ອຳນາດການປົກຄອງທ່ານປະທານາທິບໍດີ Donald Trump ໄດ້ຂ້າມຜ່ານຂັ້ນຕອນພິຈາລະນາຂອງສະພາແຫ່ງຊາດ ອາເມລິກາ ດ້ວຍວິທີອ້າງເຫດຜົນສິດສຸກເສີນເພື່ອຍູ້ໄວທຸລະກຳຂາຍລູກລະເບີດກວ່າ 20.000 ລູກໃຫ້ແກ່ ອິດສະຣາແອັນ ດ້ວຍມູນຄ່າທັງໝົດປະມານ 650 ລ້ານ USD.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ກ່າວຄຳເຫັນຕໍ່ນັກຂ່າວຢູ່ Washington, DC, ອາເມລິກາ ໃນວັນທີ 3/3/2026 (ພາບ: REUTERS/Elizabeth Frantz)
ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 7 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຢັ້ງຢືນ ມີ “ກໍລະນີສຸກເສີນ” ຮຽກຮ້ອງຕ້ອງດຳເນີນການຂາຍອາວຸດໃຫ້ແກ່ ອິດສະຣາແອັນ, ຜ່ານນັ້ນ ຍົກເວັ້ນບັນດາຄຳຮຽກຮ້ອງປົກກະຕິກ່ຽວກັບເລື່ອງສະພາແຫ່ງຊາດພິຈາລະນາທຸລະກຳ. ທຸລະກຳດັ່ງກ່າວໄດ້ຮັບການປະຕິບັດພາຍຫຼັງ ອາເມລິກາ ແລະ ອິດສະຣາແອັນ ເລີ່ມຕົ້ນບັ້ນຮົບບຸກໂຈມຕີທາງອາກາດລວມ ເລັ່ງໃສ່ ອີຣານ, ເຊິ່ງເປັນບັ້ນຮົບການທະຫານໃຫຍ່ສຸດຂອງ ວໍຊິງຕັນ ນັບແຕ່ສົງຕາມ ອີຣານ ເມື່ອປີ 2003.
ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ທຸລະກຳດັ່ງກ່າວ “ຈະປະກອບສ່ວນຊຸກຍູ້ນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ”, ພ້ອມທັງໃຫ້ຮູ້ວ່າ ຜູ້ຮັບເໝົາຫຼັກຂອງສັນຍານີ້ແມ່ນ Repkon USA ມີສຳນັກງານຕັ້ງຢູ່ ລັດ Texas.
(ແຫຼ່ງຄັດຈາກ VOV)