• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນ ຫວຽດນາມ - ການາດາ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່

ການຮ່ວມມືດ້ານເສດຖະກິດ - ການຄ້າ ຍັງຄົງສືບຕໍ່ເປັນຈຸດເດັ່ນ, ດ້ວຍຍອດວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງແຮງໃນຊຸມປີມໍ່ໆ ມານີ້, ນຳ ຫວຽດນາມ ໃຫ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາ ໃນ ອາຊຽນ.
  ທ່ານ ຟ້າມວິງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ (ພາບ: VNA)  

ເນື່ອງໃນ​ໂອ​ກາດການຢ້ຽມຢາມທາງລັດຖະກິດ ການາດາ ຂອງທ່ານ ໂຕ​ເລິມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ ຟ້າມວິງກວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ໃຫ້​ຮູ້​ວ່າ ນັບແຕ່​ວັນສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2017, ການພົວພັນລະຫວ່າງ ຫວຽດນາມ ແລະ ການາດາ ໄດ້ພັດທະນາຢ່າງໝັ້​ນ​ຄົງ​ໜັກ​ແໜ້ນ​ໃນ​ຫຼາຍ​ຂົງ​ເຂດ. ການຮ່ວມມືດ້ານເສດຖະກິດ - ການຄ້າ ຍັງຄົງສືບ​ຕໍ່ເປັນຈຸດເດັ່ນ, ດ້ວຍຍອດ​ວົງ​ເງິນ​ການ​ຄ້າສອງຝ່າຍເພີ່ມຂຶ້ນຢ່າງແຮງໃນຊຸມປີມໍ່ໆ ມານີ້, ນຳ ຫວຽດນາມ ໃຫ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາ ໃນ ອາຊຽນ. ສອງປະເທດຍັງສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາເວທີປາໄສ, ຄື: ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດ ອາຊີ -ປາຊີຟິກ (APEC), ອາຊຽນແລະ ປະຊາຄົມນຳ​ໃຊ້ພາສາ ຝ​ລັ່ງ.

ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ເນັ້ນໜັກວ່າ ການຢ້ຽມຢາມທາງ ລັດຖະກິດ ການາດາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈະປະກອບສ່ວນ​ນຳ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ນອນໃນ top ບັນດາສະຖານທີ່ຊື້ເຄື່ອງແຖງໜ້າໂລກ ຜ່ານການປະພຶດຂອງແຂກທ່ອງທ່ຽວ

ນະຄອນ ໂຮ່ຈິມິນ ນອນໃນ top ບັນດາສະຖານທີ່ຊື້ເຄື່ອງແຖງໜ້າໂລກ ຜ່ານການປະພຶດຂອງແຂກທ່ອງທ່ຽວ

ໃນການຕີລາຄາສະຫງວນໃຫ້ແກ່ນະຄອນ ໂຮ່ຈິມິນ, TTW ໄດ້ວາດພາບວ່າ ນະຄອນ ໂຮ່ຈິມິນ ແມ່ນໜຶ່ງໃນບັນດາສະຖານທີ່ຊື້ເຄື່ອງຟົດຟື້ນທີ່ສຸດຂອງ ອາຊີຕາເວັນອອກສຽງໃຕ້

Top