• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄປກວດກາວຽກງານກະກຽມການເລືອກຕັ້ງຢູ່ ແທັງຮວາ

ວຽກງານສ້າງຕັ້ງບັນດາໜ່ວຍຮັບຜິດຊອບການເລືອກຕັ້ງ, ສ້າງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸຢູ່ບັນດາເຂດປ່ອນບັດໄດ້ປະຕິບັດຢ່າງເຂັ້ມງວດ, ຕິດແທດກັບຂໍ້ກຳນົດຂອງກົດໝາຍ.
  (ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ, ກວດກາວຽກງານກະກຽມການເລືອກຕັ້ງ)  

ວັນທີ 10 ມີນາ, ທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປກວດກາ ແລະ ເຮັດວຽກກັບຄະນະກຳມະການເລືອກຕັ້ງຕາແສງ ຝູລວງ, ແຂວງ ແທັງຮວາ ກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.

ທີ່ລາຍການເຮັດວຽກ, ທ່ານ ເຈິ່ນຢຸຍຕຽນ, ປະທານຄະນະກຳມະການປະຊາຊົນຕາແສງ ຝູລວງ ໃຫ້ຮູ້ວ່າ ວຽກງານສ້າງຕັ້ງບັນດາໜ່ວຍຮັບຜິດຊອບການເລືອກຕັ້ງ, ສ້າງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸຢູ່ບັນດາເຂດປ່ອນບັດໄດ້ປະຕິບັດຢ່າງເຂັ້ມງວດ, ຕິດແທດກັບຂໍ້ກຳນົດຂອງກົດໝາຍ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເນັ້ນໜັກວ່າ ການເລືອກຕັ້ງຄັ້ງນີ້ແມ່ນເຫດການການເມືອງສຳຄັນ, ສະນັ້ນ ທ້ອງຖິ່ນຕ້ອງບໍ່ປະໝາດໃນບໍ່ວ່າຂອດໄດ. ທຸກວຽກງານຕ້ອງໄດ້ຮັບການກະກຽມຢ່າງລະອຽດລະອໍ, ເຂັ້ມງວດ, ຮັບປະກັນໃຫ້ຖືກຕາມຂໍ້ກຳນົດ, ຄວາມຄືບໜ້າ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top