ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວິສາຫະກິດ, ປະຊາຊົນແບ່ງປັນກັບປະຊາຊົນພາກກາງ
ຕອນຄ່ຳວັນທີ 24 ພະຈິກ, ຢູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີໄຂສັບປະດາ “ຄວາມມານະສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳຫວຽດນາມ” ປີ 2025 ດ້ວຍຫົວຂໍ້ “ພ້ອມກັນສາມັກຄີ - ມຸ່ງໄປເຖິງພາກກາງ”. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາຜູ້ແທນໄດ້ສະຫງວນໜຶ່ງນາທີ ກົ້ມຫົວອາໄລຫາ ຜູ້ເສຍຊີວິດໃນເຫດຝົນຕົກນ້ຳຖ້ວມ ຢູ່ພາກກາງ - ໄຕງວຽນ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າແມ່ນໜ້າທີ່ປະຈຳ, ຍາວນານ ແລະ ທ່ານຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ປະກາດໃຊ້ກົນໄກໜູນຊ່ວຍສິລະປະກອນ, ໝູ່ບ້ານອາຊີບ, ວິສາຫະກິດວັດທະນະທຳ; ຕິດພັນວຽກງານອະນຸລັກຮັກສາກັບ ການພັດທະນາການທ່ອງທ່ຽວແບບຍືນຍົງ; ພັດທະນາລະບອບລະບຽບການ, ເປັນຕົ້ນແມ່ນເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຮັບປະກັນການແຜ່ຂະຫຍາຍ ແລະ ຄວາມຍຸຕິທຳໃນການຊົມໃຊ້ວັດທະນະທຳ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
ພິເສດມື້ນີ້ພວກເຮົາສາມັກຄີກັນ, ມຸ່ງໄປເຖິງເຂດພາກກາງ. ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ນ້ຳໃຈສະຫາຍ, ນ້ຳໃຈປະຊາຊົນຮ່ວມຊາດໃນເວລາປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າຮຽກຮ້ອງຕ້ອງຮ່ວມແຮງຮ່ວມໃຈ, ຮ່ວມທຸກຮ່ວມສຸກ, ແບ່ງປັນກັບປະຊາຊົນເຂດພາກກາງ ໃນເວລາປະສົບກັບຄວາມຫຍຸ້ງຍາກນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ກຳລັງຂອງຄວາມມາຫາສາມັກຄີທົ່ວປວງຊົນທັງຊາດ, ດ້ວຍບ່ອນອີ່ງແມ່ນປະຊາຊົນຈະສ້າງຂຶ້ນປະຫວັດສາດ” ພວກເຮົາພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສ້າງປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ມີຄວາມສີວິໄລ ແລະ ວັດທະນາຖາວອນ.








