ງານວາງສະແດງລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 - ຂົວຕໍ່ສິນຄ້າຫວຽດ ແລະ ສາກົນ ໃນຍຸກແຫ່ງການຂະຫຍາຍຕົວຂອງຊາດ
ດ້ວຍຫົວຂໍ້ “ການເຊື່ອມໂຍງຄົນກັບການຜະລິດ ແລະ ທຸລະກິດ”, ງານວາງສະແດງລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ໄດ້ຖືກຈັດຂຶ້ນ ດ້ວຍຂະໜາດໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາ, ເຊິ່ງໄດ້ເຕົ້າໂຮມ ບັນ ດາບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍພັນແຫ່ງ ພ້ອມດ້ວຍກິດຈະກຳວາງສະແດງ, ການສົ່ງເສີມການຄ້າ ແລະ ການແລກປ່ຽນວັດທະນະທຳ ຢ່າງຫຼວງຫຼາຍ.
ເຫດການຄັ້ງນີ້ ບໍ່ພຽງແຕ່ປະກອບສ່ວນສຳຄັນ ເຂົ້າໃນການຫັນເປັນຈິງ ນະໂຍບາຍໃຫຍ່ ຂອງ ລັດຖະບານ ກ່ຽວກັບການຊຸກຍູ້ ການຄ້າພາຍໃນ ແລະ ໂຄສະນາເຜີຍແຜ່ຍີ່ຫໍ້ລະດັບຊາດ, ແຕ່ຍັງ ເປັນການເປີດເວທີການຄ້າສາກົນ ທີ່ຄຶກຄື້ນ, ເຊິ່ງປະກອບສ່ວນ ເຊື່ອມຕໍ່ສິນຄ້າ ຫວຽດ ກັບຕະຫຼາດທົ່ວໂລກ.
ຈາກສາມພາກ ຂອງ ປະເທດ, ຫຼາຍຮ້ອຍບໍລິສັດ, ສະຫະກອນ ແລະ ຊ່າງຫັດຖະກຳ ໄດ້ມາເຕົ້າໂຮມ, ນຳເອົາຈຸດເດັ່ນ ຂອງການ ອອກແຮງງານ, ຄວາມຄິດສ້າງສັນ ແລະ ຄວາມພາກພູມໃຈ ຂອງຊາດ ຫວຽດນາມ, ພ້ອມທັງເຜີຍແຜ່ຈິດໃຈ “ຄົນ ຫວຽດນາມ ໃຫ້ຄວາມສຳຄັນໃນການຊົມໃຊ້ສິນຄ້າ ຫວຽດນາມ”. ບັນດາຮ້ານວາງສະແດງ ໄດ້ຖືກອອກແບບ ຢ່າງທັນສະໄໝ ແລະ ສ້າງສັນ, ແນະນຳເຕັກໂນໂລຊີ, ຜະລິດຕະພັນ ແລະ ວິທີການ ແກ້ຫຼ້າສຸດ, ປະກອບສ່ວນ ຢັ້ງຢືນ ຖານະຂອງສິນຄ້າ ຫວຽດນາມ ໃນລະບົບຕ່ອງໂສ້ ການສະໜອງທົ່ວໂລກ.
ພາຍໃນເຂດວາງສະແດງເຕັກໂນໂລຊີ, ທ່ານ ປອ ຫວູຫງອກເຟືອງ, ປະທານສະພາວິທະຍາສາດ ແລະ ເຕັກໂນໂລຊີ, ບໍລິສັດ ຫຸ້ນສ່ວນ ກຸ່ມຊັບພະຍາກອນມະນຸດ ເຕັກໂນໂລຊີສູງ ແລະ ຫຸ່ນຍົນ ອັດສະລິຍະ VTG, ໄດ້ນຳເອົາສີສັນໃໝ່ ດ້ວຍຫຸ່ນຍົນຮູບຊົງຄົນ ທີ່ຄົ້ນຄວ້າ ແລະ ພັດທະນາໂດຍວິສະວະກອນ ຫວຽດນາມ. ທ່ານ ເຟືອງ ໄດ້ແບ່ງປັນວ່າ: “ພວກເຮົາຕ້ອງການແນະນຳ ຜະລິດ ຕະພັນ ຫຸ່ນຍົນ ຫວຽດນາມ ໃຫ້ລູກຄ້າສາກົນ ຈຳນວນຫຼວງຫຼາຍ, ພ້ອມທັງ ຊອກຫາຄູ່ຮ່ວມງານເພື່ອພັດທະນາເຕັກໂນໂລຊີ ພາຍໃນປະເທດ ໄປພ້ອມກັນ”.
ເຂດຮ້ານວາງສະແດງ OCOP, ສະຫະກອນ ເຄື່ອງໜັງ ຫາຍເຢືອງ ໄດ້ດຶງດູດນັກທ່ອງທ່ຽວ ດ້ວຍເກີບໜັງຫັດຖະກຳ ທີ່ໄດ້ຮັບການຢັ້ງ ຢືນ OCOP 3 ດາວ, ເຊິ່ງຜະລິດ ດ້ວຍມືຢ່າງສົມບູນ ຜ່ານ 17 ຂັ້ນຕອນ ທີ່ປານີດ ດ້ວຍໜັງງົວທຳມະຊາດ. ໜຶ່ງໃນເກີບ ທີ່ໂດດເດັ່ນຄືຮູບແບບທີ່ຖືກຟື້ນຟູ ຕາມການ ອອກແບບ ຂອງ ຝຣັ່ງເມື່ອ 100 ປີກ່ອນ, ເຊິ່ງປັດຈຸບັນ ທົ່ວປະເທດ ມີຊ່າງຫັດຖະກຳທີ່ສາມາດເຮັດໄດ້ພຽງ 10 ຄົນເທົ່ານັ້ນ. ທ່ານ ຫງວຽນວ໋ຽດຫວໍ ຮອງປະທານປະຈຳການ ທັງເປັນ ເລຂາທິການໃຫຍ່ ສະມາຄົມ ເຄື່ອງໜັງ ນະ ຄອນ ຫາຍເຢືອງ, ທັງເປັນປະທານສະຫະກອນ ເຄື່ອງໜັງ ຫາຍເຊືອງ ໄດ້ກ່າວວ່າ: “ພວກເຮົາຫວັງວ່າ ຄົນ ຫວຽດນາມຈະໃຫ້ບຸລິມະນິດໃນການຊົມໃຊ້ ສິນຄ້າ ຫວຽດນາມ. ເກີບທີ່ງາມ ຈະນຳພາຄົນໄປສູ່ບ່ອນທີ່ດີທີ່ສຸດ”.
ຈຸດເດັ່ນທີ່ສຸດຂອງງານວາງສະແດງປີນີ້ ຄືເຂດຮ້ານວາງສະແດງ ສາກົນ, ເຊິ່ງໄດ້ເຕົ້າໂຮມບໍລິສັດຫຼາຍຮ້ອຍແຫ່ງ ຈາກ 20 ປະເທດ ແລະ ເຂດແຄວ້ນເຊັ່ນ: ສປ ຈີນ, ຍີ່ປຸ່ນ, ກຳປູເຈຍ, ສ ອາເມລິກາ, ນິວຊີແລນ, ອິນເດຍ, ອີຣານ, ອົດສະຕຣາລີ, ແບນຊິກ, ສິງກະໂປ, ລາວ... ແຕ່ລະຮ້ານວາງສະແດງ ບໍ່ພຽງແຕ່ແນະນຳຜະລິດຕະພັນ ພິເສດເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນ ວັດທະນະທຳ ການບໍລິ ໂພກ ແລະ ເອກະລັກສະເພາະ ຂອງ ແຕ່ລະປະເທດ, ປະກອບ ສ່ວນ ສ້າງຮູບພາບຫຼາຍສີສັນ ຂອງ ການຮ່ວມມື ແລະ ການເຊື່ອມໂຍງທົ່ວໂລກ.
ງານວາງສະແດງລະດູໃບໄມ້ຫຼົ່ນ 2025 ໂດຍ ກະຊວງ ອຸດສາຫະ ກຳ ແລະ ການຄ້າ ເປັນເຈົ້າພາບຈັດຕັ້ງ, ປະສານສົມທົບ ກັບບັນ ດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ກຸ່ມບໍລິສັດ Vingroup. ດ້ວຍພື້ນທີ່ກວ່າ 130.000 ມ2 ດ້້ວຍ 5 ເຂດຫົວຂໍ້, ຮ້ານວາງສະແດງເກືອບ 3.000 ຮ້ານ, ເຂດວັດທະນະທຳ - ອາ ຫານ ພ້ອມດ້ວຍໂຄງການດົນຕີ, ສິລະປະ ແລະ ປະສົບການ ວັດ ທະນະທຳ ພິເສດ.
ດ້ວຍການເຂົ້າຮ່ວມ ຂອງ 34 ແຂວງ, ນະຄອນ, ກວ່າ 2.500 ອົງການຈັດຕັ້ງ ແລະ ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ, ງານວາງສະແດງລະດູໃບໄມ້ຫຼົ່ນ 2025 ຄາດວ່າ ຈະກາຍເປັນສັນຍາລັກໃໝ່ ຂອງ ຈິດໃຈການເຊື່ອມໂຍງ ແລະ ຄວາມປາຖະໜາ ທີ່ຈະກ້າວອອກສູ່ໂລກ ຂອງ ສິນຄ້າ ຫວຽດ.
ທ່ານ Kenneth Leong, ຜູ້ອຳນວຍການ ກອງທຶນ ການລົງທຶນ Taiki Capital New Zealand ໄດ້ແບ່ງປັນວ່າ: “ພວກຂ້າພະເຈົ້າ ໄດ້ມາຮ່ວມງານວາງສະແດງ ລະດູໃບໄມ້ຫຼົ່ນຄັ້ງນີ້ ເພື່ອຊອກຫາໂອກາດ ເປີດການພົວພັນທາງດ້ານການຄ້າ ແລະ ການຮ່ວມມື ໄລຍະຍາວຢູ່ ຫວຽດນາມ - ເປັນຕະຫຼາດທີ່ຂະຫຍັນຂັນເຄື່ອນ ແລະ ອຸດົມສົມບູນ ມີທ່າແຮງບົ່ມຊ້ອນ”.
ທ່າມກາງບັນຍາກາດ ທີ່ເຕັມໄປດ້ວຍສີສັນ ອັນທັນສະໄໝ, ຮ້ານ ວາງສະແດງສິລະປະ, ແຟຊັ່ນ ແລະ ສິລະປະຫັດຖະກຳ ບໍ່ພຽງແຕ່ ແນະນຳຜະລິດຕະພັນ ທີ່ສ້າງສັນເທົ່ານັ້ນ, ແຕ່ຍັງປຸກລະດົມຄວາມພາກພູມໃຈ ກ່ຽວກັບສີສັນວັດທະນະທຳ ແຫ່ງຊາດ, ຍົກ ຍ້ອງ ສີມື ທີ່ຊຳນານ ແລະ ປັນຍາສ້າງສັນ ຂອງຊ່າງຫັດຖະກຳ ຫວຽດນາມ.
ຕະຫຼອດໄລຍະເວລາ ແຕ່ວັນທີ 25 ຕຸລາ ຫາ ວັນທີ 4 ພະຈິກ, ຫຼາຍໂຄງການສິລະປະ ທີ່ເປັນເອກະລັກ ແລະ ການສະແດງແຟຊັ່ນ ໄດ້ຖືກຈັດຂຶ້ນ, ເຊິ່ງເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມີໂອກາດໄດ້ຊື່ນຊົມຄວາມງາມ ທ່ີອຸ ດົມສົມບູນ ຂອງ ວັດທະນະທຳ ຫວຽດນາມ ຢ່າງຄົບຖ້ວນ. ທັງໝົດນີ້ ໄດ້ປະສານກັນ, ສ້າງເປັນພື້ນທີ່ ທີ່ມີຊີວິດຊີວາ ແລະ ສົດໃສ ບ່ອນທີ່ໄດ້ໂຄສະນາເຜີຍແຜ່ຈຸດເດັ່ນ ຂອງ ວັດທະນະທຳ ຫວຽດ ນາມ ແລະ ຍັງເປີດປະສົບການການຊື້ເຄື່ອງ, ການບໍລິໂພກ ແລະ ການຄົ້ນພົບຜະລິດຕະພັນ ວັດທະນະທຳ ແລະ ການທ່ອງທ່ຽວທີ່ດຶງດູດໃຈອີກດ້ວຍ.
ໃນການຢ້ຽມຢາມງານວາງສະແດງລະດູໃບໄມ້ຫຼົ່ນ ຄັ້ງທີ 1- 2025, ທ່ານນາງ ຫງວຽນທິແຮ້ງ ໄດ້ໃຫ້ຮູ້ວ່າ: “ບັນດາ ຮ້ານວາງສະແດງໄດ້ຖືກຈັດວາງຢ່າງມີລະບົບ, ສວຍງາມ ແລະ ງ່າຍຕໍ່ການທ່ຽວຊົມ ແລະ ຄົ້ນຄວ້າ. ຂ້າພະເຈົ້າຫວັງວ່າຈະມີງານວາງສະແດງແບບນີ້ ຈັດຂຶ້ນເລື້ອຍໆ ເພື່ອໃຫ້ປະຊາຊົນ ມີໂອກາດຫຼາຍຂຶ້ນ ໃນການສຳ ຜັດ ກັບຜະລິດຕະພັນ ຫວຽດນາມ ແລະ ຊື້ເຄື່ອງໄດ້ຢ່າງສະດວກສະບາຍ”.
ບົດ: ເງິນຮ່າ - ພາບ: ຫວຽດເກື່ອງ/VNP - ແປໂດຍ: ບິກລຽນ















