ຂ່າວສານ

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ, ຮີບເຮັ່ງຮັບມືກັບພາຍຸ Koto

ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ.
ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: VGP)

ຕອນເຊົ້າວັນທີ 26 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ຮອງຫົວໜ້າຄະນະປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ, ເປັນປະທານກອງປະຊຸມຜັນຂະຫຍາຍການຮັບມືກັບພາຍຸ Koto (ລູກທີ 15). ກອງປະຊຸມໄດ້ຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 6 ແຂວງ, ນະຄອນ, ລວມມີ: ດ່ານັ້ງ, ກວາງງ້າຍ, ຢາລາຍ, ດັກລັກ, ແຄ໊ງຮ່ວາ, ເລິມດົ່ງ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ. ສະນັ້ນ, ທ່ານໄດ້ຮຽກຮ້ອງວ່າ:

        “ບັນດາທ້ອງຖິ່ນເຂດພູດອຍ, ເກີດຄວາມສ່ຽງດິນເຊາະເຈືອນສູງ, ສືບຕໍ່ຮັກສາແຜນການຮັບມືກັບຄວາມສ່ຽງໄພທຳມະຊາດ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງຮຽກຮ້ອງໃຫ້ບັນດາທ້ອງຖິ່ນລາຍການການສ້າງແຜນທີ່ຄາດຈະເນເຂດຖືກນ້ຳຖ້ວມ, ດິນເຊາະເຈືອນ, ນ້ຳໄຫຼຊຸ, ທໍລະນີບໍ່ໝັ້ນຄົງ”.

        ກໍ່ທີ່ກອງປະຊຸມ, ການນຳແຂວງ ແຄ໊ງຮ່ວາ, ດັກລັກ, ຢາລາຍ, ເລິມດົ່ງ… ໃຫ້ຮູ້ວ່າ ປະຈຸບັນບັນດາແຂວງພວມສຸມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ.


top