສະທ້ອນໃຫ້ເຫັນຈັງຫວະຊີວິດ ຂອງ ເຂດແມ່ນ້ຳລຳເຊ. ຮູບພາບ ຂອງ ເຮືອກະດົ້ງ ໄມ້ໄຜ່ ລ່ອງລອຍຜ່ານ ປ່າຈາກ ເຈັດເຮັກຕາ, ຜູ້ພາຍເຮືອ ກໍາລັງ ຂວ່າງແຫ ຢູ່ໃຕ້ຮົ່ມຈາກ... ນັ້ນແມ່ນການ ພັນລະນາ ທີ່ເຕັມໄປດ້ວຍ ລັກສະນະກາບກອນ ຂອງ Forbes ເມື່ອກ່າວເຖິງ ໝູ່ບ້ານນິເວດວິທະຍາ ແຫ່ງນີ້ ຂອງ ຫວຽດນາມ, ເຊິ່ງເປັນໜຶ່ງໃນ 50 ໝູ່ບ້ານ ທີ່ຖືກໂຫວດວ່າ ສວຍງາມທີ່ສຸດ ໂລກ ໃນປີ 2025.
ໃນເດືອນ ກັນຍາ ປີ 2025, ໝູ່ບ້ານ ເກີ໊ມແທງ ໄດ້ຮັບເລືອກ ຈາກ ວາລະສານ Forbes ຈັດເຂົ້າໃນລາຍຊື່ 50 ໝູ່ບ້ານ ທີ່ສວຍ ງາມທີ່ສຸດໂລກ ປີ 2025 ໂດຍການໂຫວດຂອງ Unforgettable Travel Company-ເຊິ່ງ ເປັນກຸ່ມບໍລິສັດທ່ອງທ່ຽວ ທີ່ມີຊື່ສຽງ ມີ ສຳນັກງານຕັ້ງຢູ່ ນິວຢອກ, ລອນດອນ ແລະ ຫຼາຍປະເທດ ທົ່ວ ໂລກ. ນີ້ແມ່ນຄັ້ງທຳອິດ ທີ່ໝູ່ບ້ານ ນິເວດວິທະຍາ ແຫ່ງໜຶ່ງ ຂອງ ຫວຽດນາມ ໄດ້ຮັບກຽດ, ເປັນການຢັ້ງຢືນ ເຖິງຄວາມດຶງດູດ ພິເສດ ຂອງ ທຳມະຊາດ ແລະ ວັດທະນະທຳ ທ້ອງຖິ່ນ.
ບ້ານ ເກີ໊ມແທງ ຂຶ້ນກັບເມືອງ ໂຮ້ຍອານ, ແຂວງ ກວາງນາມ (ຊື່ ເກົ່າແມ່ນ ຕາແສງ ໂຮ້ຍອານດົງ, ນະຄອນ ດ່າໜັງ), ຫ່າງຈາກ ໃຈກາງເຂດເມືອງເກົ່າ ໂຮ້ຍອານ ປະມານ 3 ກມ. ເກີ໊ມແທງ ມີ ທີ່ຕັ້ງພູມສາດ ແລະ ລະບົບນິເວດ ທີ່ຫາຍາກ ຕັ້ງຢູ່ຈຸດເຊື່ອມຕໍ່ ຂອງແມ່ນໍ້າ ໃຫຍ່ສາມສາຍຄື: ທູໂບ່ນ, ເຈື່ອງຢາງ ແລະ ໂລ້ແກ໋ງ ຢາງ ກ່ອນທີ່ຈະໄຫຼລົງສູ່ ທະເລຕາເວັນອອກ, ດັ່ງນັ້ນເຂດ ດິນ ແຫ່ງນີ້ ຈຶ່ງໄດ້ປະກົດເປັນຮູບເປັນຮ່າງ ລະບົບນິເວດນ້ຳ ເຄິ່ງຈືດ ເຄິ່ງເຄັມ ທີ່ເປັນເອກະລັກ.
ດ້ວຍເນື້ອທີ່ ທັງໝົດກວ່າ 900 ເຮັກຕາ, ໃນນັ້ນເນື້ອທີ່ໜ້ານ້ຳ ແລະ ຮ່ອງນ້ຳ ກວມເອົາເຖິງກວ່າ 300 ເຮັກຕາ, ເກີ໊ມແທງ ປາ ກົດຂຶ້ນຄື ກັບ ຮູບແຕ້ມສີນ້ຳ ທີ່ສວຍງາມທີ່ສຸດ ດ້ວຍຕົ້ນປ່າຈາກ ສີຂຽວ ພ້ອມທັງແມ່ນ້ຳ, ຮ່ອງນ້ຳ ແລະ ບ້ານເຮືອນທີ່ມີຄວາມ ສວຍງາມ ດັ່ງໃນຝັນ ຕັ້ງຢັ່ງຢາຍ ຢູ່ໃຕ້ຮົ່ມ ປ່າຈາກ.
ຄົນທ້ອງຖິ່ນເລົ່າວ່າ ປ່າຈາກ ແຫ່ງນີ້ ມີມາ ກວ່າ 200 ປີ ແລ້ວ. ແນວພັນຈາກ ຢູ່ທີ່ນີ້ ແມ່ນຖືກນຳມາປູກ ໂດຍຊາວ ອົບພະຍົບ ທີ່ມາຈາກເຂດ ຕາເວັນຕົກສ່ຽງໃຕ້. ຕົ້ນຈາກ ເຂດຕາເວັນຕົກ ສ່ຽງໃຕ້ ເໝາະກັບດິນ, ເໝາະກັບນ້ຳ ຂອງ ເຂດທະເລ ພາກກາງ ຈຶ່ງໄດ້ເກີດ, ຂະຫຍາຍພັນ ຢ່າງທຳມະຊາດ ຈົນກາຍເປັນປ່າ. ໃນຕອນຕົ້ນ, ປ່າຈາກ ມີເນື້ອທີ່ພຽງແຕ່ປະມານ 7 ເຮັກຕາ, ດັ່ງ ນັ້ນ ຊາວບ້ານ ຈຶ່ງມັກເອີ້ນວ່າ ປ່າຈາກ ໄບ໋ເໝົ໊າ (ປ່າຈາກເຈັດ ເຮັກຕາ) ແຕ່ມາຮອດ ປັດຈຸບັນ ປ່າຈາກ ໄດ້ຂະຫຍາຍ ເນື້ອທ່ີ ຫຼາຍກວ່າ 100 ເຮັກຕາແລ້ວ.
ຕະຫຼອດຫຼາຍເສັ່ນຄົນມາແລ້ວ, ປ່າຈາກ ບໍ່ພຽງແຕ່ເປັນບ່ອນ ປົກປ້ອງ, ຄຸ້ມຄອງຊາວບ້ານ ເກີ໊ມແທງ ຫຼີກລ້ຽງຈາກ ພາຍຸທະ ເລ ເທົ່ານັ້ນ, ແຕ່ຍັງເປັນບ່ອນຢູ່ອາໄສ ຂອງ ສັດນ້ຳ ຫຼາຍຊະນິດ ອີກດ້ວຍ.
ເມື່ອມາເຖິງ ເກີ໊ມແທງ, ນັກທ່ອງທ່ຽວ ຈະໄດ້ສຳຜັດກັບ ຄວາມຮູ້ ສຶກ ທີ່ບໍ່ອາດຫຼົງລືມ ກ່ຽວກັບພາບຊີວິດ ຊົນນະບົດ ໃນເຂດແມ່ ນ້ຳລຳເຊ ທີ່ສະຫງົບສຸກ ແລະ ສວຍງາມ ໂດຍການຂີ່ເຮືອກະດົ້ງ ໄມ້ໄຜ່ ລອດລ່ອງ ໄປຕາມຮ່ອງນ້ຳ ຢູ່ໃຕ້ຮົ່ມປ່າຈາກ ທີ່ເຢັນສະ ບາຍ ແລະ ເພີດເພີນກັບ ຄວາມມ່ວນຊື່ນແບບຊົນນະບົດ ຂອງ ເຂດນີ້ຄື ຟັງຄົນ ພາຍເຮືອກະດົ້ງ ຂັບເພງພື້ນເມືອງພາກກາງທີ່ ຫວານຊື່ນ, ເບິ່ງຊາວບ້ານຂວ່າງແຫ ຫາປາ ຫຼື ຕຶກປາ, ຫາປູ ຢູ່ ໃຕ້ຮົ່ມຈາກ, ໂດຍສະເພາະແມ່ນເບິ່ງການສະແດງ ພາຍເຮືອກະ ດົ້ງ. ດ້ວຍຄວາມຊຳນິຊຳນານ ຂອງ ຜູ້ພາຍເຮືອ ທີ່ຄຸ້ນເຄີຍ ກັບ ຄື້ນນ້ຳ, ເຮືອກະດົ້ງ ຈະອຽງໄປອຽງມາ ແລະ ໝູນຢ່າງໄວ ເຮັດໃຫ້ຜູ້ທີ່ນັ່ງຢູ່ເທິງເຮືອ ຕ້ອງຈັບຂອບເຮືອ ໃຫ້ແໜ້ນ ແລ້ວສົ່ງ ສຽງຮ້ອງ, ສຽງຫົວ ດ້ວຍຄວາມຕື່ນເຕັ້ນສຸດໆ ຄື ກັບການ ຂີ່ລົດ ໄຟເຫາະ ຢູ່ທ່ີສູງ.
ປັດຈຸບັນ, ເກີ໊ມແທງ ແມ່ນຈຸດໝາຍປາຍທາງ ທີ່ດຶງດູດ ນັກທ່ອງ ທ່ຽວ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼວງຫຼາຍ, ໂດຍສະເພາະໃນລະດູຮ້ອນ. ເກີ໊ມແທງ ບໍ່ພຽງແຕ່ນຳເອົາຊ່ວງ ເວລາ ສຳຜັດກັບ ທຳມະຊາດ ທີ່ສວຍງາມ ແລະ ກິດຈະກຳ ການ ຫຼິ້ນພື້ນເມືອງ ທີ່ເປັນເອກະລັກ ເທົ່ານັ້ນ, ແຕ່ຍັງມີອາຫານ ທະເລ ສົດໃໝ່ ທີ່ດຶງດູດໃຈ ເຊິ່ງບໍລິການ ຈາກຊາວບ້ານທີ່ໃຈດີ ດ້ວຍ ຄວາມຈິງໃຈ, ເປັນມິດ ແລະ ຮັກແຂກແພງຄົນ ຂອງ ໝູ່ບ້ານ ທີ່ ສວຍງາມທີ່ສຸດໂລກແຫ່ງນີ້.
- ບົດ ແລະ ພາບໂດຍ: ແທງຮ່ວາ, ເຕິດເຊີນ, ກົງດາດ - ແປໂດຍ: ບິກລຽນ



















