ໃນການຕີລາຄາສະຫງວນໃຫ້ແກ່ນະຄອນ ໂຮ່ຈິມິນ, TTW ໄດ້ວາດພາບວ່າ ນະຄອນ ໂຮ່ຈິມິນ ແມ່ນໜຶ່ງໃນບັນດາສະຖານທີ່ຊື້ເຄື່ອງຟົດຟື້ນທີ່ສຸດຂອງ ອາຊີຕາເວັນອອກສຽງໃຕ້
ຕະຫຼາດ ເບັນແທ່ງ. (ພາບ: VNA)
ນະຄອນ ໂຮ່ຈິມິນ ຂອງປະເທດ ຫວຽດນາມ ຢືນອັນດັບທີ 16 ໃນຈຳນວນ 50 ສະຖານທີ່ຊື້ເຄື່ອງແຖວໜ້າໂລກປີ 2026, ໂດຍວາລະສານການທ່ອງທ່ຽວທີ່ມີຊື່ສຽງຂອງ ອິນເດຍ Travel And Tour World (TTW) ປະກາດ. ໃນການຕີລາຄາສະຫງວນໃຫ້ແກ່ນະຄອນ ໂຮ່ຈິມິນ, TTW ໄດ້ວາດພາບວ່າ ນະຄອນ ໂຮ່ຈິມິນ ແມ່ນໜຶ່ງໃນບັນດາສະຖານທີ່ຊື້ເຄື່ອງຟົດຟື້ນທີ່ສຸດຂອງ ອາຊີຕາເວັນອອກສຽງໃຕ້, ແຫ່ງທີ່ຕະຫຼາດເປັນມູນເຊື້ອ, ຮ້ານຄ້າທ້ອງຖິ່ນ ແລະ ບັນດາສູນການຄ້າຂາຍຍ່ອຍທີ່ທັນສະໄໝປະສົມປະສານກັນ, ມີການຊື້ເຄື່ອງທີ່ຫຼາກຫຼາຍ.
ເປັນຄັ້ງທຳອິດມາຢ້ຽມຢາມ ຫວຽດນາມ, ອ້າຍ Archon Wong, ແຂກທ່ອງທ່ຽວມາຈາກ ສິງກະໂປ, ໄດ້ຂໍ້ສັງເກດວ່າ:
"ຂ້າພະເຈົ້າໄດ້ຊື້ເຄື່ອງຫຼາຍຢ່າງ, ໃນນັ້ນມີທັງກາເຟ ຫວຽດນາມ, ເຄື່ອງກິນ, ເຄື່ອງທີ່ລະນຶກໃຫ້ແກ່ຄອບຄົວ, ເຄື່ອງນຸ່ງ ແລະ ບັນດາຜະລິດຄະພັນຫັດຖະກຳ. ຂ້າພະເຈົ້າມັກຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ຍ້ອນມັນສ້າງຄວາມຮູ້ສຶກສ່ວນຕົວ ແລະ ມີຄວາມໝາຍຫຼາຍກວ່າບັນດາເຄື່ອງທີ່ລະນຶກທົ່ວໄປ."
ດ້ວຍການສົມທົບລະຫວ່າງມູນເຊື້ອ ແລະ ທັນສະໄໝ, ນະຄອນ ໂຮ່ຈິມິນ ພວມດຶງດູດແຂກທ່ອງທ່ຽວດ້ວຍວິວັດການຄົ້ນຫາທີ່ເປັນຫຼາຍຮູບຫຼາຍແບບ, ສ້າງກຳລັງດຶງດູດຂອງນະຄອນໃນແຜນທີ່ການຊື້ເຄື່ອງສາກົນ.
(ແຫຼ່ງຄັດຈາກ VOV)