ຕອນບ່າຍວັນທີ 25 ພະຈິກ, ທ່ານ ໂຮ່ດຶກເຟິກ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Carlos Felipe Jaramillio, ຮອງປະທານທະຫານໂລກ (WB) ຮັບຜິດຊອບ ອາຊີຕາເວັນອອກ ປາຊີຟິກ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ສະເໜີໃຫ້ WB ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ພື້ນຖານໂຄງລ່າງຍຸດທະສາດ, logistics, ພະລັງງານສະອາດ, ການພັດທະນາຕົວເມືອງ, ການຫັນເປັນດີຈີຕອນ, ການຮ່ວມມື ODA… ພ້ອມກັນນັ້ນ, ກໍ່ສະເໜີໃຫ້ທ່ານຮອງປະທານ WB ສົມທົບກັນຢ່າງແໜ້ນແຟ້ນກັບຜູ້ອຳນວຍການແຫ່ງຊາດ WB ປະຈຳ ຫວຽດນາມ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມການຮ່ວມມື, ຫັນບັນດາບຸລິມະສິດລວມລະຫວ່າງ 2 ຝ່າຍໃຫ້ປະກົດຜົນເປັນຈິງ.
ສ່ວນທ່ານຮອງປະທານ Carlos Felipe Jaramillio ກໍ່ໄດ້ແລກປ່ຽນກັບທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ກ່ຽວກັບບັນດາເນື້ອໃນຈຸດສຸມ, ຄື: ການລົງທຶນບັນດາໂຄງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ນະວັດຕະກຳ…








