• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ມຸ່ງ​ໄປ​ເຖິງວັນ​ບຸນ​ໃຫຍ່

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໄດ້ດຳເນີນໃນວັນທີ 15 ມີນາ, ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ. ໃນຊຸມວັນນີ້, ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວເຂດພາກຂອງປະເທດຊາດພວມມຸ່ງໄປເຖິງວັນເລືອກຕັ້ງດ້ວຍຄວາມເຊື່ອໝັ້ນ, ຄວາມຫວັງ ແລະ ນ້ຳໃຈຄວາມຮັບຜິດຊອບຢ່າງສູງ.

ຫວຽດນາມ ແມ່ນຊາຍຄາລວມຂອງ 54 ຊົນເຜົ່າ. ເມື່ອໃກ້ຈະຮອດວັນເລືອກຕັ້ງ, ຈາກບັນດາໝູ່ບ້ານເຂດພູສູງ, ກຸ້ມບ້ານເຂດທົ່ງພຽງ ຕະຫຼອດຮອດບັນດາເຂດໝູ່ເກາະທະເລທີ່ຫ່າງໄກ, ປະຊາຊົນລ້ວນແຕ່ຫ້າວຫັນກະກຽມເຂົ້າຮ່ວມການປ່ອນບັດ.

        ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ອອກສະໝັກຮັບເລືອກຕັ້ງໄດ້ຕິດປະກາດຢ່າງເປັນລະບຽບຢູ່ເຮືອນຮ່ວມຊີວິດຊຸມຊົນ, ເພື່ອໃຫ້ປະຊາຊົນຊອກຮູ້ກ່ຽວກັບວັນບຸນໃຫຍ່ຂອງປະເທດຊາດ.

ຜູ້ມີສິດເລືອກຕັ້ງກຳລັງຕິດຕາມບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງທີ່ໄດ້ຕິດປະກາດຢູ່ຫໍວັດທະນະທຳຂອງບ້ານ ນຳດຳ, ຕາແສງ ກວານບ້າ (ຕວຽນກວາງ) (ພາບ: TTXVN)

ເປັນການພິສູດໃຫ້ແກ່ສະຕິຄວາມຮັບຜິດຊອບ ແລະ ຄວາມເຊື່ອໝັ້ນ

       ໃນຊຸມວັນຜ່ານມາ, ສີສັນທຸງຊາດ, ປ້າຍ, ແຜ່ນຄຳຂວັນວັນເລືອກຕັ້ງຖືກປະດັບປະດາຢ່າງງາມຕາຢູ່ບັນດາໝູ່ບ້ານເຂດພູສູງທາງທິດຕາເວັນຕົກນະຄອນ ດ່າໜັງ. ບັນຍາກາດກະກຽມໃຫ້ແກ່ວັນເລືອກຕັ້ງໄດ້ແຜ່ກະຈາຍໄປເຖິງແຕ່ລະຊາຍຄາເຮືອນຂອງຊົນເຜົ່າ ເກີຕູ ຢູ່ທີ່ນີ້. ສຳລັບເຂົາເຈົ້າແລ້ວ, ການໄປເລືອກຕັ້ງ ບໍ່ພຽງແຕ່ແມ່ນສິດຜົນປະໂຫຍດເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບທີ່ສັກກະຫຼະບູຊາເພື່ອຝາກຝັງຄວາມຫວັງກ່ຽວກັບເຂດຊາຍແດນທີ່ພັດທະນາຍິ່ງໆຂຶ້ນ. ອ້າຍ ອາລັງອາເຣີຍ, ບ້ານ ເອ ເປີໂລ, ຕາແສງ ອາເວືອງ (ເຕີຍຢາງ, ກວາງນາມເກົ່າ), ໃຫ້ຮູ້ວ່າ:

        “ໂດຍເປັນພົນລະເມືອງຜູ້ໜຶ່ງ, ໃນວັນເລືອກຕັ້ງ, ຂ້າພະເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມຮັບຜິດຊອບ ແລະ ສິດຜົນປະໂຫຍດຂອງຂ້າພະເຈົ້າເອງ ເພື່ອເລືອກເອົາບັນດາສະມາຊິກ ທີ່ຂ້າພະເຈົ້າຝາກຄວາມຫວັງ, ໃນໄລຍະຈະມາເຖິງຈະຕາງໜ້າໃຫ້ສຽງເວົ້າຂອງທ້ອງຖິ່ນເພື່ອເບິ່ງແຍງຊີວິດຂອງປະຊາຊົນ. ດັ່ງນັ້ນ, ເຖິງວ່າຄາວຽກແນວໃດກໍຕາມ ຂ້າພະເຈົ້າກໍສະຫງວນເວລາເພື່ອເຂົ້າຮ່ວມການເລືອກຕັ້ງໃຫ້ຄົບຖ້ວນ”.

        ຢູ່ບັນດາຕາແສງທີ່ມີຊາວເຜົ່າຈຳດຳລົງຊີວິດຮ່ວມກັນເປັນຈຳນວນຫຼາຍຄືຕາແສງ ບັກບິ່ງ, ຕຸຍຟອງ ແຂວງ ເລິມດົ່ງ (ແຂວງ ບິ່ງທ້ວນໃນເມື່ອກ່ອນ), ວຽກງານກະກຽມໃຫ້ແກ່ວັນບຸນໃຫຍ່ພວມໄດ້ດຳເນີນຢ່າງຮີບເຮັ່ງ. ໃນບັນດາກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບບັນດາຜູ້ອອກສະໝັກເລືອກຕັ້ງ, ບັນດາຄຳຂວັນໂຄສະນາໃຫ້ແກ່ວັນເລືອກຕັ້ງ, ສຽງໂທລະໂຄງດັງຂຶ້ນໃນແຕ່ລະມື້…, ທັງໝົດເຫຼົ່ານີ້ໄດ້ສ້າງບັນຍາກາດທີ່ຄຶກຄື້ນກ່ອນວັນເລືອກຕັ້ງ. ທ່ານ ຮວິ່ງກືງ, ຜູ້ມີຍົດສັກຕຳແໜ່ງຊາວເຜົ່າ ຈຳ ຢູ່ບ້ານ ບິ່ງຕຽນ, ຕາແສງ ບັກບິ່ງ, ແບ່ງປັນວ່າ:

        “ຂ້າພະເຈົ້າເປັນຜູ້ມີຍົດສັກຕຳແໜ່ງ, ຂ້າພະເຈົ້າກໍຕັ້ງໜ້າໂຄສະນາ, ກ່ອນອື່ນໝົດແມ່ນໂຄສະນາເຖິງຍາດພີ່ນ້ອງຂອງຕົນ, ຄິດເຖິງວັນໄປປ່ອນບັດ ແລະ ຄັດເລືອກເອົາຜູ້ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ເພື່ອວ່າເມື່ອໄດ້ຮັບການເລືອກຕັ້ງ, ເຂົາເຈົ້າຈະປະຕິບັດຖືກຕ້ອງຕາມຄຳໝັ້ນສັນຍາຂອງຕົນ ນັ້ນແມ່ນປະກອບກຳລັງເຫື່ອແຮງ, ພູມປັນຍາອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ.”

        ເມື່ອກວດກາຊື່ຂອງຕົນໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກຳແໜ້ນສິດ, ພັນທະຂອງຕົນ, ຄົ້ນຄວ້າບັນດາຜູ້ອອກສະໝັກຮັບເລືອກຕັ້ງຢ່າງລອບຄອບຖີ່ຖ້ວນ ແມ່ນວິທີທີ່ພໍ່ແມ່ປະຊົນເຜົ່າ ເຮີເຣ, ກໍ ຢູ່ບັນດາຕາແສງ ເຂດພູສູງແຂວງ ກວາງງາຍ ປະຕິບັດສິດ ແລະ ພັນທະຂອງຕົນ, ຄັດເລືອກເອົາບັນດາຜູ້ມີຄຸນສົມບັດ, ຄວາມເກັ່ງກ້າສາມາດຢ່າງຄົບຖ້ວນ ແລະ ເອົາໃຈໃສ່ເຖິງການດຳລົງຊີວິດຂອງພໍ່ແມ່ປະຊາຊົນເຂດພູສູງ:

        “ເຖິງຈຸດເວລາປັດຈຸບັນ, ພໍ່ແມ່ປະຊາຊົນກຳແໜ້ນໄດ້ສິດ ແລະ ພັນທະ, ກໍຄືລະບຽບການ, ບັນດາຂໍ້ກຳນົດຂອງລັດກ່ຽວກັບການກະກຽມໃຫ້ແກ່ວຽກງານເລືອກຕັ້ງ. ປະຊາຊົນມີຄວາມປາດຖະໜາຄັດເລືອກຜູ້ມີຄຸນສົມບົດ, ມີຄວາມເກັ່ງກ້າສາມາດຮັບໃຊ້ປະເທດຊາດ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ, ຕໍ່ພັກ, ລັດເພື່ອເບິ່ງແຍງດູແລຊີວິດປະຊາຊົນໄດ້ດີກວ່າເກົ່າ”.

        “ຂ້າພະເຈົ້າປາດຖະໜາວ່າ ຈະເລືອກໄດ້ຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ນຳມາເຊິ່ງມີຜົນປະໂຫຍດໃຫ້ແກ່ສັງຄົມໃຫ້ປະຊາຊົນ ແລະ ຊ່ວຍຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ”       

ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີ

        ພໍ່ແມ່ປະຊາຊົນບັນດາເຜົ່າພ້ອມກັນມຸ່ງໄປເຖິງວັນເລືອກຕັ້ງ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຕໍ່ອະນາຄົດຂອງປະເທດຊາດ. ວັນເລືອກຕັ້ງ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ພົນລະເມືອງປະຕິບັດສິດເປັນເຈົ້າຂອງຕົນເທົ່ານັ້ນ ຫາກຍັງຢັ້ງຢືນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີຂອງທົ່ວປວງຊົນທັງຊາດ. ແຕ່ລະບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງນັ້ນເອງ ແມ່ນຮອບຄັດເລືອກສຸດທ້າຍ ແລະ ສຳຄັນທີ່ສຸດ. ທ່ານນາງ ຕ້າທິອຽນ, ຮອງຫົວໜ້າປະທານຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ, ຢັ້ງຢືນວ່າ:

        “ເປົ້າໝາຍລຸລ່ວງແມ່ນຮັບປະກັນລັກສະນະເປັນຕົວແທນຢ່າງກວ້າງຂວາງຂອງປະຊາຊົນ, ພ້ອມທັງຄັດເລືອກບັນດາສະມາຊິກດີເດັ່ນຢ່າງແທ້ຈິງ, ມີຈັນຍາບັນພູມປັນຍາ ແລະ ກຳລັງຄວາມສາມາດຕອບສະໜອງໄດ້ຄຳຮຽກຮ້ອງຕ້ອງການ, ຕັດສິນໃຈບັນດາບັນຫາສຳຄັນຂອງປະເທດຊາດໃນໄລຍະໃໝ່”.

        ແຕ່ລະບັດເລືອກຕັ້ງໄດ້ຮັບການພິຈາລະນາຢ່າງລອບຄອບຖີ່ຖ້ວນ ບໍ່ພຽງແຕ່ສະແດງສິດເປັນເຈົ້າຂອງປະຊາຊົນເທົ່ານັ້ນ ຫາກຍັງປະກອບສ່ວນຄັດເລືອກບັນດາສະມາຊິກທີ່ເໝາະສົມ, ຕາງໜ້າໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ໃນນັ້ນ ມີພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ແມ່ນພື້ນຖານສຳຄັນເພື່ອສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ສ້າງກຳລັງໜູນໃຫ້ແກ່ປະເທດຊາດພັດທະນາແບບຍືນຍົງໃນໄລຍະໃໝ່./.

(ແຫຼ່ງຄັດຈາກ VOV)

ເປັນຄັ້ງທຳອິດລາຄານ້ຳມັນຂຶ້ນເກີນ 100 USD/ຖັງ ນັບແຕ່ປີ 2022

ເປັນຄັ້ງທຳອິດລາຄານ້ຳມັນຂຶ້ນເກີນ 100 USD/ຖັງ ນັບແຕ່ປີ 2022

ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ຮັບຮູ້ຕົວເລກເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109,17 USD/ຖັງ - ເປັນຕົວເລກສູງສຸດນັບແຕ່ເດືອນ ກຸມພາ 2022.

Top