ມະຕິເລກທີ 80 ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ໄດ້ມອບບັນດາເປົ້າໝາຍລະອຽດໃຫ້ແກ່ຂະແໜງອຸດສາຫະກຳວັດທະນະທຳ.
ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາສູນກາງເຮັດວຽກຂອງຫົວໜ້າຄະນະໂຄສະນາສຶກສາສູນກາງກັບບັນດາອົງການກ່ຽວກັບການເສີມຂະຫຍາຍບົດບາດຂອງວັດທະນະທຳ (ພາບ: VNA)
ມະຕິເລກທີ 80 ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ໄດ້ມອບບັນດາເປົ້າໝາຍລະອຽດໃຫ້ແກ່ຂະແໜງອຸດສາຫະກຳວັດທະນະທຳ. ເພື່ອປະຕິບັດສຳເລັດບັນດາເປົ້າໝາຍນີ້, ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຮຽກຮ້ອງຕ້ອງມີການປ່ຽນແປງຢ່າງແຮງຈາກຈິນຕະນາການພັດທະນາວັດທະນະທຳ ໄປສູ່ການພັດທະນາດ້ວຍວັດທະນະທຳ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ການເຮັດວຽກຂອງຫົວໜ້າຄະນະໂຄສະນາສຶກສາສູນກາງກັບບັນດາອົງການກ່ຽວກັບການເສີມຂະຫຍາຍບົດບາດຂອງວັດທະນະທຳ, ປະກອບສ່ວນເຂົ້າເປົ້າໝາຍການເຕີບໂຕເສດຖະກິດຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 17 ກັນຍາ, ຢູ່ ຮ່າໂນ້ຍ.
ທີ່ການເຮັດວຽກ, ທ່ານຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຮຽກຮ້ອງຕ້ອງຖືວັດທະນະທຳທຽບເທົ່າກັບບັນດາຂົງເຂດເສດຖະກິດ, ສັງຄົມ, ຖືວັດທະນະທຳເປັນກຳລັງໜູນເຕີບໂຕ, ວັດທະນະທຳເປັນກຳລັງແຮງກ່ຽວກັບແຫຼ່ງກຳລັງພາຍໃນຢ່າງແທ້ຈິງ. ດັ່ງນັ້ນ, ຕ້ອງມີນະໂຍບາຍການລົງທຶນໃຫ້ແກ່ວັດທະນະທຳ ແລະ ປຸກລຸກແຫຼ່ງກຳລັງ, ສ້າງກົນໄກໃຫ້ແກ່ບັນດານັກລົງທຶນອື່ນເຂົ້າຮ່ວມການລົງທຶນພັດທະນາວັດທະນະທຳ.
(ແຫຼ່ງຄັດຈາກ VOV)