ກຸ່ມນັກສຶກສາ ຊາວ ອາເມລິກາ ເຊື້ອສາຍ ມົ້ງ: ກັບຄືນ ຫວຽດນາມ ເພື່ອຄົ້ນຫາ ຄວາມມີຊີວິດຊີວາ ທາງວັດທະນະທຳ

ກຸ່ມນັກສຶກສາ ຊາວ ອາເມລິກາ ເຊື້ອສາຍ ມົ້ງ: ກັບຄືນ ຫວຽດນາມ ເພື່ອຄົ້ນຫາ ຄວາມມີຊີວິດຊີວາ ທາງວັດທະນະທຳ

ນັກສຶກສາ ສີ່ຄົນ ຊາວ ອາເມລິກາ ເຊື້ອສາຍ ມົ້ງຄື:  ນາງ Leanne Lo, ນາງ Sunshine Thao, ທ້າວ Edward Xiong ແລະ ນາງ Jules Xiong ຈາກມະຫາວິທະຍາໄລ Wisconsin (ສ ອາເມລິກາ) ໄດ້ເດີນທາງມາ ຫວຽດນາມ ໃນໂຄງການ “ເຊື່ອມຕໍ່ສາຍພົວພັນ ວັດທະນະທຳ ຂອງ ຊາວເຜົ່າ ມົ້ງ, ໜ່ວຍໂລກ ແລະ ຈິດວິນຍານ”. ການໄດ້ສຳຜັດຕົວຈິງ ຢູ່ຕາມເຂດຊຸມຊົນ ຊາວເຜົ່າ ມົ້ງ ຢູ່ ຕາແສງ ປ່າກໍ່ (ແຂວງ ຝູ໋ເຖາະ), ຕາແສງ ຮ່ວຍຕູ້ (ແຂວງ ເງ້ອານ) ແລະ ຕາແສງ ລຸ່ງຕ໋າມ (ແຂວງ ຕວຽນກວາງ) ໄດ້ຊ່ວຍໃຫ້ພວກເຂົາ ສ້າງຊຸດ ສະສົມ ຊຸດເຄື່ອງແຕ່ງກາຍ ທີ່ເປັນເອກະລັກ, ບໍ່ພຽງແຕ່ເປັນການ ຍົກຍ້ອງ ມໍລະດົກ ວັດທະນະທຳ ເທົ່ານັ້ນ, ແຕ່ຍັງ ເປັນການຢືນຢັນ ເຖິງສີສັນ ຂ້າມພົມແດນ ອີກດ້ວຍ.

ເຫດການໄດ້ດຶງດູດຄວາມສົນໃຈ ຈາກມວນຊົນ ເປັນຈຳນວນ ຫຼວງຫຼາຍ.

ໃນການເດີນທາງຄັ້ງນີ້, ກຸ່ມນັກສຶກສາ ໄດ້ຮຽນຮູ້ເຕັກນິກ ການແຕ້ມ ຂີ້ເຜີ້ງ, ການຍ້ອມສີຄາມ, ການຖັກແສ່ວດ້ວຍມື ແລະ ໄດ້ໃຊ້ຊີວິດ ຮ່ວມກັບຄອບຄົວ ຂອງ ຄົນທ້ອງຖິ່ນ. ພວກເຂົາໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ຈາກປະຊາຊົນ ເໝືອນ ຍາດພີ່ນ້ອງ, ໄດ້ຮຽນຮູ້ ການ ທໍຜ້າ ແລະ ໄດ້ສຳຜັດກັບຊີວິດ ຂອງ ປະຊາຊົນ ໃນເຂດພູດອຍ. ປະສົບການເຫຼົ່ານີ້ ໄດ້ກາຍເປັນ ແຮງບັນດານໃຈ ໃນການສ້າງ ຊຸດສະສົມ ເຄື່ອງແຕ່ງກາຍ ທີ່ທັນສະໄໝ, ແຕ່ຍັງຄົງຮັກສາເອກະລັກ ຂອງ ຊາວເຜົ່າ ມົ້ງ ໄວ້ຢ່າງເລິກເຊິ່ງ. ນາງ Sunshine Thao ໄດ້ກ່າວວ່າ: “ຂ້າພະເຈົ້າ ບໍ່ພຽງແຕ່ໄດ້ໃຊ້ຊີວິດ ຢູ່ທ່າມກາງ ທໍາມະຊາດ ແລະ ໝູ່ບ້ານ ເທົ່ານັ້ນ, ແຕ່ຍັງເຂົ້າໃຈ ຢ່າງຊັດເຈນ ຕື່ມອີກ ກ່ຽວກັບ ສະຖານທີ່ ທີ່ປູ່ຍ່າຕາຍາຍ, ພໍ່ແມ່ ຂອງຕົນ ເຄີຍເຕີບໃຫຍ່ ຂຶ້ນມາ”.

 

ນັກສຶກສາແນະນຳຜະລິດຕະພັນ ທີ່ສ້າງດ້ວຍມື ຂອງຕົນ.
ບໍ່ວ່າຈະຢູ່ໃສ, ພວກເຂົາກໍຍັງມີຄວາມພູມໃຈ ໃນສີສັນ ຂອງ ຊາວເຜົ່າ ມົ້ງ-ຫວຽດນາມ.

ການອອກແບບ ຂອງ ກຸ່ມນັກສຶກສາ ໄດ້ຮັບແຮງບັນດານໃຈ ຈາກ ແມງກະເບື້ອ, ດອກໄມ້ ແລະ ຮູບກົ້ນຫອຍ-ເຊິ່ງເປັນ ສັນຍາລັກ ທີ່ຄຸ້ນເຄີຍ ໃນວັດທະນະທຳ ຂອງຊາວເຜົ່າ ມົ້ງ. ແມງກະເບື້ອ ມີຄວາມຕິດພັນ ກັບຄວາມຊົງຈຳ ຂອງຊຸມຊົນ; ດອກໄມ້ ເປັນ ສັນຍາລັກ ຂອງ ການເຕີບໃຫຍ່; ສ່ວນຮູບກົ້ນຫອຍ ເຕືອນໃຫ້ລະນຶກ ເຖິງ ກົກເຄົ້າເຫງົ້າຕໍ ຂອງຄອບຄົວ. ນາງ Jules Xiong ອະທິບາຍວ່າ: “ແມງກະເບື້ອ ແລະ ດອກໄມ້ ມີຊີວິດ ຢູ່ຮ່ວມກັນ ເພື່ອຄວາມຢູ່ລອດ. ເຊັ່ນດຽວກັນ ກັບຄົນຮຸ່ນໃໝ່, ສີສັນເອກະລັກ ຂອງຊາວເຜົ່າ ມົ້ງ ໄດ້ພັດທະນາ ຢູ່ໃນ ຄວາມສົມດຸນ ລະຫວ່າງ ການອະນຸລັກ ແລະ ການປ່ຽນແປງ”.

 

ນັກສຶກສາ ໄດ້ສຳຜັດປະສົບການຕົວຈິງ ຮ່ວມກັບຊາວເຜົ່າ ມົ້ງ ທີ່ ຕາແສງ ຮ່ວຍຕູ້ (ແຂວງ ເງ້ອານ).

ກຸ່ມນັກສຶກສາ ຖ່າຍຮູບເປັນທີ່ລະນຶກກັບຜູ້ເຂົ້າຊົມ.

  ທ້າວ Edward Xiong ສະແດງຄວາມຮູ້ສຶກທີ່ປະທັບໃຈວ່າ: “ຢູ່ ອາເມລິກາ, ຂ້າພະເຈົ້າພຽງແຕ່ໄດ້ຍິນແມ່ຕູ້ ແລະ ພໍ່ເລົ່າ ກ່ຽວກັບ ການ ທໍຜ້າ, ການຍ້ອມສີຄາມ. ບັດນີ້ເມື່ອໄດ້ມາ ສຳຜັດ ກັບ ປະສົບການຕົວຈິງ, ຂ້າພະເຈົ້າ ຮູ້ສຶກ ຄືໄດ້ກັບບ້ານ, ໄດ້ຮັບການ ເຕືອນເຖິງ ສີສັນ ແລະ ຕົ້ນກຳເນີດຂອງຕົນ”. ເຄື່ອງແຕ່ງກາຍ “ເຊື່ອມຕໍ່ ສາຍພົວພັນ ວັດທະນະທຳ ຂອງຊາວເຜົ່າ ມົ້ງ, ໜ່ວຍໂລກ ແລະ ຈິດວິນຍານ” ແມ່ນມີຄວາມໜຸ່ມແໜ້ນ, ມີລັກສະນະສາກົນ, ທັງສະແດງ ເຖິງ ຄວາມເອກອ້າງທະນົງໃຈ ໃນຮີດຄອງປະເພນີ. ລວດລາຍ ຮູບ ແມງກະເບື້ອ, ດອກໄມ້, ຮູບກົ້ນຫອຍ ໄດ້ເລົ່າເລື່ອງ ມໍລະດົກ ຂອງ ຊາວເຜົ່າ ມົ້ງ ຈາກຮຸ່ນສູ່ຮຸ່ນ. 

ນັກສຶກສາ ຮຽນຮູ້ເຕັກນິກການແຕ້ມຂີ້ເຜີ້ງ, ການຍ້ອມ ສີຄາມ, ການປັກແສ່ວດ້ວຍມື ຈາກຊ່າງຫັດຖະກຳທ້ອງຖິ່ນ. ພາບ: ເອກະສານ

ທ່ານນາງ ເຈິ່ນຕວ໋ຽດລານ, ຜູ້ອຳນວຍການອົງການ Craft Link, ຊຶ່ງເປັນໜ່ວຍງານ ທີ່ຮ່ວມທາງ ກັບກຸ່ມນັກສຶກສາ ໄດ້ກ່າວວ່າ: “ນັກ ສຶກສາເຫຼົ່ານີ້ ແມ່ນຄົນຮຸ່ນທີສາມ ຂອງ ຊາວເຜົ່າ ມົ້ງຢູ່ ສ ອາເມລິ ກາ. ໂຄງການດັ່ງກ່າວໄດ້ປະກອບສ່ວນໃນການເຜີຍແຜ່ ອາຊີບ ຫັດຖະກຳ ພື້ນເມືອງ ແລະ ເຊື່ອມຕໍ່ຊ່າງຝີມືຊາວ ຫວຽດນາມ ກັບ ນັກອອກແບບ ຮຸ່ນໃໝ່ ທົ່ວໂລກ. ຊຸດເຄື່ອງແຕ່ງກາຍ ໄດ້ຖືກ ນຳໄປ ວາງສະແດງ ຢ່າງເປີດເຜີຍ ແລະ ດຶງດູດຄວາມສົນໃຈ ຈາກມວນຊົນ ເປັນຈໍານວນຫຼວງຫຼາຍ”.

ຊຸດເຄື່ອງແຕ່ງກາຍ ໄດ້ຮັບແຮງບັນດານໃຈ ຈາກ ແມງກະເບື້ອ ແລະ ດອກໄມ້-ເຊິ່ງເປັນສັນຍາລັກ ຂອງ ຊີວິດ ແລະ ຄວາມສຳພັນ ທີ່ຢູ່ຮ່ວມກັນ ໃນວັດທະນະທຳ ຂອງຊາວເຜົ່າ ມົ້ງ.

ການເດີນທາງຄັ້ງນີ້ ບໍ່ພຽງແຕ່ເປັນໂຄງການແຟຊັ່ນເທົ່ານັ້ນ, ແຕ່ຍັງ ເປັນການເດີນທາງ ເພື່ອຄົ້ນຫາສີສັນຂອງຕົນເອງ. ນາງ Leanne Lo- ນັກສຶກສາ ສາຂາອອກແບບແຟຊັ່ນໄດ້ກ່າວວ່າ: “ຂ້າພະເຈົ້າ ຮັກ ວັດທະນະທຳ ບ້ານເກີດ ຂອງຕົນຫຼາຍຂຶ້ນ. ຂ້າພະເຈົ້າ ໄດ້ພົບເຫັນ ສີສັນສ່ວນຕົວ ຜ່ານສີສັນ ແລະ ຈິດວິນຍານ ຂອງ ພູພຽງຫີນ”.

“ເຊື່ອມຕໍ່ສາຍພົວພັນວັດທະນະທຳ ຂອງ ຊາວເຜົ່າ ມົ້ງ, ໜ່ວຍໂລກ ແລະ ຈິດວິນຍານ” ບໍ່ພຽງແຕ່ເປັນຊື່ໂຄງການເທົ່ານັ້ນ, ແຕ່ຍັງເປັນ ບົດຮຽນ ການກັບຄືນມາ-ເຊິ່ງເປັນບ່ອນທີ່ ຄົນຮຸ່ນໃໝ່ ຂອງ ຊາວ ອາເມລິກາ ເຊື້ອສາຍເຜົ່າ ມົ້ງ ໄດ້ພົບເຫັນຄວາມຜູກພັນລະຫວ່າງ ມະນຸດ, ທໍາມະຊາດ ແລະ ຮີດຄອງປະເພນີ. ເຖິງວ່າຈະອາໄສຢູ່ ອາເມລິກາ ຫຼື ບ່ອນໃດກໍຕາມ, ພວກເຂົາຍັງຄົງມີຄວາມພູມໃຈ ໃນ ຕົນເອງວ່າ ເປັນຊາວເຜົ່າ ມົ້ງ ທ່ີສືບທອດວັດທະນະທຳ ມາຈາກ ຫວຽດນາມ.

ບົດ: ເວິນເຈິ່ນ - ພາບ: ແທງຢາງ - ແປໂດຍ: ບິກລຽນ


Top