• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ.
ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP)

ຕອນເຊົ້າວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຄະນະປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ, ເປັນປະທານກອງປະຊຸມຜັນຂະຫຍາຍການຮັບມືກັບພາຍຸ Koto (ລູກທີ 15). ກອງປະຊຸມໄດ້ຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 6 ແຂວງ, ນະຄອນ, ລວມມີ: ດ່ານັ້ງ, ກວາງງ້າຍ, ຢາລາຍ, ດັກລັກ, ແຄ໊ງຮ່ວາ, ເລິມດົ່ງ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ. ສະນັ້ນ, ທ່ານໄດ້ຮຽກຮ້ອງວ່າ:

        “ບັນດາທ້ອງຖິ່ນເຂດພູດອຍ, ເກີດຄວາມສ່ຽງດິນເຊາະເຈືອນສູງ, ສືບຕໍ່ຮັກສາແຜນການຮັບມືກັບຄວາມສ່ຽງໄພທຳມະຊາດ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງຮຽກຮ້ອງໃຫ້ບັນດາທ້ອງຖິ່ນລາຍການການສ້າງແຜນທີ່ຄາດຈະເນເຂດຖືກນ້ຳຖ້ວມ, ດິນເຊາະເຈືອນ, ນ້ຳໄຫຼຊຸ, ທໍລະນີບໍ່ໝັ້ນຄົງ”.

        ກໍ່ທີ່ກອງປະຊຸມ, ການນຳແຂວງ ແຄ໊ງຮ່ວາ, ດັກລັກ, ຢາລາຍ, ເລິມດົ່ງ… ໃຫ້ຮູ້ວ່າ ປະຈຸບັນບັນດາແຂວງພວມສຸມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ປະຕິບັດສຳເລັດບັນດາໜ້າທີ່ຕ້ານການຂຸດຄົ້ນ IUU ໃຫ້ຖືກກັບເວລາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ປະຕິບັດສຳເລັດບັນດາໜ້າທີ່ຕ້ານການຂຸດຄົ້ນ IUU ໃຫ້ຖືກກັບເວລາ

ຜູ້ນຳໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮັບຜິດຊອບໂດຍກົງ, ຮອບດ້ານຖ້າປະໃຫ້ເກີດສະພາບກຳປັ່ນຫາປາລະເມີດ ຫຼື ຄວາມໄວໃນການແກ້ໄຂ “ບັດເຫຼືອງ” IUU ຊັກຊ້າ.

Top