"ຮ່າໂນ້ຍ 5 ປະຕູເມືອງ" - ລົດໄຟເຊື່ອມຕໍ່ ອະດີດ ແລະ ປັດຈຸບັນ

"ຮ່າໂນ້ຍ 5 ປະຕູເມືອງ" - ລົດໄຟເຊື່ອມຕໍ່ ອະດີດ ແລະ ປັດຈຸບັນ

 ລົດໄຟທ່ອງທ່ຽວ ສອງຊັ້ນ ຂະບວນທຳອິດ ຂອງ ຫວຽດນາມ ທີ່ມີ ຊື່ວ່າ “ຮ່າໂນ້ຍ 5 ປະຕູເມືອງ” (The Hanoi Train) ຫາກໍເປີດ ໃຫ້ບໍລິການ ຢ່າງເປັນທາງການ ໂດຍບໍລິສັດລົດໄຟ ຫວຽດນາມ (VNR), ເຊິ່ງເປັນການເປີດທິດທາງໃໝ່ ໃນການສົມທົບ ລະຫວ່າງ ການຂົນສົ່ງ, ການທ່ອງທ່ຽວ ແລະ ວັດທະນະທຳ ຢູ່ ໃຈກາງ ນະຄອນຫຼວງ ທີ່ມີອາຍຸນັບພັນປີ ແຫ່ງນີ້.
ລົດໄຟ “ຮ່າໂນ້ຍ 5 ປະຕູເມືອງ” ປະກອບມີ 5 ຕູ້ ຕັ້ງຊື່ຕາມ 5 ປະ ຕູເມືອງຄື: ໂອເກົ່າໄຢ໋, ໂອເກົ່າເຢັ່ນ, ໂອດົ໋ງມ໋າກ, ໂອກວານເຈື໊ອງ ແລະ ໂອເຈີ້ເຢື່ອ.
ແຕ່ລະວັນ, ລົດໄຟ “ຮ່າໂນ້ຍ 5 ປະຕູເມືອງ” ຈະມີສອງຖ້ຽວ ອອກ ເດີນທາງ ຈາກ ສະຖານີ ຮ່າໂນ້ຍ ໄປສະຖານີ ຕື່ເຊີນ.

ດ້ວຍແຮງບັນດານໃຈຈາກພາບກຳແພງເມືອງ ທັງລອງ (ຮ່າໂນ້ຍ) ໃນອະດີດ, “ຮ່າໂນ້ຍ 5 ປະຕູເມືອງ” ເຮັດໃຫ້ຫວນຄິດເຖິງ 5 ປະ ຕູ ທາງເຂົ້າອອກເມືອງ ທີ່ມີຄວາມສຳຄັນທາງປະຫວັດສາດ ຄື: ໂອກວານເຈື໊ອງ, ໂອເກົ່າເຢັ່ນ, ໂອເກົ່າໄຢ໋, ໂອເຈີ້ເຢື່ອ ແລະ ໂອ ດົ໋ງມ໋າກ-ແຕ່ລະຊື່ເອີ້ນ ລ້ວນແຕ່ເປັນຮ່ອງຮອຍ ວັດທະນະທຳ, ເປັນປະຕູ ແຫ່ງຄວາມຊົງຈຳ ຂອງ ຊາວ ຮ່າໂນ້ຍ.

ຕັ້ງແຕ່ວັນທີ 31 ສິງຫາ, ລົດໄຟທ່ອງທ່ຽວ ວັດທະນະທຳ “ຮ່າໂນ້ຍ 5 ປະຕູເມືອງ” ໄດ້ເລີ່ມໃຫ້ບໍລິການ ຢ່າງເປັນທາງການ ເພື່ອຕ້ອນ ຮັບນັກທ່ອງທ່ຽວ ໃນເສັ້ນທາງ ຮ່າໂນ້ຍ-ຕື່ເຊີນ (ແຂວງ ບັກນິງ).
ນັກທ່ອງທ່ຽວ ຈະໄດ້ຮັບປະທານອາຫານຫວ່າງ ຕາມລະດູການ.
 

 ລົດໄຟ ຈະອອກເດີນທາງ ຈາກສະຖານີ ຮ່າໂນ້ຍ, ແລ່ນຜ່ານ ລອງ ບຽນ-ຢາເລີມ-ອຽນວຽນ-ຕື່ເຊີນ (ແຂວງ ບັກນິງ), ແລ້ວກັບຄືນ ສູ່ ຈຸດເລີ່ມຕົ້ນ. ລົດໄຟ ປະກອບມີ 5 ຕູ້ໂດຍສານສອງຊັ້ນ ແລະ 2 ຕູ້ ເປີດ ສຳລັບຖ່າຍຮູບ, ຖືກອອກແບບໃນຮູບແບບ ກຼາດຊິກ ປະສົມ ປະສານກັບ ຄວາມທັນສະໄໝ, ພາຍໃນຕົບແຕ່ງ ດ້ວຍໄມ້ ທີ່ອົບ ອຸ່ນ, ແສງສະຫວ່າງ ນຸ້ມນວນ, ມີປ່ອງຢ້ຽມຂະໜາດໃຫຍ່ ທີ່ເປີດ ກວ້າງ ໃຫ້ເຫັນ ທິວທັດຕົວເມືອງ, ແມ່ນ້ຳແດງ ແລະ ເຂດຊານ ເມືອງ ໄດ້ທົ່ວເຖິງ. ລົດໄຟ ຈະຢຸດຢູ່ສະຖານີ ໄຕເຊີນ ເພື່ອນຳ ນັກ ທ່ອງທ່ຽວ ໄປຢ້ຽມຊົມວິຫານ ໂດ (ແຂວງ ບັກນິງ) ແລະ ສຳຜັດ ກັບກິດ ຈະກຳ ວັດທະນະທຳ ທ້ອງຖິ່ນ. ແຕ່ລະວັນ ມີສອງຖ້ຽວ ອອກເດີນ ທາງ ໃນເວລາ 8 ໂມງເຊົ້າ ແລະ 1 ໂມງແລງ, ສາມາດ ບັນທຸກ ຜູ້ໂດຍສານໄດ້ 258 ຄົນ, ລາຄາປີ້ ຢູ່ລະຫວ່າງ 550.000-750.000 ດົ່ງຕໍ່ຄົນ.

 

 

ຕູ້ລົດໄຟ ແຕ່ລະຕູ້ ຈະຖືກຈັດເປັນ ພື້ນທີ່ວາງສະແດງ ມຸມຄວາມ ຊົງຈຳ ກ່ຽວກັບອະດີດ.
 

 “The Hanoi Train” ບໍ່ພຽງແຕ່ເປັນພາຫະນະ ຂົນສົ່ງເທົ່ານັ້ນ, ແຕ່ ຍັງນຳສະເໜີປະສົບການທາງວັດທະນະທຳ ທີ່ເຕັມໄປດ້ວຍຄວາມ ມີຊີວິດຊີວາ. ຢູ່ເທິງລົດໄຟ, ນັກທ່ອງທ່ຽວ ສາມາດເພີດເພີນກັບ ບົດເພງພື້ນເມືອງ ກວານຮໍ້, ຂັບ ເສີມ, ຂັບ ແຈ່ວ ຫຼື ກາຈູ່ ທີ່ສະ ແດງ ໂດຍ ສິລະປິນ ໂດຍກົງ. ສິລະປິນ ທູເຟືອງໄດ້ ແບ່ງປັນວ່າ: “ພວກຂ້າພະເຈົ້າ ຢາກນຳດົນຕີພື້ນເມືອງ ເຂົ້າໃກ້ ຜູ້ຊົມຫຼາຍຂຶ້ນ ດ້ວຍຈັງ ຫວະໃໝ່ ເຊິ່ງມີລົມຫາຍໃຈຂອງ ຍຸກສະໄໝ ແຕ່ຍັງຄົງ ຮັກສາຈິດ ວິນຍານ ຂອງ ອະດີດໄວ້”.

 

 
ໜ່ວຍງານບໍລິການ ໄດ້ຈັດລົດຮັບ-ສົ່ງ ຟຣີ ສຳລັບນັກທ່ອງທ່ຽວ ເດີນທາງໄປ-ກັບ ເພື່ອໄປຢ້ຽມຊົມ ວິຫານ ໂດ.
ຜູ້ນຳທ່ຽວ ກຳລັງເລົ່າເລື່ອງລາວ ທາງປະຫວັດສາດ ກ່ຽວກັບ ສະຖານທີ່ສັກກາລະບູຊາ 8 ຮຸ່ນກະສັດລາຊະວົງ ຫຼີ ໃຫ້ນັກທ່ອງທ່ຽວ.
 

 ບາງຕູ້ລົດໄຟ ຖືກອອກແບບຄືຫ້ອງວາງສະແດງຂະໜາດນ້ອຍ, ຈັດສະແດງຮູບພາບ ແລະ ວັດຖຸສິ່ງ ຂອງ ທີ່ເຮັດໃຫ້ຫວນຄິດເຖິງ ຮ່າໂນ້ຍ ໃນອະດີດ. ຕູ້ອື່ນໆ ກາຍເປັນຮ້ານ ກາເຟເຄື່ອນທີ່, ເຊິ່ງ ຜູ້ໂດຍສານສາມາດຈິບຊາ ພ້ອມກັບຊິມ ເຝີພັນ, ເຂົ້າເໝົ້າ, ເຂົ້າ ຂຽບ ຫຼື ດື່ມຊາເອືອບດອກບົວ ພາຍໃຕ້ສຽງລໍ້ເຫຼັກ ແລ່ນເທິງລາງ- ເປັນສຽງທີ່ເຮັດໃຫ້ຫວນຄິດເຖິງ ການເດີນທາງດ້ວຍ ລົດໄຟ ໃນ ໄວເດັກ.

 

 

 ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ສະແດງ ຄວາມສົນໃຈ. ທ່ານນາງ ຟ້າມຕູ໋ແອງ (ຮ່າໂນ້ຍ) ແບ່ງປັນວ່າ: “ຕູ້ ລົດໄຟແຕ່ລະຕູ້ ປຽບເໝືອນ ຮ່າໂນ້ຍ ສ່ວນໜຶ່ງ ທີ່ຖືກຕັດມາ, ເຮັດ ໃຫ້ຂ້າພະເຈົ້າຮູ້ສຶກຄືໄດ້ກັບຄືນສູ່ອະດີດ”. ທ່ານນາງ ເລນາ, ນັກ ທ່ອງທ່ຽວ ທີ່ມາຈາກ ຊິດນີ (ອົດສະຕຣາລີ) ກ່າວວ່າ: “ຂ້າພະເຈົ້າ ເຄີຍຂີ່ລົດໄຟສອງຊັ້ນ ໃນປະເທດ ຂອງ ຂ້າພະເຈົ້າ, ແຕ່ບໍ່ເຄີຍ ມີ ບ່ອນໃດ ທີ່ມີພື້ນທີ່ວັດທະນະທຳ ພິເສດ ແບບນີ້ເລີຍ”.

ລົດໄຟ “ຮ່າໂນ້ຍ 5 ປະຕູເມືອງ” ບໍ່ພຽງແຕ່ເປັນຄວາມກ້າວໜ້າ ໃໝ່ ໃນຂະແໜງທ່ອງທ່ຽວ ເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ເຊື່ອມ ຕໍ່ ລະຫວ່າງຮີດຄອງປະເພນີ ແລະ ຄວາມທັນສະໄໝ, ນຳມາ ເຊິ່ງ ປະສົບການ ທາງວັດທະນະທຳ ພື້ນເມືອງທ່ີຫຼາກຫຼາຍ.

 ດ້ວຍການປະສົມປະສານ ທີ່ເປັນເອກະລັກ ລະຫວ່າງສິລະປະ, ອາຫານ ແລະ ເຕັກໂນໂລຊີ, The Hanoi Train ຈຶ່ງເປັນສັນຍາ ລັກໃໝ່ ໃຫ້ຈິດວິນຍານ ແຫ່ງການປ່ຽນແປງໃໝ່ ຂອງ ຂະແໜງ ການທ່ອງທ່ຽວ ຫວຽດນາມ. ສຽງລໍ້ເຫຼັກແລ່ນເທິງລາງໃນຕອນນີ້ ບໍ່ພຽງແຕ່ ເປັນສຽງ ຂອງ ອະດີດເທົ່ານັ້ນ, ແຕ່ຍັງເປັນຈັງຫວະກ້າວ ເດີນ ຂອງຮ່າໂນ້ຍ ທີ່ທັນສະໄໝ ເຊິ່ງກຳລັງສືບສານຄຸນຄ່າ ທ່ີມີມາ ນັບພັນປີ.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


Top