ພາຍຫຼັງການຢ້ຽມຢາມ, ສອງປະເທດຈະສືບຕໍ່ຫັນບັນດາຄວາມຮັບຮູ້ລວມຂັ້ນສູງໃຫ້ປະກົດຜົນເປັນຈິງ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 25 ຕື້ USD ຕາມທິດດຸ່ນດ່ຽງກວ່າ; ຜັນຂະຫຍາຍຂໍ້ລິເລີ່ມ “ສາມເຊື່ອມຕໍ່” ກ່ຽວກັບລະບົບການສະໜອງ, ບັນດາຂະແໜງເສດຖະກິດ, ທ້ອງຖິ່ນ, ວິສາຫະກິດ ແລະ ການເຕີບໂຕສີຂຽວ, ຍືນຍົງ.
ສະພາບກອງປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 17 ກັນຍາ, ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນຳພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ (ຄະນະຊີ້ນຳ) ໄດ້ຈັດການປະຊຸມວາລະທີສອງ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮຽກຮ້ອງການພັດທະນາທິດສະດີຜ່ານການສະຫຼຸບການປະຕິບັດໂຄງການການເມືອງ, ພ້ອມກັນນັ້ນ ກໍ່ສ້າງວິໄສທັດ ແລະ ກຳລັງຄວາມສາມາດການນຳພາໃນສະຕະວັດຕໍ່ໄປ, ຮັບປະກັນແບບວິທີວິທະຍາສາດ ແລະ ຄຸນນະພາບຂໍ້ອ້າງອີງ:
ສອງບັນຫາສຳຄັນທີ່ສຸດ ເຊິ່ງພວກເຮົາພວມຕ້ອງເຮັດ: ທີໜຶ່ງ, ແມ່ນມີການກຳນົດທິດເພື່ອພັດທະນາປະເທດຊາດ. ຖ້າການກຳນົດທິດທິດນີ້ເປັນເອກະພາບໄດ້ນັ້ນ ຈຶ່ງຈະລະດົມໄດ້ກຳລັງແຮງຂອງປະຊາຊົນ, ຄວາມເປັນຈິດໜຶ່ງໃຈດຽວ, ການສະໜັບສະໜູນຂອງປະຊາຊົນ, ຂອງທົ່ວລະບົບການເມືອງ. ທີສອງ, ຕ້ອງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ຈຶ່ງຈະປະສົບຜົນສຳເລັດໄດ້. ພັກຍົກອອກການກຳນົດທິດ, ປະຊາຊົນມີຄວາມເຊື່ອໝັ້ນ, ບໍ່ມີປະເທດໃດມີທ່າໄດ້ປຽບຄືແນວນັ້ນ. ແຜນຜັງກຳນົດຂອງປະເທດຊາດ ກໍ່ຕ້ອງຮອດວິໄສທັດ 100 ປີ. ເວລານັ້ນ, ພະລັງງານເປັນຄືແນວໃດ, ພື້ນຖານໂຄງລ່າງເປັນຄືແນວໃດ, ຊີວິດຂອງປະຊາຊົນເປັນຄືແນວໃດ, ພວກເຮົາສາມາດໄຝ່ຝັນກ່ຽວກັບວຽກງານນີ້ໄດ້ຢ່າງສິ້ນເຊີງ.
(ແຫຼ່ງຄັດຈາກ VOV)