ຂ່າວສານ
ຮ່ວມກັນປະຕິບັດຄຳສັ່ງ: ກອບກູ້ເອົາຊີວິດປະຊາຊົນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ
ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບໄດ້ຮັບການລະດົມຢ່າງຫຼາຍທີ່ສຸດ, ໜູນຊ່ວຍກູ້ໄພກູ້ຊີບຢູ່ກັບບ່ອນ ແລະ ຜັນຂະຫຍາຍການແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງລະດັບນໍ້າຫຼຸດລົງ. ງົບປະມານສູນກາງໄດ້ໜູນຊ່ວຍຈຳນວນເງິນກວ່າ 2.400 ຕື້ດົ່ງ ໃຫ້ແກ່ບັນດາແຂວງ ຢາລາຍ, ດັກຫຼັກ, ແຄັງຮວ່າ ແລະ ເລິມດົ່ງ.
ຜັນຂະຫຍາຍກົນໄກຊ່ວຍເຫຼືອແບບພິເສດ
ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ສ້າງຕັ້ງບັນດາຄະນະປະຕິບັດງານໂດຍບັນດາການນຳຂັ້ນສູງຂອງພັກ ແລະ ລັດເປັນຫົວໜ້າ ເພື່ອລົງໄປກວດກາ, ຊີ້ນຳ ແລະ ກະຕຸກຊຸກຍູ້ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມຢູ່ 04 ແຂວງຕອນໃຕ້ພາກກາງ. ມີກົນໄກຊ່ວຍເຫຼືອພິເສດ, ຢູ່ຂອບຂະໜາດແຫ່ງຊາດກໍໄດ້ຮັບການຈັດຕັ້ງຜັນຂະຫຍາຍ ເມື່ອກົມການເມືອງມອບໃຫ້ບາງທ້ອງຖິ່ນໜູນຊ່ວຍສະບຽງອາຫານ, ເສື້ອຜ້າ, ຢຸກຢາ, ພະນັກງານແພດໝໍໃຫ້ແກ່ບັນດາແຂວງຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກຝົນຕົກນ້ຳຖ້ວມ. ນະຄອນ ຮ່າໂນ້ຍ ໄດ້ໜູນຊ່ວຍແຂວງ ຢາລາຍ. ນະຄອນ ໂຮ່ຈີມິນ ໜູນຊ່ວຍແຂວງ ແຄັງຮວ່າ. ນະຄອນຫາຍຟ່ອງ ໜູນຊ່ວຍແຂວງ ດັກລັກ. ແຂວງ ກວາງນິງ ໜູນຊ່ວຍແຂວງ ເລິມດົ່ງ.
ບັນດາທ້ອງຖິ່ນທີ່ໄດ້ຮັບການມອບໝາຍໜ້າທີ່ນັ້ນ ໄດ້ເລີ່ມລົງມືປະຕິບັດໃນທັນທີ. ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວຊ່ວຍເຫຼືອໂດຍດ່ວນໃຫ້ແກ່ແຂວງ ແຄັງຮວ່າ, ໄດ້ມອບເງິນຊ່ວຍເຫຼືອ 50 ຕື້ດົ່ງ ແລະ ຜັນຂະຫຍາຍການສ້າງຕັ້ງເຮືອນຄົວກາງສະໜາມຢ່າງວ່ອງໄວ, ສະໜອງຂອງກິນ 12.000 ພູດຕໍ່ມື້ໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມ ແລະ ກຳລັງກູ້ໄຟກູ້ຊີບ; ຂົນສົ່ງເຄື່ອງຂອງກວ່າ 200 ໂຕນ, ລວມມີເສື້ອຊູຊີບ, ຢຸກຢາ, ເຄື່ອງນຸ່ງຫົ່ມ,… ຂະແໜງສາທາລະນະສຸກໄດ້ຈັດສົ່ງທ່ານໝໍ 30 – 50 ຄົນ ມາປະຈຳ, ການກວດກາປິ່ນປົວພະຍາດ ແລະ ປ້ອງກັນຕ້ານໂລກລະບາດພາຍຫຼັງນ້ຳຖ້ວມ. ທ່ານໝໍ ຟ້າມມິງກົງ, ສະມາຄົມແພດໝໍໜຸ່ມ ນະຄອນ ໂຮ່ຈີມິນ, ແບ່ງປັນວ່າ:
“ໃນເວລາອັນສັ້ນໆ, ປະມານ 2 ຊົົ່ວໂມງ, ພວກຂ້າພະເຈົ້າໄດ້ກຽມພ້ອມ, ເຕົ້າໂຮມກຳລັງເດີນທາງໃນຕອນກາງຄືນ. ດ້ວຍຄວາມປາດຖະໜາຢາກແບ່ງປັນ, ຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດ. ແລະ ກໍເປັນການປະກອບສ່ວນສ້າງແຫຼ່ງກຳລັງໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດນ້ຳຖ້ວມຜ່ານຜ່າຄວາຫຍຸ້ງຍາກ”.
ສະເພາະໃນຂົງເຂດສາທາລະນະສຸກ, ນະຄອນ ຫາຍຝ່ອງ ໄດ້ຊີ້ນຳຂົນສົ່ງ Cloramin 2,5 ໂຕນ ແລະ ຢາຂ້າເຊື້ອ 400.000 ເມັດ ໄປຍັງແຂວງ ດັກລັກ. ມີພະນັກງານພະຍາບານແພດໝໍນະຄອນ ຫາຍຟ່ອງ ປະມານ 300 – 500 ຄົນ ໄດ້ກຽມພ້ອມຊ່ວຍເຫຼືອ ດັກລັກ ບໍ່ວ່າໃນຈຸດເວລາໃດ.
ໃນຂະນະນັ້ນ, ຈາກນະຄອນ Johannesburg, ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານ 2 ກອງປະຊຸມຊີ້ນຳບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ໂດຍດ່ວນເພື່ອຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງກຈາກໄພທຳມະຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:
“ສະເໜີໃຫ້ບັນດາສະຫາຍເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ ດັກຫຼັກ, ແຄັງຮວ່າ, ຢາລາຍ, ເລິມດົ່ງ ຕິດຕາມສະພາບການຂອງແຂວງ, ຂອງປະຊາຊົນ ແລະ ຄຳຊີ້ນຳຈາກທຸກຂັ້ນເພື່ອຜັນຂະຫຍາຍຢູ່ທ້ອງຖິ່ນ, ອົງການຂອງຕົນໃຫ້ເປັນຢ່າງດີ; ກຳແໜ້ນສະພາບການ, ນຳປະຊາຊົນກັບຄືນສູ່ການດຳລົງຊີວິດເປັນປົກກະຕິດໂດຍໄວ; ຟື້ນຟູການຜະລິດດຳເນີນທຸລະກິດໂດຍໄວ ແລະ ເປັນເຈົ້າການສະເໜີບັນດາກົນໄກ, ນະໂຍບາຍປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼງຈາກໄພພິບັດທຳມຊາດຄັ້ງນີ້ໄວທີ່ສຸດເທົ່າທີ່ຈະໄວໄດ້.”.
ສ້າງສາຄືນໃໝ່ພາຍຫຼັງຝົນຕົກນ້ຳຖ້ວມ
ໂດຍພ້ອມກັບອົງການທີ່ມີໜ້າທີ່ຮັບຜິດຊອບ, ໃນຊຸມວັນຜ່ານມາ, ປະຊາຊົນຢູ່ທັງສາມພາກ ເໜືອ, ກາງ, ໃຕ້ ໄດ້ສົ່ງນ້ຳໃຈຄວາມຮັກແພງຂອງຕົນເຖິງພໍ່ແມ່ປະຊາຊົນຢູ່ຕອນໃຕ້ ພາກກາງ ດ້ວຍບັນດາຖ້ຽວເຄື່ອງບັນເທົ່າທຸກທີ່ຈຳເປັນ ເຊັ່ນ: ສະບຽງອາຫານ, ເຄື່ອງນຸ່ງຫົ່ມ….
“ຂ້າພະເຈົ້າເຫັນວ່າພາກກາງພວມຖືກນ້ຳຖ້ວມ, ພໍ່ແມ່ພີ່ນ້ອງບໍ່ມີຂອງກິນ, ເຄື່ອງດື່ມ… ເຖິງວ່າເຮົາຈະບໍ່ສາມາດໄປຊ່ວຍເຂົາເຈົ້າໂດຍກົງໄດ້. ຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ແລະ ສະພາກາແດງຈະນຳເອົາບັນດາຂອງຂວັນຂອງຕົນໄປໃຫ້ພໍ່ແມ່ພີ່ນ້ອງຢູ່ພາກກາງ. ຫວັງວ່າ ມັນຈະໄດ້ຂົນສົ່ງຮອດມືເຂົາເຈົ້າໂດຍໄວ.”
ຍ້ອນໄດ້ຮັບການຊ່ວຍເຫຼືອຈາກອຳນາດການປົກຄອງ ແລະ ປະຊາຄົມ, ໃນເບື້ອງຕົ້ນພໍ່ແມ່ພີ່ນ້ອງເຂດນໍ້າຖ້ວມສາມາດຜ່ານຜ່າຈຸດເວລາຫຍຸ້ງຍາກທີ່ສຸດແລ້ວ. ປ້າ ໂຮ່ທິຟີອຽນ, ຢູ່ຕາແສງ ດົ່ງຊວັນ, ແຂວງ ດັກລັກ ແບ່ງປັນວ່າ:
“ຍ້ອນມີການຊ່ວຍເຫຼືອກູ້ໄພກູ້ຊີບ ຂ້າພະເຈົ້າຈຶ່ງສາມາດລອດຊີວິດມາໄດ້ຈາກໄພນ້ຳຖ້ວມ. ຂ້າພະເຈົ້າສະເໜີວ່າ ຕ້ອງມີການຍ້ອງຍໍຊົມເຊີຍສຳລັບບຸກຄົນທີ່ໄປຊ່ວຍເຫຼືອປະຊາຊົນ.”
ດຽວນີ້ແມ່ນຈຸດເວລາທີ່ປະຊາຊົນພາກກາງຕອນໃຕ້ສືບຕໍ່ຂະບວນວິວັດການໃໝ່, ໝູ່ຄະນະມະຫາຊົນພ້ອມກັນປຸກລະດົມບັ້ນເຄື່ອນໄຫວໃນຂອບເຂດທົ່ວປະເທດ ເພື່ອສ້າງແຫຼ່ງກຳລັງຊ່ວຍເຫຼືອພໍ່ແມ່ພີ່ນ້ອງສ້ອມແປງເຮືອນຢູ່; ຟື້ນຟູໂຮງຮຽນ; ສ້າງຂົວທາງຄືນໃໝ່ ແລະ ກັບຄືນສູ່ການດຳລົງຊີວິດ, ທຳມາຫາກິນພາຍຫຼັງໄພພິບັດທຳມະຊາດໂດຍໄວ…
ບັນດາການກະທຳອັນສູງສົ່ງນັ້ນ ໄດ້ສະແດງໃຫ້ເຫັນກຳລັງແຮງຂອງ ຫວຽດນາມ ບໍ່ພຽງແຕ່ນອນໃນແຕ່ລະສ່ວນບຸກຄົນ, ແຕ່ລະທ້ອງຖິ່ນສະເພາະເທົ່ານັ້ນ, ຫາກຍັງນອນຢູ່ໃນຄວາມສາມາດຮຽງບ່າຮຽງໄຫຼ່ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ພ້ອມກັນຟື້ນຟູພາຍຫຼັງຝົນຕົກນ້ຳຖ້ວມ./.








