• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ກອງ​ປະ​ຊຸມ​ທົບ​ທວນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ ຮອບວຽນ​ທີ 3 (CCM3) ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ​, ສປປ ລາວ ໃນ​ລະ​ຫວ່າງ​ວັນ​ທີ 14 – 18 ກັນ​ຍາ​.
  ທ່ານ​ນາງ ຫງວຽນ​ທິ​ຮວ່າງ​ເວີນ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ກ່າວຄຳເຫັນທີ​ກອງ​ປະ​ຊຸມ (ພາບ: VNA)  

ຄະ​ນະ​ຜູ້​ແທນ ຫວຽດ​ນາມ ນຳ​ໂດຍ ​ທ່ານ​ນາງ ຫງວຽນ​ທິ​ຮວ່າງ​ເວີນ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.

​ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​, ທ່ານ​ນາງ ຫງວຽນ​ທິ​ຮວ່າງ​ເວີນ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນວ່າ ຫວຽດ​ນາມ ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ສະ​ໜັບ​ສະ​ໜູນ​ນຳ​້​ໃຈ ແລະ ເປົ້າ​ໝາຍ​ມະ​ນຸດ​ສະ​ທຳ​ຂອງ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ ວ່າ​ດ້ວຍ​ລະ​ເບີດ​ລູກ​ຫວ່ານ ແລະ ໝາກໝິ່ນສັງຫານ​, ສະ​ກັດ​ກັ້ນ​ການ​ນຳ​ໃຊ້​ອາ​ວຸດ​ນີ້ແບບຊະ​ຊາຍ​ເພື່ອ​ປົກ​ປ້ອງ​ມະ​ນຸດ​; ພ້ອມ​ທັງ​ຢັ້ງ​ຢືນ​ສິດ​ອັນຊອບ​ທຳ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ການ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ປົກ​ປ້ອງ​ຕົນ​ເອງ​ຕາມ​ກົດ​ບັດ ສປຊ​.

​ເນື່ອງ​ໃນ​ໂອ​ກາດ​ນີ້​, ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ເພີ່ມ​ທະ​ວີການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ແລະ ເຕັກ​ນິກ​ໃຫ້​ບັນ​ດາ​ປະ​ເທດທີ່​ຖືກ​ຜົນ​ກະ​ທົບຢ່າງ​ໜັກ​ໜ່ວງ​ຄຶ​ື: ຫວຽດ​ນາມ​, ລາວ ແລະ ກຳ​ປູ​ເຈຍ​.

​ຢູ່​ນອກ​ກອງ​ປະ​ຊຸມ​, ທ່ານ​ນາງ ຫງວຽນ​ທິ​ຮວ່າງ​ເວີນ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີກະຊວງ​ການ​ຕ່າງ​ປະ​ເທດ ລາວ​, ການ​ນຳ​ຄະ​ນະ​ຜູ້​ແທນ ກຳ​ປູ​ເຈຍ​, Timor – Leste, ອົງ​ການ​ທີ່​ປຶກ​ສາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລູກ​ລະ​ເບີດ​ໝາກ​ໝິ່ນ (MAG)... ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top