• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າຕຽນ ເປີດຕົວຮູບແບບການໂຄສະນາຂໍ້ມູນຕ້ານການຫາປາ IUU ຕິດພັນກັບການຫັນປ່ຽນດີຈີຕອນ

ກົມກອງໄດ້ປະສານສົມທົບລະຫວ່າງມາດຕະການໂຄສະນາທີ່ເປັນປົກກະຕິຄືໂຄສະນາລວມສູນ ແລະ ໂຄສະນາສະເພາະດ້ວຍແອັບຫັນເປັນດິຈິຕອນ.
  ເຮືອຫາປາຈອດຢູ່ບໍລິເວນປາກແມ່ນ້ຳ ໃນນະຄອນ ຮ່າຕຽນ, ແຂວງ ກຽນຢາງ. ພາບ: VNA  

ວັນທີ 18 ກັນຍາ, ຢູ່ຕາ​ແສງ ຮ່າຕຽນ, ​ປ້ອມ​ປ້ອງ​ກັນຊາຍແດນດ່ານສາກົນ ຮ່າຕຽນ (ແຂວງ ອານຢາງ) ໄດ້ຜັນ​ຂະ​ຫຍາຍຮູບແບບ “ທະຫານຊາຍແດນ - ​ຮ່ວມ​ເດີນ​ທາງ​ພ້ອມ​ກັບຊາວປະມົງ”, ​ຕິດ​ພັນ​ກັບ​ການ​ໂຄ​ສະ​ນາຕ້ານການຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​​ເຮັດ​ຕາມ​ຂໍ້​ກຳ​ນົດ (IUU) ກັບການນຳໃຊ້ການຫັນປ່ຽນດີຈີຕອນຢູ່​ຕາ​ແສງ ຮ່າຕຽນ ແລະ ຕາ​ແສງ ໂຕເຈົາ, ແຂວງ ອານຢາງ.

ທ່ານ ພັນຈັດ​ຕະ​ວາ ລາມິນຍ່າ, ຮອງນັກ​ການເມືອງ ​ ​ປ້ອມ​​ປ້ອງກັນ​ຊາຍ​ແດນ ດ່ານ​ຊາຍ​ແດນສາກົນ ຮ່າຕຽນ, ໃຫ້ຮູ້ວ່າ:

"ເພື່ອຍົກ​ສູງຄຸນນະພາບປະສິດທິ​ຜົນຂອງ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ດ້ານ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳໃຫ້ແກ່​ພໍ່​ແມ່​ປະ​ຊາ​ຊົນຊາວປະມົງ ກໍ​ຄື​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການຕ້ານການຂຸດ​ຄົ້ນ IUU, ​ກົມ​ກອງ​ໄດ້​ປະ​ສານ​ສົມ​ທົບ​​ລະ​ຫວ່າງ​ມາດ​ຕະ​ການ​ໂຄ​ສະ​ນາ​ທີ່​ເປັນ​ປົກ​ກະ​ຕິຄື​ໂຄ​ສະ​ນາ​ລວມ​ສູນ ແລະ ໂຄ​ສະ​ນາ​ສະ​ເພາະ​ດ້ວຍ​ແອ​ັບ​ຫັນ​ເປັນດີ​ຈີຕອນ. ໃນ​ວິ​ວັດ​ການລາດຕະເວນ, ກວດກາຢູ່ທະເລ, ນອກຈາກການກວດກາ​ເລື່ອງ​ຊາວ​ປະ​ມົງປະຕິບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງກົດໝາຍວ່າ​ດ້ວຍ​ສິນ​ໃນ​ນ້ຳ​ແລ້ວ, ​ກໍ່​ຈະ​ສົມ​ທົບ​ກັບ​ການ​ໂຄ​ສະ​ນາ​ເພື່ອ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ໃຫ້​ ຊາວປະມົງໃນ ການປະຕິບັດຕາມ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ຢ່າງເຂັ້ມງວດ."

(ແຫຼ່ງຄັດຈາກ VOV)

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 81, ໃນສະພາບການທີ່ ຫວຽດນາມ ແລະ ສະຫະປະຊາຊາດ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນ

Top