ຂ່າວສານ

ນະຄອນ ໂຮ່ຈິມິນ ນອນໃນ top ບັນດາສະຖານທີ່ຊື້ເຄື່ອງແຖງໜ້າໂລກ ຜ່ານການປະພຶດຂອງແຂກທ່ອງທ່ຽວ

ໃນການຕີລາຄາສະຫງວນໃຫ້ແກ່ນະຄອນ ໂຮ່ຈິມິນ, TTW ໄດ້ວາດພາບວ່າ ນະຄອນ ໂຮ່ຈິມິນ ແມ່ນໜຶ່ງໃນບັນດາສະຖານທີ່ຊື້ເຄື່ອງຟົດຟື້ນທີ່ສຸດຂອງ ອາຊີຕາເວັນອອກສຽງໃຕ້
  ຕະ​ຫຼ​າດ ເບັນ​ແທ່ງ. (ພາບ: VNA)  

ນະຄອນ ໂຮ່ຈິມິນ ຂອງປະເທດ ຫວຽດນາມ ຢືນອັນດັບທີ 16 ໃນຈຳ​ນວນ 50 ​ສະ​ຖານ​ທີ່ຊື້ເຄື່ອງ​ແຖວ​ໜ້າໂລກປີ 2026, ໂດຍວາລະສານການທ່ອງທ່ຽວທີ່ມີຊື່ສຽງຂອງ ອິນເດຍ Travel And Tour World (TTW) ປະ​ກາດ. ໃນການ​ຕີ​ລາ​ຄາ​ສະ​ຫງວນ​ໃຫ້​ແກ່ນະຄອນ ໂຮ່ຈິມິນ, TTW ໄດ້ວາດ​ພາບ​ວ່າ ນະ​ຄອນ​ ໂຮ່​ຈິ​ມິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່ຊື້ເຄື່ອງ​ຟົດ​ຟື້ນທີ່ສຸດຂອງ ອາຊີຕາເວັນອອກສຽງໃຕ້, ແຫ່ງ​ທີ່ຕະຫຼາດ​ເປັນ​ມູນ​ເຊື້ອ, ຮ້ານຄ້າທ້ອງຖິ່ນ ແລະ ບັນ​ດາສູນການຄ້າຂາຍ​ຍ່ອຍທີ່ທັນສະໄໝປະສົມປະສານກັນ, ​ມີ​ການຊື້ເຄື່ອງທີ່ຫຼາກຫຼາຍ.

ເປັນ​ຄັ້ງ​ທຳ​ອິດ​ມາຢ້ຽມ​ຢາມ ຫວຽດນາມ, ອ້າຍ Archon Wong, ແຂກທ່ອງທ່ຽວ​ມາຈາກ ສິງກະໂປ, ໄດ້ຂໍ້​ສັງ​ເກດວ່າ:

"ຂ້າ​ພະ​ເຈົ້າ​ໄດ້​ຊື້​ເຄື່ອງຫຼາຍຢ່າງ, ​ໃນ​ນັ້ນ​ມີທັງກາເຟ ຫວຽດນາມ, ເຄື່ອງ​ກິນ, ​ເຄື່ອງທີ່ລະນຶກ​ໃຫ້​ແກ່ຄອບຄົວ, ເຄື່ອງນຸ່ງ ແລະ ​ບັນ​ດາ​ຜະ​ລິດ​ຄະ​ພັນຫັດຖະກຳ. ຂ້າ​ພະ​ເຈົ້າມັກຜະລິດຕະພັນທີ່​ເປັນເອກະລັກສະເພາະຂອງ ຫວຽດນາມ, ຍ້ອນມັນ​ສ້າງຄວາມຮູ້ສຶກສ່ວນຕົວ ແລະ ມີຄວາມໝາຍຫຼາຍກວ່າ​ບັນ​ດາ​ເຄື່ອງທີ່ລະນຶກທົ່ວໄປ."

ດ້ວຍການສົມ​ທົບລະຫວ່າງ​ມູນ​ເຊື້ອ ແລະ ທັນສະໄໝ, ນະຄອນ ໂຮ່ຈິມິນ ພວມດຶງດູດ​ແຂກທ່ອງທ່ຽວດ້ວຍວິ​ວັດ​ການ​ຄົ້ນ​ຫາ​ທີ່​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ສ້າງ​ກຳ​ລັງ​ດຶງ​ດູດ​ຂອງ​ນະ​ຄອນ​ໃນແຜນທີ່ການຊື້ເຄື່ອງສາກົນ.


top