ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ສະເໜີໃຫ້ທັງ 2 ຝ່າຍສືບຕໍ່ສຸມໃສ່ບັນດາຂົງເຂດຈຸດສຸມຄື: ເພີ່ມທະວີການເຊື່ອມຕໍ່, ສ້າງກຳລັງໜູນໃຫ້ແກ່ການພັດທະນາລວມຜ່ານເຂດການຄ້າເສລີ ອາຊຽນ-ຈີນ 3.0
ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ. (ພາບ: VNA)
ວັນທີ 15 ກັນຍາ, ທີ່ນະຄອນຫຼວງ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳຈີນ, ໃນຖານະເປັນປະທານໝູນວຽນຂອງ ອາຊຽນ ປະຈຳ ປັກກິ່ງ (ACB), ໄດ້ສົມທົບກັບສະມາຄົມມິດຕະພາບການຕ່າງປະເທດປະຊາຊົນ ຈີນ, ຈັດພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ (2021-2026) ແລະ 35 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມເຈລະຈາອາຊຽນ-ຈີນ (1991-2026).
ກ່າວຄຳເຫັນໃນຖານະທີ່ເປັນປະທານໝູນວຽນຂອງ ອາຊຽນ ຢູ່ ປັກກິ່ງ, ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ສະເໜີໃຫ້ທັງ 2 ຝ່າຍສືບຕໍ່ສຸມໃສ່ບັນດາຂົງເຂດຈຸດສຸມຄື: ເພີ່ມທະວີການເຊື່ອມຕໍ່, ສ້າງກຳລັງໜູນໃຫ້ແກ່ການພັດທະນາລວມຜ່ານເຂດການຄ້າເສລີ ອາຊຽນ-ຈີນ 3.0, RCEP, ແລະ ການເຊື່ອມຕໍ່ລະບົບສະໜອງ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງແທ້ຈິງ, ຄື: ເສດຖະກິດດີຈີຕອນ, ປັນຍາປະດິດ ແລະ ການຄ້າເອເລັກໂຕນິກ… ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ຈະສືບຕໍ່ພ້ອມກັບ ບັນດາປະເທດ ອາຊຽນ ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ.
(ແຫຼ່ງຄັດຈາກ VOV)