• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ຖະໜົນຫົນທາງ ຮ່າໂນ້ຍ ເຕັມໄປດ້ວຍດອກໄມ້ ແລະ ທຸງຊາດ ເພື່ອສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ

ໃນທ້າຍເດືອນ ສິງຫາ ນີ້, ບັນຍາກາດໃນນະຄອນຫຼວງ ຮ່າໂນ້ຍ ເລີ່ມມີຄວາມຄຶກຄື້ນ ແລະ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ເນື່ອງໃນໂອກາດວັນຊາດ ວັນທີ 2 ກັນຍາ ທີ່ຈະມາເຖິງ. ແຕ່ລະສາຍທາງ, ແຕ່ລະຊອຍໄດ້ຖືກຕົບແຕ່ງດ້ວຍທຸງຊາດສີແດງທີ່ມີດາວທອງຢູ່ກາງ ແລະ ດອກໄມ້ສົດໃສ ເຮັດໃຫ້ເກີດເປັນຮູບພາບທີ່ມີຊີວິດຊີວາ ແລະ ເຕັມໄປດ້ວຍສີສັນຂອງນະຄອນຫຼວງທີ່ມີອາຍຸຍືນຍາວເຖິງຫຼາຍພັນປີ.
ໄປໃສກໍເຫັນຮ້ານຄ້າຂາຍທຸງຊາດ, ເສື້ອທີ່ມີຮູບທຸງ ແລະ ຮູບພາບຕ່າງໆ ເພື່ອສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ. ພາບ: ແຄ໋ງລອງ/VNP
ຍິງສາວ ຮ່າໂນ້ຍ ໃສ່ຊຸດປະຈຳຊາດ (ຊຸດ ອ໋າວຢ່າຍ) ຍ່າງຫຼິ້ນຕາມຖະໜົນຫົນທາງໃນບໍລິເວນສະໜາມຫຼວງ ບາດິ່ງ. ພາບ: ກົງດາດ/VNP
ສຸສານ ໂຮ່ຈີມິນ, ສະພາແຫ່ງຊາດ, ຖະໜົນເອກະລາດ... ກາຍເປັນຈຸດ “ເຊັກອິນ” ຂອງປະຊາຊົນຫຼາຍລ້ານຄົນໃນທົ່ວປະເທດ. ພາບ: ກົງດາດ/VNP
ຊຸດເຄື່ອງນຸ່ງຂອງທຸກຄົນໃນໄລຍະນີ້, ຕັ້ງແຕ່ເສື້ອຜ້າ, ຜ້າເຊັດໜ້າ, ໂບ... ລ້ວນແຕ່ມີຮູບທຸງຊາດສີແດງດາວທອງ ແລະ ຮູບພາບສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ. ພາບ: ກົງດາດ/VNP
ຕໍ່ໜ້າທຳນຽບປະທານປະເທດແມ່ນຈຸດໜຶ່ງທີ່ດຶງດູດປະຊາຊົນຈຳນວນຫຼາຍ ມາທ່ຽວຊົມ ແລະ ຖ່າຍຮູບ. ພາບ: ກົງດາດ/VNP
ປະຊາຊົນໃສ່ເສື້ອທີ່ມີຮູບທຸງຊາດ ຖ່າຍຮູບຢູ່ບໍລິເວນເສົາທຸງຊາດ ຮ່າໂນ້ຍ. ພາບ: ແທງຢາງ/VNP
ທຸກມູມຖະໜົນໃນໄລຍະນີ້ ແມ່ນມູມຖ່າຍຮູບທີ່ສວຍງາມ. ພາບ: ແທງຢາງ/VNP
ປະຊາຊົນພາກັນຖ່າຍຮູບທີ່ລະນຶກດ້ວຍຄວາມເບີກບານມ່ວນຊື່ນຢູ່ກຳແພງພະລາຊະວັງ ທັງລອງ. ພາບ: ແທງຢາງ/VNP
ທຸງພັກ ແລະ ທຸງຊາດຖືກປັກຂຶ້ນເກືອບທຸກມູມຖະໜົນ. ພາບ: ແຄ໋ງລອງ/VNP
ຖະໜົນ ເຫຼືອງວັນການ ເຕັມໄປດ້ວຍສີແດງ ໂດຍມີຈຸດໃຈກາງແມ່ນທຸງຊາດຂະໜາດໃຫຍ່. ພາບ: ແຄ໋ງລອງ/VNP
ບັນດາຊອຍຖະໜົນໄດ້ຖືກຕົບແຕ່ງຢ່າງສວຍງາມໂດຍປະຊາຊົນ. ພາບ: ແຄ໋ງລອງ/VNP
ຖະໜົນຫົນທາງຕ່າງໆ ໃນ ຮ່າໂນ້ຍ ໄລຍະນີ້ ເຕັມໄປດ້ວຍປະຊາຊົນທີ່ມາທ່ຽວຊົມ ແລະ ຖ່າຍຮູບ. ພາບ: ແຄ໋ງລອງ/VNP
ມາປະເທດ ຫວຽດນາມ ໃນໄລຍະນີ້ ຈະເປັນປະສົບການທີ່ໜ້າຈົດຈຳຂອງນັກທ່ອງທ່ຽວຕ່າງປະເທດ. ພາບ: ແຄ໋ງລອງ/VNP
ປະຊາຊົນຖ່າຍຮູບຢູ່ບໍລິເວນເສົາທຸງຊາດ ຮ່າໂນ້ຍ. ພາບ: ແທງຢາງ/VNP
ດ້ານໜ້າຂອງສຳນັກງານສະພາແຫ່ງຊາດ ກາຍເປັນຈຸດຮ້ອນທີ່ດຶງດູດປະຊາຊົນຈຳນວນຫຼາຍມາຖ່າຍຮູບ. ພາບ: ກົງດາດ/VNP
ມູມຕົບແຕ່ງເພື່ອສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ ຂອງບັນດາຮ້ານຄ້າຕ່າງໆ ໃນເຂດເມືອງເກົ່າ. ພາບ: ຫວຽດເກື່ອງ/VNP
ບໍລິເວນອາຄານ ຫ່າມກາເມີບ ຫຼັງຈາກໄດ້ຖືກຮື້ມ້າງແລ້ວ ໄດ້ຖືກຕົບແຕ່ງຢ່າງສວຍງາມດ້ວຍທຸງຊາດສີແດງດາວທອງ. ພາບ: ຫວຽດເກື່ອງ/VNP
ປະຊາຊົນໃນເຂດຖະໜົນ ແລະ ຊອຍນ້ອຍຕ່າງໆ ພາກັນຕົບແຕ່ງ, ແຂວນທຸງຊາດຕາມຖະໜົນ. ພາບ: ກົງດາດ/VNP
ນັກທ່ອງທ່ຽວຕ່າງປະເທດຮູ້ສຶກດີໃຈ ແລະ ປະຫຼາດໃຈທີ່ໄດ້ເຫັນຊຸມມື້ ຮ່າໂນ້ຍ ເຕັມໄປດ້ວຍດອກໄມ້ ແລະ ທຸງຊາດ. ພາບ: ຫວຽດເກື່ອງ/VNP
ຢູ່ຕາມຖະໜົນຫົນທາງຕ່າງໆ ໃນ ຮ່າໂນ້ຍ, ແມ່ຍິງຫຼາຍຄົນໄດ້ພາກັນຖ່າຍຮູບທີ່ລະນຶກຢ່າງມີຄວາມສຸກໃນໂອກາດວັນຊາດຄົບຮອບ 80 ປີ. ພາບ: ຫວ່າງຮ່າ/VNP
ເສົາທຸງຊາດ ຮ່າໂນ້ຍ, ເປັນຈຸດໝາຍປາຍທາງທີ່ບໍ່ຄວນພາດໃນໂອກາດນີ້. ພາບ: ແທງຢາງ/VNP
ສະໜາມຫຼວງການປະຕິວັດເດືອນ ສິງຫາ ໄດ້ຖືກຕົບແຕ່ງດ້ວຍດອກໄມ້, ທຸງຊາດ ແລະ ປ້າຍຄຳຂວັນ ເພື່ອສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ. ພາບ: ແທງຢາງ/VNP
ຖະໜົນຫົນທາງໃນໄລຍະນີ້ ເຕັມໄປດ້ວຍສີແດງ ແລະ ສີເຫຼືອງຂອງທຸງຊາດ, ເຊິ່ງເປັນສັນຍາລັກຂອງຄວາມພາກພູມໃຈໃນຊາດ. ພາບ: ຫວ່າງຮ່າ/VNP
  • ບົດ: ກົງດາດ/VNP - ພາບ: ແຄ໋ງລອງ, ກົງດາດ, ແທງຢາງ, ຫວຽດເກື່ອງ ແລະ ຫວ່າງຮ່າ - ແປໂດຍ: ຢືຟຽນ

Top