ຂ່າວສານ

ອາຊຽນ ແລະ ຈີນ ສະເຫຼີມສະຫຼອງ 5 ປີ ແຫ່ງການພົວພັນຄູ່ຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ 35 ປີ ແຫ່ງການພົວພັນຄູ່ຮ່ວມເຈລະຈາ ຢູ່ ປັກກິ່ງ

ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ສະເໜີໃຫ້ທັງ 2 ຝ່າຍສືບຕໍ່ສຸມໃສ່ບັນດາຂົງເຂດຈຸດສຸມຄື: ເພີ່ມທະວີການເຊື່ອມຕໍ່, ສ້າງກຳລັງໜູນໃຫ້ແກ່ການພັດທະນາລວມຜ່ານເຂດການຄ້າເສລີ ອາຊຽນ-ຈີນ 3.0
  ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ. (ພາບ: VNA)  

ວັນທີ 15 ກັນຍາ, ທີ່ນະຄອນຫຼວງ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳຈີນ, ໃນຖານະເປັນປະທານໝູນວຽນຂອງ ອາຊຽນ ປະຈຳ ປັກກິ່ງ (ACB), ໄດ້​ສົມ​ທົບ​ກັບສະມາຄົມມິດຕະພາບ​ການຕ່າງປະເທດປະຊາຊົນ ຈີນ, ຈັດພິທີສະເຫຼີມສະຫຼອງ 5 ປີແຫ່ງວັນ​ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ (2021-2026) ແລະ 35 ປີແຫ່ງວັນສ້າງຕັ້ງ​ການພົວພັນ​ຄູ່​ຮ່ວມເຈລະຈາອາຊຽນ-ຈີນ (1991-2026).

ກ່າວຄຳເຫັນໃນຖານະທີ່ເປັນປະທານໝູນວຽນຂອງ ອາຊຽນ ຢູ່ ປັກກິ່ງ, ທ່ານ ຟ້າມ​ແທັງ​ບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ສະເໜີໃຫ້ທັງ 2 ຝ່າຍສືບ​ຕໍ່ສຸມໃສ່ບັນດາຂົງເຂດ​ຈຸດ​ສຸມຄື: ເພີ່ມທະວີການເຊື່ອມ​ຕໍ່, ​ສ້າງ​ກຳ​ລັງ​ໜູນໃຫ້ແກ່ການພັດທະນາລວມຜ່ານເຂດການຄ້າເສລີ ອາຊຽນ-ຈີນ 3.0, RCEP, ແລະ ການເຊື່ອມຕໍ່ລະບົບສະໜອງ; ຊຸກ​ຍູ້ການຮ່ວມມືໃນບັນ​ດາຂົງເຂດທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຢ່າງ​ແທ້​ຈິງ, ຄື: ເສດຖະກິດດີຈີຕອນ, ປັນຍາປະດິດ ແລະ ການຄ້າເອ​ເລັກໂ​ຕນິກ… ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ເປັນ​ສ​ຳ​ຄັນ ແລະ ຈະສືບຕໍ່ພ້ອມ​ກັບ ບັນດາປະເທດ ອາຊຽນ ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າ​ໃນການພັດທະນາ​ຂອງ​ການ​ພົວ​ພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ.


top