ຂ່າວສານ
ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນພາກກາງຕອນໃຕ້ ແລະ ເຂດເຕີຍງວຽນ ກັບຄືນສູ່ການດຳລົງຊີວິດໂດຍໄວ
ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາທ້ອງຖິ່ນຖືກຜົນກະທົບຈາກຝົນຕົກໜັກນ້ຳຖ້ວມ ສາມາດກັບຄືນສູ່ການດຳລົງຊີວິດໂດຍໄວ, ແຕ່ວັນທີ 21 ພະຈິກ, ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍ 18 ຈຸດຮັບເຄື່ອງຊ່ວຍເຫຼືອ. ຄະນະຂົນຂວາຍການກູ້ໄພກູ້ຊີບນະຄອນ ໄດ້ຮັບຈຳນວນເງິນຊ່ວຍເຫຼືອທັງໝົດເກືອບ 245 ຕື້ດົ່ງ (9,5 ລ້ານ USD); ພ້ອມດ້ວຍຢຸກຢາໃຊ້ທົ່ວໄປໃນຄອບຄົວກວ່າ 29.000 ຖົງ, ເຂົ້າກວ່າ 70 ໂຕນ, ມີມູນຄ່າກວ່າ 136 ຕື້ດົ່ງ (5,4 ລ້ານ USD).
ຕອນບ່າຍວັນທີ 24 ພະຈິກ, ນະຄອນ ຮ່າໂນ້ຍ ໄດ້ມອບຈຳນວນເງິນ 30 ຕື້ດົ່ງ (1,2 ລ້ານ USD) ໜູນຊ່ວຍບັນດາແຂວງ ດັກຫຼັກ, ເລິມດົ່ງ ແລະ ແຄັງຮວ່າ. ໃນວັນດຽວກັນ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຊີ້ນຳໃຫ້ພະແນກສຶກສາ ແລະ ບຳລຸງສ້າງຮີບເຮັ່ງດຳເນີນການສຳຫຼວດກວດຄືນຜົນເສຍຫາຍກ່ຽວກັບພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນການສອນ ແລະ ໃຫ້ຮູ້ວ່າ ຈະສະໜອງຕຳລາຮຽນໃຫ້ແກ່ນັກຮຽນເຂດຖືກນ້ຳຖ້ວມໂດຍບໍ່ເກັບຄ່າ.
ຕໍ່ໜ້າບັນດາຜົນເສຍຫາຍຢ່າງໜັກໜ່ວງຍ້ອນຖືກຝົນຕົກນ້ຳຖ້ວມຢູ່ທ້ອງຖິ່ນຕ່າງໆຂອງ ຫວຽດນາມ, ວັນທີ 24 ພະຈິກ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.








