• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".
  ຮ້ານວາງສະແດງຂອງ ຫວຽດນາມທີ່ງານຕະຫຼາດນັດ (ພາບ: VNA)  

ດ້ວຍວິ​ສາ​ຫະ​ກິດກວ່າ 120 ແຫ່ງເຂົ້າ​ຮ່ວມ, ​ເຂດວາງສະແດງ ຫວຽດນາມ ສືບ​ຕໍ່​ແມ່ນເປັນໜຶ່ງໃນບັນ​ດາເຂດວາງສະແດງມີ​ຂອບ​ຂະ​ໜາດໃຫຍ່ທີ່ສຸດຂອງ​ບັນ​ດາ​ປະ​ເທດ ອາຊຽນ ທີ່ງານຕະ​ຫຼາດ​ນັດ ຈີນ-ອາຊຽນ (CAEXPO) ຄັ້ງທີ 23 ເຊິ່ງຈັດຂຶ້ນແຕ່ວັນທີ 17-21 ກັນຍາ, ຢູ່ແຂວງ ກວາງຊີ, ຈີນ.

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້​ແມ່​ນ​ຮ້ານວາງສະແດງລະດັບຊາດ​ດ້ວຍຫົວຂໍ້ "​ນະ​ຄອນສວຍງາມ". ​ເຂດວາງສະແດງໄດ້ອອກແບບ​ຕາມ​ທິດ​ສົມທົບ​ການ​ໂຄ​ສະ​ນາ​ຜະ​ລິດ​ຕ​ະ​ພັນກັບ​ແນະ​ນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ, ການທ່ອງທ່ຽວ, ວັດທະນະທຳ ແລະ ພາບ​ພົດ​ບັນ​ດາທ້ອງຖິ່ນຂອງ ຫວຽດນາມ. ​ພ້ອມ​ກັບ​ການ​ເຄື່ອນ​ໄຫວຂາຍ​ສິນ​ຄ້າ, ໂຄ​ສະ​ນາຜະລິດຕະພັນແລ້ວ, ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດນາມ ຍັງຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ ຜ່ານການ​ຊອກ​ຮູ້ມາດຕະຖານຕະຫຼາດ, ​ທ່າ​ອ່ຽງຂອງຜູ້ບໍລິໂພກ, ​ຄວາມ​ຮຽກ​ຮ້ອງ​ໃນ​ການຫຸ້ມຫໍ່, logistics ແລະ ຂໍ້​ກຳ​ນົດກ່ຽວກັບການນຳເຂົ້າ​ຂອງ ຈີນ, ບັນດາປະເທດ ອາຊຽນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ຢູ່ ອາເມລິກາ ແລະ ຢ້ຽມຢາມທາງລັດຖະກິດ ການາດາ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ຢູ່ ອາເມລິກາ ແລະ ຢ້ຽມຢາມທາງລັດຖະກິດ ການາດາ

ດ້ວຍບັນດາຄວາມພະຍາຍາມປະກອບສ່ວນເຂົ້າໃນພາລະກິດອັນສູງສົ່ງຂອງ ສະຫະປະຊາຊາດໃນຊຸມປີມໍ່ໆມານີ້, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງລວມ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ສືບຕໍ່ເປັນການຢືນຢັນບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ອົງການຈັດຕັ້ງຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນໂລກ

Top