ປາ ສະຫວາຍ ຫວຽດ ເທິງໂຕະອາຫານໂລກ

ປາ ສະຫວາຍ ຫວຽດ ເທິງໂຕະອາຫານໂລກ

ພາຍຫຼັງພັດທະນາ ມາເປັນເວລາເກືອບສາມທົດສະວັດ, ປາສະຫວາຍ ໄດ້ກາຍເປັນໜຶ່ງໃນບັນດາຜະລິດຕະພັນສິນໃນ ນໍ້າ ສົ່ງອອກທີ່ສໍາຄັນ ຂອງ ຫວຽດນາມ. ປາສະຫວາຍ ຖືກເປັນ ອາ ຫານຫຼັກ ຂອງ ຜູ້ຄົນຈໍານວນຫຼາຍ ໃນກວ່າ 140 ປະເທດ ແລະ ດິນແດນ, ປາສະຫວາຍ ບໍ່ພຽງແຕ່ປະກອບສ່ວນເພີ່ມມູນຄ່າການສົ່ງອອກເທົ່ານັ້ນ, ແຕ່ຍັງໄດ້ຍົກສູງຖານະຂອງສິນໃນນໍ້າ ຫວຽດນາມ ສູ່ຕະຫຼາດໂລກ ອີກດ້ວຍ.

ປາສະຫວາຍ ຢູ່ໜອງລ້ຽງຂອງຄົວເຮືອນ.

ປາສະຫວາຍ ພໍ່ແມ່ພັນ ກະກຽມນຳເຂົ້າອ່າງສ້າງເຊື້ອ. 

ການເດີນທາງສູ່ຕະຫຼາດໂລກ ຂອງ ປາສະຫວາຍ ໄດ້ເລີ່ມຕົ້ນໃນປີ 1997, ໂດຍມູນຄ່າການສົ່ງອອກ ບັນລຸພຽງແຕ່ປະມານ 1,7 ລ້ານໂດລາ ສະຫະລັດ, ດ້ວຍຜົນຜະລິດ 425 ໂຕນ. ການສົ່ງອອກ ທໍາອິດສ່ວນຫຼາຍໄປຍັງຕະຫຼາດໃກ້ຄຽງເຊັ່ນ: ສປ ຈີນ, ສິງກະໂປ... ເຖິງແມ່ນວ່າ ການເລີ່ມຕົ້ນຈະຍັງບໍ່ທັນໂດດເດັ່ນ, ແຕ່ປາສະຫວາຍ ໄດ້ສ້າງຄວາມປະທັບໃຈຢ່າງໄວວາ ຍ້ອນຄຸນນະພາບ ຂອງ ເນື້ອປາສີຂາວ, ມີກິ່ນຫອມ, ງ່າຍຕໍ່ການປຸງແຕ່ງ, ລາຄາທີ່ສາມາດແຂ່ງຂັນໄດ້ ຈົນໄດ້ຮັບການຍົກຍ້ອງວ່າ ເປັນ “ສາຍລົມໃໝ່” ຂະແໜງສິນໃນນໍ້າ ຂອງຫວຽດນາມ.


ການສົ່ງອອກສິນຄ້າສັດນ້ຳ ແມ່ນທ່າແຮງຂອງນະຄອນ ເກີນເທີ.

ການປຸງແຕ່ງຜະລິດຕະພັນປາສະຫວາຍ ທີ່ບໍລິສັດຫຸ້ນສ່ວນສິນຄ້າສັດນ້ຳ ຍາຈາງ-ເກີນເທີ.

ຂັ້ນຕອນການແຍກເອົາເນື້ອ ປາສະຫວາຍ ກະກຽມເພື່ອນຳໄປແຊ່ແຂງ.

 

 

ຂະແໜງ ປາສະຫວາຍ ຂອງ ຫວຽດນາມ ຈຳເປັນຕ້ອງສືບຕໍ່ຊຸກຍູ້ການສ້າງຄວາມຫຼາກຫຼາຍຂອງຕະຫຼາດ ແລະ ຜະລິດຕະພັນ, ໂດຍສະເພາະແມ່ນການສຸມໃສ່ຜະລິດຕະພັນປຸງແຕ່ງເລິກ, ການຫຸ້ມຫໍ່ສຳເລັດຮູບ ແລະ ຕະຫຼາດສະເພາະ (ຕະຫຼາດງອກ); ການປັບໂຄງສ້າງຂະແໜງການ; ເພີ່ມທະວີການເຊື່ອມໂຍງ, ຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ການພັດທະນາຜະລິດຕະພັນທີ່ມີມູນຄ່າເພີ່ມຈາກປາສະຫວາຍ... ແມ່ນບັນດາວິທີແກ້ໄຂທີ່ສຳຄັນ ແລະ ມີປະສິດທິຜົນ ເພື່ອຢືນຢັນຄຸນນະພາບ, ປະລິມານການຜະລິດ ແລະ ຕຳແໜ່ງຜູ້ນຳໃນການສົ່ງອອກປາສະຫວາຍ ໃນຕະຫຼາດໂລກ.


 

ໂດຍສວຍໂອກາດຈາກການຂະຫຍາຍຕົວ ດັ່ງກ່າວ, ຂະແໜງ ປາສະຫວາຍ ໄດ້ຫັນປ່ຽນຢ່າງໄວວາ ຈາກຮູບແບບການລ້ຽງແບບຄົວເຮືອນໄປສູ່ການຜະລິດຂະໜາດໃຫຍ່ ແລະ ເປັນມືອາຊີບ. ພື້ນທີ່ການລ້ຽງ ໄດ້ເພີ່ມຂຶ້ນກວ່າ 5.000 ເຮັກຕາ, ຜົນຜະລິດ ແລະ ມູນຄ່າການສົ່ງອອກເພີ່ມຂຶ້ນຢ່າງແຂງແຮງ. ໃນໄລຍະປີ 2002-2006, ມູນຄ່າການສົ່ງອອກ ບັນລຸເກືອບ 1,5 ຕື້ໂດລາສະຫະລັດ; ຮອດປີ 2007-2011, ມູນຄ່ານີ້ ໄດ້ເພີ່ມຂຶ້ນ ເຖິງ 7 ຕື້ໂດລາ ສະຫະລັດ, ຜົນຜະລິດເພີ່ມຂຶ້ນກວ່າ 2,9 ລ້ານໂຕນ, ເຊິ່ງເປັນຈຸດສຳຄັນທີ່ສະແດງໃຫ້ເຫັນເຖິງຄວາມສາມາດໃນການແຂ່ງຂັນລະດັບໂລກ ຂອງ ປາສະຫວາຍ ຫວຽດນາມ.

ແຕ່ເຖິງຢ່າງໃດກໍ່ຕາມ, ການພັດທະນາ ຢ່າງໄວ ກໍ່ໄດ້ນໍາເອົາສິ່ງທ້າທາຍຫຼາຍຢ່າງ. ນັບຕັ້ງແຕ່ພາສີ ຕ້ານການຂາຍແບບຕັດລາຄາໃນ ສ ອາເມລິກາ, ອຸປະສັກທາງດ້ານເຕັກນິກ, ຈົນເຖິງໂຄງການກວດກາ ປາໜັງ... ປາສະຫວາຍ ຫວຽດນາມ ໄດ້ຖືກ ຈໍາກັດຫຼາຍຄັ້ງໃນບັນດາຕະຫຼາດໃຫຍ່. ເຖິງຢ່າງນັ້ນ, ຂະແໜງ ການ ກໍ່ຍັງສືບຕໍ່ປັບຕົວ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ໃນປີ 2022, ພາຍຫຼັງການລະບາດ ຂອງ ພະຍາດໂຄວິດ-19, ການສົ່ງອອກປາ ສະຫວາຍ ໄດ້ບັນລຸລະດັບສູງສຸດ ເປັນປະຫວັດການ ທີ່ 2,4 ຕື້ ໂດລາ ສະຫະລັດ. ໃນປີ 2024, ເຖິງວ່າຈະໄດ້ຮັບຜົນກະ ທົບຈາກລາຄາວັດຖຸດິບ, ຄ່າຂົນສົ່ງ, ໄພທໍາມະຊາດ... ແຕ່ທັງຂະແໜງກໍຍັງຟື້ນຕົວ ຢ່າງໂດດເດັ່ນດ້ວຍມູນຄ່າການ ສົ່ງອອກໄດ້ບັນລຸ 2 ຕື້ ໂດລາ ສະຫະລັດ.

ຂັ້ນຕອນການຫຸ້ມຫໍ່ ປາສະຫວາຍ ຫຼັງຈາກທີ່ໄດ້ແຊ່ແຂງແລ້ວ.

 

ລົດຄອນເທນເນີຂົນສົ່ງປາສະຫວາຍ ເພື່ອນຳໄປສົ່ງອອກ.

ທ່ານນາງ ຟ້າມທິທູຮົ່ງ-ເລຂາທິການສະມາຄົມ ປາສະຫວາຍ ຫວຽດນາມ ໄດ້ກ່າວວ່າ ປັດຈຸບັນ ທົ່ວປະເທດມີຫຼາຍກວ່າ 100 ວິສາຫະກິດ ປຸງແຕ່ງປາສະຫວາຍ, ເຊິ່ງສ່ວນຫຼາຍແມ່ນຢູ່ ແຂວງ ອານຢາງ, ດົ່ງຖາບ, ເກິ່ນເທີ, ຫວິ໊ງລອງ... ດ້ວຍຜົນຜະ ລິດ ປະຈໍາປີ ຫຼາຍກວ່າ 1,6 ລ້ານໂຕນ. ໂຮງງານຕ່າງໆໄດ້ຮັບການລົງທຶນ ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ, ຮັບປະກັນ ມາດ ຕະຖານສູງເພື່ອຕອບສະໜອງຕະຫຼາດ ທີ່ມີຄວາມຕ້ອງການສູງເຊັ່ນ: ເອີຣົບ, ອາເມລິກາ ເໜືອ...

ຕາມທ່ານນາງ ໂຕທິເຕື່ອງລານ-ຮອງເລຂາທິການສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນໍ້າ ຫວຽດນາມ (VASEP) ໃຫ້ຮູ້ວ່າ ປັດຈຸບັນ ປາສະຫວາຍ ຫວຽດນາມ ໄດ້ມີໜ້າຢູ່ໃນຫຼາຍກວ່າ 140 ປະເທດ ແລະ ດິນແດນ. ໃນ 7 ເດືອນຕົ້ນປີ 2025, ປາສະຫວາຍ ສືບຕໍ່ເປັນຈຸດເດັ່ນໃນພາບລວມ ຂອງ ການສົ່ງອອກສິນໃນນໍ້າ ຫວຽດນາມ, ໂດຍມີມູນຄ່າການສົ່ງອອກບັນລຸຫຼາຍກວ່າ 1,2 ຕື້ ໂດລາ ສະຫະລັດ, ເພີ່ມຂຶ້ນ 11% ເມື່ອທຽບ ໃສ່ໄລຍະດຽວກັນ ຂອງ ປີກ່ອນ. ສປ ຈີນ ຍັງຄົງເປັນຕະຫຼາດທີ່ໃຫຍ່ທີ່ສຸດ, ກວມເອົາເກືອບ 25% ຂອງມູນຄ່າການສົ່ງອອກທັງໝົດ. ນອກຈາກນີ້, ຕະຫຼາດທີ່ເປັນສະມາຊິກ CPTPP (ການາດາ, ມາເລເຊຍ, ຍີ່ປຸ່ນ) ຍ້ອນໄດ້ຮັບສິດທິພິເສດທາງດ້ານພາສີ ຈາກຂໍ້ຕົກລົງການຄ້າເສລີ (FTA) ຈຶ່ງກໍາລັງກາຍເປັນ “ກຳລັງໜູນ” ໃໝ່.

ແນວໂນ້ມ ສໍາຄັນ ທີ່ກໍາລັງກໍານົດອະນາຄົດ ຂອງ ຂະແໜງ ປາສະຫວາຍ ແມ່ນການຫັນປ່ຽນໄປສູ່ຮູບແບບການຜະລິດແບບຍືນຍົງ ແລະ ມີມູນຄ່າເພີ່ມສູງ. ໃນ 7 ເດືອນຕົ້ນປີ 2025, ການສົ່ງອອກປາ ສະຫວາຍ ປຸງແຕ່ງ ຂອງ ຫວຽດນາມ ບັນລຸ 30 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນ ໄປສູ່ຜະລິດຕະພັນ ທີ່ຜ່ານການປຸງແຕ່ງຢ່າງເລິກເຊິ່ງ,ເໝາະສົມກັບແນວໂນ້ມການບໍລິໂພກ ທີ່ທັນສະໄໝ. ພ້ອມດຽວກັນນີ້, ຂະ   ແໜງ ປາສະຫວາຍ ນັບມື້ນັບເອົາໃຈໃສ່ໃນການຫຼຸດຜ່ອນການປ່ອຍອາຍພິດ, ນໍາໃຊ້ວັດຖຸດິບ ໃຫ້ມີປະສິດທິພາບຫຼາຍຂຶ້ນ, ຄວບຄຸມພະຍາດລະບາດ, ປົກປ້ອງສິ່ງແວດລ້ອມ ທາງນໍ້າ ແລະ ຕິດຕາມແຫຼ່ງກໍາເນີດ. ນີ້ແມ່ນເງື່ອນໄຂບັງຄັບເພື່ອຮັກສາຖານະໃນຕະຫຼາດ ທີ່ຕ້ອງການມາດຕະຖານສູງ ກ່ຽວກັບ ESG (ສິ່ງແວດລ້ອມ-ສັງຄົມ- ການຄຸ້ມຄອງ).

ຕາມບັນດາຜູ້ຊ່ຽວຊານ ດ້ານເສດຖະກິດ, ເຖິງວ່າຈະມີການຜັນຜວນທາງດ້ານການເມືອງ ແລະການຄ້າໃນໂລກ, ປາສະຫວາຍ ຫວຽດນາມ ຍັງຄົງຮັກສາຖານະເປັນໜຶ່ງໃນຜະລິດຕະພັນ ສິນໃນນໍ້າທີ່ສໍາຄັນ ແລະ ມີຄວາມສາມາດແຂ່ງຂັນລະດັບສາກົນສູງ. ດ້ວຍຜົນຜະລິດທີ່ກວມເອົາປະມານ 50% ຂອງຜົນຜະລິດ ປາສະຫວາຍ ທົ່ວໂລກ, ຫວຽດນາມ ມີບົດບາດສໍາຄັນໃນລະ ບົບຕ່ອງໂສ້ ການສະໜອງປາ ເນື້ອຂາວ.

ຈາກຜູ້ບໍລິໂພກໃນ ສປ ຈີນ, ສ ອາເມລິກາ, ບຣາຊິນ ຈົນເຖິງ ສະຫະພາບເອີຣົບ ຫຼື ອາຊຽນ, ນັບມື້ນັບມີຜູ້ຄົນຈໍານວນຫຼາຍຮູ້ຈັກ ແລະ ເລືອກຊື້ ປາສະຫວາຍ ຫວຽດນາມ, ບໍ່ພຽງແຕ່ຍ້ອນລາຄາ ທີ່ສົມເຫດສົມຜົນເທົ່ານັ້ນ, ແຕ່ຍັງຍ້ອນຄຸນນະພາບທີ່ໝັ້ນຄົງ, ສາມາດ ປຸງແຕ່ງ ທີ່ຫຼາກຫຼາຍ ແລະ ຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ. ປາສະຫວາຍ ຫວຽດນາມ ໄດ້ ແລະ ກໍາລັງກາຍເປັນອາຫານ ທີ່ຄຸ້ນເຄີຍ, ເຊິ່ງປະກອບສ່ວນ ນໍາເອົາລົດຊາດ ຂອງ ຫວຽດນາມ ອອກສູ່ໂລກຢ່າງຍືນຍົງ ແລະ ເຕັມໄປດ້ວຍຄວາມພາກພູມໃຈ.

 

  • ບົດ: ເຊີນເຫງຍ/VNP - ພາບ: VNP - ແປໂດຍ: ຢືຟຽນ
  •  

 


 


Top