ທ່ານຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ສະເໜີ ຈີນສ້າງເງື່ອນໄຂທີ່ສະດວກກວ່າໃຫ້ຜະລິດຕະພັນກະເສດ ຫວຽດນາມ ສົ່ງອອກໄປຍັງຈີນ, ສືບຕໍ່ຮ່ວມມືຢ່າງເລິກເຊິ່ງກ່ຽວກັບການກັກກັນພະຍາດຢ່າງເລິກເຊິ່ງກວ່າອີກ.
ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ແລະ ບທ່ານ Ding Xuexiang ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຈີນ (ພາບ: VNA)
ຕອນບ່າຍວັນທີ 16 ກັນຍາ, ຢູ່ນະຄອນ ໜານໜິງ, ແຂວງກວາງຊີ, ຈີນ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Ding Xuexiang ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຈີນ. ທີ່ການພົບປະເນື່ອງໃນໂອກາດຮອງນາຍົກລັດຖະມົນຕີ ສອງປະເທດພ້ອມກັນເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ການລົງທຶນຈີນ ອາຊຽນ(CABIS) ຄັ້ງທີ 23.
ທີ່ການພົບປະເຈລະຈາ, ທ່ານຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ສະເໜີ ຈີນສ້າງເງື່ອນໄຂທີ່ສະດວກກວ່າໃຫ້ຜະລິດຕະພັນກະເສດ ຫວຽດນາມ ສົ່ງອອກໄປຍັງຈີນ, ສືບຕໍ່ຮ່ວມມືຢ່າງເລິກເຊິ່ງກ່ຽວກັບການກັກກັນພະຍາດຢ່າງເລິກເຊິ່ງກວ່າອີກ, ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການກຳນົດ ຫວຽດນາມ ແມ່ນປະເທດເຈົ້າຂອງ ຂອງກິດຈະກຳ “ແບ່ງປັນຕະຫຼາດໃຫຍ່ - ການສົ່ງອອກຈີນ”ໃນປີ 2027 ໂດຍໄວ. ກ່ຽວຂ້ອງເຖິງການຄ້າ ແລະ ການເຊື່ອມຕໍ່, ຫວຽດນາມ ສະເໜີສ້າງບັນດາເຂດຮ່ວມມືເສດຖະກິດຜ່ານຊາຍແດນໂດຍໄວ, ຜັນຂະຫຍາຍຮູບແບບດ່ານຊາຍແດນອັດສະລິຍະ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ ເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຢີ ແລະ ຍູ້ແຮງບັນດາໂຄງການອຸປະຖຳໃຫ້ແກ່ ຫວຽດນາມຢ່າງແຮງກວ່າອີກ.
ສ່ວນທ່ານ Ding Xuexiang ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຈີນຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະຊຸກຍູ້ບັນດາໂຄງການຮ່ວມມືອັນແທ້ຈິງສືບຕໍ່ບັນລຸຄວາມຄືບໜ້າ, ຍູ້ແຮງການສ້າງບັນດາເສັ້ນທາງລົດໄຟບັນລຸມາດຖານເຊື່ອມຈອດສອງປະເທດ ແລະ ເຊື່ອມຈອດກັບເສັ້ນທາງລົດໄຟຈີນ - ເອີລົບ; ກຽມພ້ອມກັບ ຫວຽດນາມ ສ້າງລະບົບສະໜອງ, ລະບົບຜະລິດເປັນປົກກະຕິ, ຍູ້ແຮງການຜັນຂະຫຍາຍຮູບແບບດ່ານຊາຍແດນອັດສະລິຍະ ແລະ ເຂດຮ່ວມມືເສດຖະກິດຜ່ານຊາຍແດນ.
(ແຫຼ່ງຄັດຈາກ VOV)