Yoshioka Norihiko – ຜູ້ເຊື່ອມຕໍ່ ວັດທະນະທຳ ຍີ່ປຸ່ນ – ຫວຽດນາມ

Yoshioka Norihiko – ຜູ້ເຊື່ອມຕໍ່ ວັດທະນະທຳ ຍີ່ປຸ່ນ – ຫວຽດນາມ

ໃນສະພາບ ທີ່ສາຍພົວພັນ ຫວຽດນາມ-ຍີ່ປຸ່ນ ນັບມື້ນັບ ແໜ້ນແຟ້ນ, ວັດທະນະທຳ ໄດ້ກາຍເປັນຂົວຕໍ່ ທີ່ສຳຄັນລະ ຫວ່າງປະຊາຊົນ ສອງປະເທດ. ທ່ານ Yoshioka Norihiko, ຜູ້ອຳນວຍການສູນແລກປ່ຽນ ວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ, ໄດ້ ແລະ ພວມປະກອບສ່ວນເຮັດໃຫ້ການເຊື່ອມໂຍງດັ່ງກ່າວເລິກເຊິ່ງຍິ່ງຂຶ້ນ ດ້ວຍບັນດາໂຄງການສ້າງສັນ ແລະ ການຮ່ວມມືດ້ານສິລະປະ…

ທ່ານ Yoshioka Norihiko-ຜູ້ອຳນວຍການສູນແລກປ່ຽນວັດທະນະທຳ ຍີ່ປຸ່ນ. ພາບ: ແຄ໋ງລອງ/VNP

ນັກຂ່າວ: ທ່ານສາມາດແບ່ງປັນບາງຢ່າງກ່ຽວກັບການເດີນ ທາງ ຂອງຕົນ ຕັ້ງແຕ່ຄັ້ງທຳອິດ ທີ່ມາ ຮ່າໂນ້ຍ ຈົນເຖິງການກັບຄືນມາໃນຖານະຜູ້ອຳນວຍການ ສູນແລກປ່ຽນວັດທະນະ ທຳ ຍີ່ປຸ່ນ ປະຈຳ ຫວຽດນາມ?

ທ່ານ Yoshioka Norihiko:ຂ້າພະເຈົ້າໄດ້ມາ ຮ່າໂນ້ຍ ຄັ້ງທຳອິດ ໃນເດືອນ ຕຸລາ ປີ 2008, ໃນເວລາທີ່ສູນ ຫາກໍຖືກສ້າງຕັ້ງຂຶ້ນ. ຂ້າພະເຈົ້າໄດ້ມາສູນ ເພື່ອຊ່ວຍເຫຼືອໃນການສ້າງພື້ນຖານ ການເຄື່ອນໄຫວ ແລະ ໃນປີ 2010 ໄດ້ຮັບການແຕ່ງຕັ້ງເປັນຮອງຜູ້ອຳນວຍການຄົນທຳອິດ, ດຳລົງຕຳແໜ່ງນີ້ ຈົນເຖິງປີ 2014. ໃນໄລຍະນັ້ນ, ຂ້າພະເຈົ້າຍັງໄດ້ຮຽນພາ ສາ ຫວຽດ ຢູ່ມະຫາວິທະຍາໄລທະຍາສາດສັງຄົມ ແລະ ມະ ນຸດສາດ. ຈາກນັ້ນ, ແຕ່ປີ 2016 ຫາ ປີ 2021, ຂ້າພະເຈົ້າ ໄດ້ເຮັດວຽກຢູ່ ບາງກອກ (ປະເທດ ໄທ). ໃນເດືອນ ເມສາ ປີ 2024, ຂ້າພະເຈົ້າໄດ້ກັບຄືນ ຮ່າໂນ້ຍ ໃນຖານະເປັນຜູ້ອຳ ນວຍການສູນ.

ທ່ານ Yoshioka Norihiko ເຮັດວຽກຮ່ວມກັບເພື່ອນຮ່ວມງານຢູ່ສູນ. ພາບ: ແຄ໋ງລອງ/VNP

ນັກຂ່າວ:ຄວາມຮູ້ສຶກຂອງທ່ານ ເມື່ອກັບຄືນມາ ຮ່າໂນ້ຍພາຍຫຼັງ 10 ປີເປັນແນວໃດ?

ທ່ານ Yoshioka Norihiko:ຮ່າໂນ້ຍ ໃຫ້ຄວາມຮູ້ສຶກທີ່ຄຸ້ນເຄີຍ ແລະ ໃໝ່ໄປພ້ອມໆ ກັນ. ຕົວເມືອງພັດທະນາຢ່າງວ່ອງ ໄວ, ມີຄວາມເຄື່ອນໄຫວ ແລະ ມີທ່າແຮງອັນອຸດົມ ສົມບູນ. ໂດຍສະເພາະ, ຊີວິດວັດທະນະທຳ-ສິລະປະຢູ່ ຫວຽດນາມ ໃນປັດຈຸບັນ ມີຄວາມຫຼາກຫຼາຍກວ່າເກົ່າຫຼາຍ, ແຜ່ລາມຈາກປະເພນີໄປສູ່ຍຸກສະໄໝໃໝ່, ຈາກກິດຈະກຳທາງການໄປສູ່ຊຸມຊົນສ້າງສັນອິດສະຫຼະ.

ນອກຈາກເຫດການວັດທະນະທໍາ, ທ່ານ Yoshioka Norihiko ຍັງເຂົ້າຮ່ວມການສອນຢູ່ສະຖາບັນການທູດ. ພາບ: ເອກະສານ
ທ່ານ Yoshioka Norihiko ກ່າວຄຳເຫັນໃນງານວາງສະ ແດງ “ໄດໂນເສົາ ໃນຍຸກ ພລາສຕິກ”. ພາບ: ເອກະສານ

ນັກຂ່າວ:ໃນຕຳແໜ່ງໃໝ່, ທ່ານ ໄດ້ວາງຍຸດທະສາດໃດແດ່ສຳລັບການເຄື່ອນໄຫວຂອງສູນ?

ທ່ານ Yoshioka Norihiko:ອັນດັບທໍາອິດ: ພວກຂ້າພະເຈົ້າຈະສຸມໃສ່ການສ້າງເຄືອຂ່າຍເຊື່ອມໂຍງກັບທັງພາກລັດ ແລະ ເອກະຊົນ ເພື່ອສ້າງການຮ່ວມມືທີ່ຍືນຍົງ. ສອງ: ສູນຈະ ພະຍາຍາມແນະນຳວັດທະນະທຳ ຍີ່ປຸ່ນ ທີ່ຫຼາກຫຼາຍ, ເໝາະກັບ ຫຼາຍກຸ່ມເປົ້າໝາຍ, ແຕ່ຍັງຄົງຮັບປະກັນ ຄຸນນະພາບສູງ.

ທ່ານ Yoshioka Norihiko ເຂົ້າຮ່ວມງານວາງສະແດງສິລະປະ ຢູ່ສູນແລກປ່ຽນວັດທະນະທຳ ຍີ່ປຸ່ນ. ພາບ: ແຄ໋ງລອງ/VNP
ນອກຈາກກິດຈະກໍາວັດທະນະທໍາ, ທ່ານ Yoshioka Norihiko ຍັງເອົາໃຈໃສ່ເຖິງການສຶກສາ ແລະ ການຄົ້ນຄວ້າ ກ່ຽວກັບ ຍີ່ປຸ່ນ ສຳລັບນັກຮຽນ, ນັກສຶກສາ. ພາບ: ແຄ໋ງລອງ/VNP
ທ່ານ Yoshioka Norihiko ພ້ອມດ້ວຍນັກສຶກສາເຂົ້າຮ່ວມປະສົບການ ງານວາງສະແດງວິທະຍາສາດ ຢູ່ສູນ. ພາບ: ແຄ໋ງລອງ/VNP

ນັກຂ່າວ:ທ່ານສັງເກດເຫັນການປ່ຽນແປງໃດແດ່ໃນວິຖີ ທີ່ຄົນ ຫວຽດນາມ, ໂດຍສະເພາະໄວໜຸ່ມ, ເຂົ້າເຖິງວັດທະນະ ທຳ ຍີ່ປຸ່ນ?

ທ່ານ Yoshioka Norihiko:ເຕັກໂນໂລຊີ ແມ່ນຄວາມແຕກຕ່າງທີ່ໃຫຍ່ທີ່ສຸດ. ອິນເຕີເນັດ ຄວາມໄວສູງ ແລະ ໂທລະສັບ ສະມາດໂຟນ ຊ່ວຍໃຫ້ໄວໜຸ່ມ ຫວຽດນາມ ເຂົ້າເຖິງວັດທະ ນະທຳ ຍີ່ປຸ່ນ ໄດ້ງ່າຍຂຶ້ນ ແລະ ມີລັກສະນະສ່ວນຕົວຫຼາຍຂຶ້ນ. ຈາກຮູບເງົາ, ເພງ, ອາຫານ ຈົນເຖິງການອອກແບບ, ສິລະປະ-ພວກເຂົາຕັ້ງໜ້າຊອກຫາເນື້ອໃນທີ່ ເໝາະສົມກັບຄວາມມັກສ່ວນຕົວ.

ທ່ານ Yoshioka Norihiko-ຜູ້ອຳນວຍການສູນແລກປ່ຽນວັດທະນະທຳ ຍີ່ປຸ່ນ. ພາບ: ແຄ໋ງລອງ/VNP

ນັກຂ່າວ:ໃນຂະບວນການເຮັດວຽກ, ທ່ານມີຄວາມຊົງຈຳທີ່ໜ້າຈົດຈຳໃດແດ່?

ທ່ານ Yoshioka Norihiko:ງານວາງສະແດງ “Yayoi Kusama: ຄວາມຫຼົງໄຫຼ” ໃນປີ 2013 ເນື່ອງໃນໂອກາດ ສະ ເຫຼີມສະຫຼອງ ຄົບຮອບ 40 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ຍີ່ປຸ່ນ ແມ່ນຄວາມຊົງຈຳທີ່ໜ້າຈົດຈຳ. ພວກຂ້າພະເຈົ້າໄດ້ປ່ຽນສູນ ທັງໝົດໃຫ້ກາຍເປັນ ພື້ນທີ່ສິລະປະ ຂອງ Kusama, ດຶງດູດແຂກເຂົ້າມາທ່ຽວຊົມຫຼາຍກວ່າ 50.000 ຄົນ. ນອກຈາກນັ້ນ, ຍັງມີການສະແດງ ຂອງ ນັກສິລະປິນລະຄອນໃບ້ Naoki Iimuro ໂດຍມີການເຂົ້າຮ່ວມ ຂອງ ນັກສະແດງ ຫວຽດນາມ ຫງວຽນເຮືອງຕຸ່ງ, ເຊິ່ງໄດ້ສ້າງຄວາມປະທັບໃຈ ທີ່ສວຍງາມໃຫ້ແກ່ຜູ້ຊົມຊາວ ຍີ່ປຸ່ນ.


ງານສະແດງລະຄອນຫຸ່ນພື້ນເມືອງ ຍີ່ປຸ່ນ ໄດ້ດຶງດູດຜູ້ຊົມ ຊາວນະຄອນຫຼວງ ຢ່າງຫຼວງຫຼາຍ ທີ່ໂຮງລະຄອນກຳມະກອນ. ພາບ: ແຄ໋ງລອງ/VNP
ນັກຂ່າວ: ສູນມີແຜນການໃໝ່ໃດແດ່ໃນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ເຊື່ອມໂຍງນັກສິລະປິນ ສອງປະເທດ?

ທ່ານ Yoshioka Norihiko:ຫວ່າງມໍ່ໆ ມານີ້, ພວກຂ້າພະ ເຈົ້າໄດ້ສະໜັບສະໜູນ ກຸ່ມສິລະປະ ຍີ່ປຸ່ນ contact Gonzo ຮ່ວມມືກັບນັກສິລະປິນ ຫວຽດນາມ ເພື່ອຈັດຕັ້ງການສະແດງ “ພາຍຸ”. ໃນເດືອນ ພະຈິກ ທີ່ຈະມາເຖິງ, ນັກຖ່າຍຮູບ Tawada Yuki ແລະ ນັກສິລະປິນ ປັ້ນດິນເຜົາ Fukumoto Fuku ຈະເຂົ້າຮ່ວມງານ Photo Hanoi, ພ້ອມກັບນັກສຶກສາ ແລະ ນັກສິລະປິນ ຫວຽດນາມ ເພື່ອສ້າງສັນຜົນງານໃໝ່. ຂ້າ ພະເຈົ້າຫວັງວ່າ ໃນອະນາຄົດ, ການຮ່ວມມືຈະຂະຫຍາຍໄປສູ່ໂຄງການສິລະປະ ການສະແດງຂະໜາດໃຫຍ່, ເພື່ອໃຫ້ວັດ ທະນະທຳສອງ ປະເທດມີການປະສົມປະສານ ແລະ ພັດທະ ນາ ຢ່າງເລິກເຊິ່ງຍິ່ງຂຶ້ນ.

ນັກຂ່າວ:ຂໍຂອບໃຈທ່ານຢ່າງສູງ ສຳລັບການສົນທະນາທີ່ ໜ້າສົນໃຈນີ້!

ທ່ານ Yoshioka Norihiko ຖ່າຍຮູບທີ່ລະນຶກກັບວົງດົນ ຕີ ຣອ໋ກ ຍີ່ປຸ່ນ Bati Holic. ພາບ: ເອກະສານ

ບົດ: ເງິນຮ່າ/VNP- ພາບ: ແຄ໋ງລອງ, ເອກະສານ - ແປໂດຍ: ຢືຟຽນ


Top