ງານບຸນ ທ່ີເປັນເອກະລັກ ບ່າຈົ໋ວຊື໋ ພູຊາມ ຢູ່ ແຂວງ ອານຢາງ
ທຸກໆ ປີ, ໃນຊ່ວງທ້າຍເດືອນ 4 ຕາມຈັນທະປະຕິທິນ, ປະຊາຊົນ ແຂວງ ອານຢາງ ເວົ້າສະເພາະ, ພີ່ນ້ອງ ຊາວພາກຕາເວັນຕົກສ່ຽງໃຕ້ ເວົ້າລວມ ແລະ ນັກທ່ອງທ່ຽວ ຈໍານວນຫຼວງຫຼາຍ ຈາກ ທຸກສາລະທິດ ໄດ້ພາກັນ ຫຼັ່ງໄຫຼກັນມາຍັງເຂດພູ ຊາມ, ຕາແສງ ຫວີ໊ງເຕ໋, ແຂວງ ອານຢາງ ເພື່ອເຂົ້າຮ່ວມງານບຸນ ບ່າຈົ໋ວຊື໋ (ພະນາງ ຈົ໋ວຊື໋), ເຊິ່ງເປັນ ງານບຸນປະເພນີ ທີ່ມີຄວາມເປັນເອກະລັກ ເຊິ່ງອົງການ UNESCO ຫາກໍ່ຮັບຮອງວ່າ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງ ມວນມະນຸດ ໃນທ້າຍປີ 2024 ຜ່ານມາ.
ງານບຸນ ບ່າຈົ໋ວຊື໋ ພູ ຊາມ ທີ່ຕາແສງ ຫວີ໊ງເຕ໋, ແຂວງ ອານຢາງ ໄດ້ມີ ມາແຕ່ບູຮານນະການ ຊຶ່ງເຂັ້ມຂຸ້ນໄປດ້ວຍສີສັນ ວັດທະນະທຳ ຂອງ ຊຸມຊົນທີ່ ອາໄສ ຢູ່ເຂດແມ່ນໍ້າ ທາງພາກໃຕ້. ອີງຕາມເອກະສານ ຂອງ ຄະນະຄຸ້ມຄອງບໍລິຫານ ສຸສານ, ຫໍບູຊາ ພູ ຊາມ ເມື່ອປະມານ 200 ປີ ກ່ອນ, ຮູບປັ້ນ ບ່າຈົ໋ວຊື໋ ຖືກປະດິດສະຖານຢູ່ເທິງພູ ຊາມ. ມື້ໜຶ່ງ, ມີກຸ່ມຄົນທີ່ມັກກໍ່ຄວາມບໍ່ສະຫງົບ ຢູ່ພື້ນທີ່ຊາຍແດນ ໄດ້ຂຶ້ນໄປເທິງພູ, ເຫັນຮູບປັ້ນ ແລະ ເກີດມີຄວາມຄິດທີ່ບໍ່ດີ. ພວກເຂົາໄດ້ພາກັນ ຍົກ ຮູບປັ້ນ ລົງຈາກພູ, ເມື່ອໄປໄດ້ໄລຍະໜຶ່ງ ກໍປະກົດວ່າ ຮູບປັ້ນພະນາງ ມີນໍ້າໜັກຫຼາຍ ຈົນບໍ່ສາມາດຍົກຂຶ້ນໄດ້. ດ້ວຍຄວາມໂມໂຫ ໜຶ່ງໃນ ກຸ່ມຄົນນັ້ນ ໄດ້ມ້າງທຳລາຍ, ເຮັດໃຫ້ ແຂນຊ້າຍ ຂອງ ຮູບປັ້ນຫັກ.
ທັນໃດນັ້ນ, ຊາຍຜູ້ນີ້ ກໍ່ຖືກ ພະນາງ ລົງໂທດ. ນັບແຕ່ນັ້ນມາ, ພະນາງ ມັກຈະມາປະກົດຕົວ ເອີ້ນຕົນເອງວ່າ ຈົ໋ວຊື໋ແທ໋ງເມົ໊າ (ພະນາງ ຈົ໋ວຊື໋) ສອນໃຫ້ປະຊາຊົນ ວິທີການສ້າງຫໍບູຊາ ພະນາງ ເພື່ອຈະໄດ້ພະນາງ ປົກປ້ອງຄຸ້ມຄອງ ໃຫ້ດິນຟ້າອາກາດເອື້ອອຳນວນ, ຝົນຕົກຖືກຕ້ອງ ຕາມລະດູການ, ເກັບກ່ຽວໄດ້ຮັບຜົນດີ, ຫຼີກລ່ຽງໄພປຸ້ນສະດົມ ແລະ ພະຍາດລະບາດ. ເຫັນເຖິງຄວາມສັກສິດ, ປະຊາຊົນ ຈຶ່ງຕັດສິນໃຈ ອັງເຊີນ ຮູບປັ້ນ ພະນາງ ລົງມາເພື່ອການສັກກາລະບູຊາ.
ຫຼັງຈາກນັ້ນ, ກໍ່ມີຕໍານານເລົ່າຂານ ທີ່ເຕັມໄປດ້ວຍ ຄວາມລຶກລັບ ກ່ຽວ ກັບຄວາມສັກສິດ ຂອງເທບທິດາ ແຫ່ງດິນແດນແຫ່ງນີ້ ຢ່າງຫຼວງຫຼາຍ, ເຊິ່ງເໝືອນເປັນສິ່ງມະຫັດສະຈັນ ແລະ ສັກສິດ ທີ່ຍາກຈະ ອະທິບາຍ ໄດ້…
ງານບຸນ ບ່າຈົ໋ວຊື໋ ພູຊາມ ມີພິທີກຳທີ່ສຳຄັນ ແລະ ເປັນເອກະລັກ ຫຼາຍ ຢ່າງເຊັ່ນ: ພິທີຟື້ນຟູ ການແຫ່ ຮູບປັ້ນ ບ່າຈົ໋ວຊື໋ ຈາກຍອດພູ ຊາມ ລົງ ມາ ຫໍບູຊາ. ນີ້ແມ່ນພິທີຟື້ນຟູ ຕໍານານ ໃນສະໄໝບູຮານ ເມື່ອຊາວ ບ້ານ ໄດ້ອັງເຊີນ ຮູບປັ້ນ ພະນາງ ຈາກເທິງພູ ລົງມາຕາມ ຕຳນານ.
ພິທີຟື້ນຟູ ການແຫ່ຮູບປັ້ນພະນາງ ຖືກຈັດຂຶ້ນຢ່າງເຄັ່ງຂຶມ, ແຕ່ກໍ່ເຕັມ ໄປດ້ວຍຄວາມຄຶກຄື້ນ, ເບີກບານມ່ວນຊື່ນ ດ້ວຍສຽງກອງ, ສຽງຄ້ອງ ແລະ ຂະບວນແຫ່ສິງໂຕ, ມັງກອນ ຫຼາຍສິບຄະນະ ຢູ່ສອງຂ້າງທາງ ເພື່ອຕ້ອນຮັບຂະບວນແຫ່ ພະນາງ ຈົ໋ວຊື໋ ແທ໋ງເມົ໊າ.
ພິທີຫົດສົງ ພະນາງ ຫຼືເອີ້ນອີກຢ່າງໜຶ່ງວ່າ ພິທີ ມົກຢຸກ, ກໍ່ແມ່ນພິທີກຳ ທີ່ສຳຄັນ, ຕາມປົກກະຕິແລ້ວ ແມ່ນຈັດຂຶ້ນ ໃນກາງຄືນ ກ່ອນຮຸ່ງເຊົ້າ ຫຼັງຈາກວັນບຸນແຫ່ ພະນາງ. ພິທີນີ້ປະກອບມີການ ກະກຽມນໍ້າສົງ, ສົງນໍ້າ ຮູບປັ້ນ ພະນາງ ແລະ ປ່ຽນເຄື່ອງນຸ່ງ, ມົງກຸດ ໃຫ້ພະນາງ ເຊິ່ງ ມັກ ຈະຈັດຂຶ້ນຢ່າງງຽບໆ.
ນອກຈາກ ພິທີກຳ ທີ່ຍິ່ງໃຫຍ່ແລ້ວ, ພາກສ່ວນບຸນ ກໍ່ຍັງມີຄວາມຄຶກ ຄື້ນ ແລະ ດຶງດູດໃຈ ດ້ວຍກິດຈະກຳກິລາ, ການຫຼິ້ນພື້ນເມືອງ, ການ ສະແດງ ສິລະປະ ວັດທະນະທຳພື້ນເມືອງ ທີ່ຄຶກຄື້ນ, ເປັນເອກະລັກ ເຊິ່ງສະແດງອອກ ເຖິງ ວັດທະນະທຳ ແລະ ນໍ້າໃຈ ສາມັກຄີ ຂອງ 4 ຊົນເຜົ່າອ້າຍນ້ອງ ກິງ, ຈຳ, ຈີນ ແລະ ຂະແມ ໃນແຂວງ ອານຢາງ.
ທ່ານ ຖ໋າຍກົງໂນ, ສະມາຊິກ ຄະນະຄຸ້ມຄອງບໍລິຫານ ສຸສານ, ຫໍບູ ຊາ ພູ ຊາມ ໃຫ້ຮູ້ວ່າ ສຳລັບປະຊາຊົນ ເຈົາດົກ, ບ່າຈົ໋ວຊື໋ ພູ ຊາມ ແມ່ນ ເຈົ້າແມ່ ທ່ີສັກສິດ ໃນຄວາມເຊື່ອຖື ບູຊາ ເທບທິດາ, ເຊິ່ງເປັນ ຜູ້ຄຸ້ມຄອງ, ປົກປ້ອງຊ່ວຍເຫຼືອປະຊາຊົນ ສະເໝີ. ການເຂົ້າຮ່ວມ ງານບຸນ ແມ່ນ ເພື່ອຕອບສະໜອງ ຄວາມເຊື່ອ ແລະ ຄວາມປາດຖະໜາ ຂອງ ປະຊາຊົນ ກ່ຽວກັບສຸຂະພາບ, ຄວາມສະຫງົບສຸກ ແລະ ໂຊກລາບ. ງານບຸນ ຍັງຊ່ວຍໃຫ້ປະຊາຊົນ ແຂວງ ອານຢາງ ເພີ່ມຄວາມສາມັກຄີ ພາຍໃນ ຊຸມຊົນ; ຊ່ວຍໃຫ້ ພີ່ນ້ອງຜູກພັນກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມ ພົບພໍ້ ກັບ ຄວາມຫຍຸ້ງຍາກ ໃນຊີວິດ.
ໃນພິທີຮັບໃບຢັ້ງຢືນ ມໍລະດົກໂລກ ຂອງ UNESCO ເຊິ່ງຈັດຂຶ້ນ ໃນ ເດືອນ ມີນາ ປີ 2025, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິ໋ງ ໄດ້ ເນັ້ນໜັກວ່າ ນາມມະຍົດນີ້ ບໍ່ພຽງແຕ່ເປັນກຽດ, ຄວາມພາກພູມໃຈ ຂອງ ພັກ, ອໍານາດການປົກຄອງ ແລະ ປະຊາຊົນ ແຂວງ ອານຢາງ ເທົ່ານັ້ນ, ແຕ່ຍັງເປັນ ຂອງ ທົ່ວທັງເຂດ ພາກໃຕ້ ແລະ ຫວຽດນາມ ອີກດ້ວຍ.

ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິ໋ງ ກ່າວວ່າ ຜ່ານມາກວ່າ 200 ປີ, ຄວາມເຊື່ອຖື ໃນການບູຊາ ບ່າຈົ໋ວຊື໋ ໄດ້ກາຍເປັນ ບ່ອນອີງທາງ ດ້ານຈິດໃຈ ທີ່ສຳຄັນ ສຳລັບປະຊາຊົນ ຫຼາຍລ້ານຄົນ, ບໍ່ພຽງແຕ່ຢູ່ ພາກໃຕ້ ເທົ່ານັ້ນ, ແຕ່ຍັງແຜ່ຂະຫຍາຍໄປທົ່ວປະເທດອີກດ້ວຍ. ງານ ບຸນບໍ່ພຽງ ແຕ່ສະແດງເຖິງ ຄວາມເຄົາລົບນັບຖື ຕໍ່ ບ່າຈົ໋ວຊື໋-ຜູ້ທີ່ໄດ້ ຮັບການຍົກຍ້ອງວ່າ ເປັນແມ່ ຂອງ ແຜ່ນດິນ, ແຕ່ຍັງເປັນສັນຍາລັກ ຂອງ ຄວາມເຊື່ອຖື ໃນການບູຊາແມ່ ຂອງ ຫວຽດນາມ, ເຊິ່ງ ປະກອບ ສ່ວນສ້າງ ຄວາມເປັນເອກະລັກ ທາງດ້ານວັດທະນະທຳ ຂອງ ຊາດ ອີກດ້ວຍ.
ໃນຄວາມເປັນຈິງແລ້ວ, ບໍ່ພຽງແຕ່ຢູ່ພູ ຊາມ, ຕາແສງ ຫວີ໊ງເຕ໋ ທີ່ມີຫໍ ບູຊາ ບ່າຈົ໋ວຊື໋ ແລະ ມີຮີດຄອງການບູຊາ ບ່າຈົ໋ວຊື໋, ແຕ່ຮີດຄອງນີ້ ແມ່ນສ່ວນສຳຄັນ ໃນຊີວິດ ວັດທະນະທຳ, ຈິດວິນຍານ ຂອງ ຊາວ ພາກໃຕ້ ອີກດ້ວຍ. ໝູ່ບ້ານສ່ວນໃຫຍ່ຢູ່ ພາກໃຕ້ ລ້ວນແຕ່ ມີຫໍບູຊາ ບ່າຈົ໋ວຊື໋ ແລະ ໃນບໍລິເວນວັດວາອາຮາມ, ກໍ່ລ້ວນແຕ່ ມີຫໍບູຊາ ເທບ ທິດາ ອົງນີ້ ຢູ່ຄຽງຂ້າງຫໍບູຊາ ຫງູ໊ແຫ່ງ (ວັດຖຸທັງຫ້າທີ່ເປັນເຄົ້າ ກຳເນີດ ຂອງໂລກ), ຫໍບູຊາ ເຈົ້າທີ່. ພວກເຂົາ ສະແດງຄວາມເຄົາລົບນັບຖື ຕໍ່ ບ່າຈົ໋ວຊື໋, ຜູ້ທີ່ໄດ້ຮັບການຍົກຍ້ອງວ່າເປັນ “ແມ່” ຂອງແຜ່ນດິນ, ມີ ຄວາມສາມາດ ໃນການ ປົກປ້ອງ ຄຸ້ມຄອງ ປະຊາຊົນ.
ໃນນັ້ນ, ຫໍບູຊາ ບ່າຈົ໋ວຊື໋ ເບົ່າເມື໋ອບ ແມ່ນໜຶ່ງໃນ ສະຖານທີ່ທ່ອງທ່ຽວ ທີ່ສວຍງາມ ຂອງແຂວງ ອານຢາງ ເຊິ່ງນັກທ່ອງທ່ຽວ ທຸກຄົນ ຕ່າງຮູ້ຈັກ ເພາະ ຫໍບູຊາ ບ່າຈົ໋ວຊື໋ ເບົ່າເມື໋ອບ ມີຊື່ສຽງໂດ່ງດັງ ທາງດ້ານຄວາມ ສັກສິດ ເມື່ອທຽບກັບ ຫໍບູຊາ ບ່າຈົ໋ວຊື໋ ພູ ຊາມ. ຫໍບູຊາ ບ່າຈົ໋ວຊື໋ ເບົ່າ ເມື໋ອບ ຕັ້ງຢູ່ຕາແສງ ເຖີ໋ຍເຊີນ, ແຂວງ ອານຢາງ. ຫໍບູຊາ ບ່າຈົ໋ວຊື໋ ເບົ່າ ເມື໋ອບ ແມ່ນຈຸດດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວ ເປັນຈໍານວນ ຫຼວງຫຼາຍ ທີ່ມາສັກກາລະບູຊາ, ທ່ຽວຊົມ ຍ້ອນມີຊື່ສຽງໂດ່ງດັງ ວ່າ ເປັນສະຖານທີ່ ສັກສິດ ແລະ ມີທິວທັດທໍາມະຊາດ ທີ່ສວຍງາມ.
ຕາມຄຳບອກເລົ່າ ຂອງ ຊາວບ້ານໃນພື້ນທີ່, ບ່າຈົ໋ວຊື໋ ເບົ່າເມື໋ອບ ແມ່ນ ໜຶ່ງໃນ 12 ສາວົກອັກຄະ ຂອງ ພະອາຈານ ໄຕອານ. ພະນາງ ເປັນບຸກ ຄົນທີ່ລຶກລັບ ແລະ ບໍ່ຄ່ອຍປະກົດຕົວ ຕໍ່ໜ້າຝູງຊົນ, ເພາະສະນັ້ນ ມີ ພຽງຄົນສ່ວນໜ້ອຍເທົ່ານັ້ນ ທີ່ຮູ້ເຖິງ ການມີຢູ່ ຂອງ ພະນາງ. ທຸກຄົນ ຮູ້ຈັກເຖິງ ພະນາງ ເມື່ອພະນາງ ໄດ້ສິ້ນພະຊົນ ໄປແລ້ວ ເພາະພະນາງ ມັກຈະມາ ປະກົດຕົວ ຊ່ວຍເຫຼືອ ຜູ້ທີ່ປະສົບກັບຄວາມຫຍຸ້ຍາກ, ໄພພິ ບັດ. ຄົນທ້ອງຖິ່ນ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກພະນາງ ໄດ້ພາກັນມາ ສັກກາລະບູຊາ ແລະ ຮ່ວມກັນສ້າງ ຫໍບູຊາ ຄືນໃໝ່.
ບໍ່ພຽງແຕ່ຊາວບ້ານທີ່ອາໄສ ຢູ່ເຂດໃກ້ຄຽງເທົ່ານັ້ນ, ແຕ່ຍັງມີນັກທ່ອງ ທ່ຽວ ຈາກເມືອງຫ່າງໄກ ກໍ່ມາຫາ ບ່າຈົ໋ວຊື໋ ເບົ່າເມື໋ອບ ເພື່ອຂໍພອນ ໃຫ້ ມີ ຄວາມສະຫງົບສຸກ ແລະ ໂຊກລາບ. ຫຼັງຈາກທີ່ໄດ້ຮັບການປົກປ້ອງ ຈາກພະນາງ ໃຫ້ລອດພົ້ນຈາກ ໄພອັນຕະລາຍຕ່າງໆ, ພວກເຂົາ ກໍ່ ມາຍັງທີ່ນີ້ ແລະ ຮ່ວມກັນສ້າງຫໍບູຊາ ພະນາງ ທີ່ສະຫງ່າງາມ ຄືດັ່ງ ທີ່ເຫັນ ໃນທຸກວັນນີ້.
ເຊັ່ນດຽວກັນກັບ ຮີດຄອງການບູຊາ ບ່າຈົ໋ວຊື໋ ຂອງປະຊາຊົນ ພູຊາມ ຢູ່ ເຈົາດົກ, ຫໍບູຊາພະນາງ ບ່າຈົ໋ວຊື໋ ໝ໊າເຈົາ ຕັ້ງຢູ່ຫາດຊາຍ ບ໊າຍຍ່າອາ, ເກາະ ຮ່ອນເຊີນ ເຊິ່ງເປັນຕາແສງເກາະ ທີ່ຂຶ້ນກັບ ເຂດພິເສດ ກຽນ ຫາຍ, ແຂວງ ອານຢາງ. ດ້ານຫຼັກ ຫໍບູຊາ ຫັນໜ້າອອກສູ່ທະເລ ເຊິ່ງ ເໝືອນດັ່ງວ່າ ພະນາງ ກໍາລັງເຝົ້າ ຕິດຕາມ ເພື່ອປົກປ້ອງ ຊາວປະມົງ ໃນທະເລ ໃນທຸກຄັ້ງ ທີ່ພວກເຂົາ ອອກສູ່ທະເລ. ຢູ່ດ້ານໜ້າ ຫໍບູຊາ ແມ່ນປະຕູໂຂງ ທາງເຂົ້າທີ່ສູງ, ໃຫຍ່, ມີຫຼັງຄາ, ເບິ່ງສະຫງ່າງາມ. ຫ້ອງໂຖງຫຼັກ ຖືກຕົກແຕ່ງຢ່າງພິຖີພິຖັນ, ມີສີສັນສະດຸດຕາ ແຕ່ເຄັ່ງ ຂືມ, ເຊິ່ງສະແດງໃຫ້ເຫັນ ຈິດໃຈໃສສັດທາ ຂອງ ຊາວເມືອງ ເກາະ ທ່ີ ມີຕໍ່ພະນາງ.
ການບູຊາ ບ່າຈົ໋ວຊື໋ ໝ໊າເຈົາ ເຊິ່ງຊາວບ້ານທີ່ນີ້ເຊື່ອກັນວ່າ ພະນາງ ບໍ່ພຽງ ແຕ່ເປັນຕົວແທນ ຂອງ ເທບທິດາ ທີ່ຄຸ້ມຄອງດິນແດນເທົ່ານັ້ນ, ແຕ່ຍັງເປັນຕົວແທນ ຂອງ ເທບທິດາ ແຫ່ງທະເລ ທີ່ສາມາດປົກປ້ອງ ຊາວ ປະມົງ ໃນທຸກຄັ້ງ ທີ່ພວກເຂົາ ພົບພໍ້ກັບພາຍຸລົມແດງ, ກໍ່ໃຫ້ເກີດ ໄພ ອັນຕະລາຍ ເຖິງຊີວິດ ໃນທະເລ ທີ່ກວ້າງໃຫຍ່ໄພສານ.
ພິທີບູຊາ ບ່າຈົ໋ວຊື໋ ໝ໊າເຈົາ ປະຈໍາປີ ຖືກຈັດຂຶ້ນ ແຕ່ວັນທີ 8 ຫາ ວັນທີ 10 ເດືອນ 9 ຕາມຈັນທະປະຕິທິນ. ໃນໂອກາດນີ້, ຄະນະຄຸ້ມຄອງ ບໍລິ ຫານ ຫໍບູຊາ ໄດ້ເຊີນຄະນະສະແດງສິລະປະ ຈາກນະຄອນ ໂຮ່ຈີມິນ ມາສະແດງ ໃຫ້ຊາວບ້ານໄດ້ຮັບຊົມ. ປະຊາຊົນ ຈາກແຜ່ນດິນໃຫຍ່ ກໍ່ ໄດ້ນໍາເອົາຜະລິດຕະພັນ, ສິນຄ້າຕ່າງໆ ມາບໍລິການ ຢູ່ເກາະໃນ ຊ່ວງ ງານບຸນ ເຮັດໃຫ້ມີ ບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ ຍິ່ງ ຂຶ້ນ. ໃນໂອກາດບຸນ ບູຊາພະນາງ, ບໍ່ພຽງແຕ່ມີຊາວທ້ອງຖິ່ນ ເຂົ້າຮ່ວມ ເທົ່ານັ້ນ, ແຕ່ຍັງມີ ນັກທ່ອງທ່ຽວ ຈໍານວນຫຼາຍ ຈາກແຂວງ ອື່ນໆ ມາ ຮ່ວມບຸນ ຢູ່ເກາະ, ເພື່ອຂໍພອນ ໃຫ້ຄອບຄົວມີຄວາມສະຫງົບສຸກ. ດັ່ງ ນັ້ນ, ທຸກໆ ຄັ້ງ ທີ່ຈັດພິທີບູຊາ ພະນາງ, ເກາະ ຮ່ອນເຊີນ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ເປັນຈໍານວນຫຼາຍພັນຄົນ.
ຫໍບູຊາ ບ່າຈົ໋ວຊື໋ ໝ໊າເຈົາ ທີ່ເກາະ ຮ່ອນເຊີນ ບໍ່ພຽງແຕ່ເປັນສະຖານທີ່ ພັກຜ່ອນທາງຈິດວິນຍານ ສຳລັບຊາວເກາະເທົ່ານັ້ນ, ແຕ່ຍັງເປັນຈຸດ ທ່ອງທ່ຽວ ທາງຈິດວິນຍານ ທີ່ດຶງດູດນັກທ່ອງທ່ຽວ ທັງໃກ້ ແລະ ໄກ ອີກດ້ວຍ.
ອາດເວົ້າໄດ້ວ່າ ບ່າຈົ໋ວຊື໋ ມີບົດບາດສຳຄັນທີ່ສຸດ ໃນຊີວິດ ທາງດ້ານ ຈິດໃຈ ຂອງ ປະຊາຊົນ ພາກຕາເວັນຕົກສ່ຽງໃຕ້ ເວົ້າສະເພາະ ແລະ ພາກໃຕ້ເວົ້າລວມ. ຄວາມເຊື່ອຖື ບ່າຈົ໋ວຊື໋ ສອນຄົນໃຫ້ປະລະ ການທໍາ ຄວາມຊົ່ວ ແລະ ກະທຳແຕ່ຄວາມດີ; ກະຕຸ້ນ ຄວາມເມດຕາ ໃນວຽກ ງານການກຸສົນສັງຄົມ; ພ້ອມທັງຊ່ວຍໃຫ້ ຜູ້ຄົນ ມີຄວາມໝັ້ນໃຈ ໃນ ການດໍາລົງຊີວິດ.
ບົດ: ທົງຫາຍ - ພາບ: ຫງວຽນລວນ, ທົງຫາຍ ແລະ ເອກະສານ - ແປໂດຍ: ບິກລຽນ