• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງ​ນິງ ກຽມ​ພ້ອມ​ຈັດ​ການ​ເລືອກ​ຕັ້ງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໃນອາຍຸການ 2026 – 2031, ບັນດາທ້ອງຖິ່ນຂອງແຂວງ ກວາງນິງ ພວມຮີບເຮັ່ງປະຕິບັດ ສຳເລັດວຽກງານກະກຽມສຸດທ້າຍໃຫ້ວັນບຸນໃຫຍ່ຂອງປະເທດຊາດ.
  ຢູ່ບັນດາຫໍວັດທະນະທຳບ້ານ, ຄຸ້ມຖະໜົນ ຫຼື ສຳນັກງານຕາແສງ, ເຂດພິເສດ, ຢູ່ບັນດາສະຖານທີ່ປ່ອນບັດໄດ້ປະດັບປະດາທຸງຊາດ, ປ້າຍຄຳຂວັນ ຢ່າງສະຫງ່າຜ່າເຜີຍ (ພາບ: VOV)  

ໃນຊຸມວັນນີ້, ຢູ່ແຂວງ ກວາງນິງ, ບັນຍາກາດກະກຽມໃຫ້ການເລືອກຕັ້ງໄດ້ແຜ່ກະຈາຍຈາກເຂດຕົວເມືອງລົງສູ່ເຂດພູດອຍ, ຊາຍແດນ, ທະເລໝູ່ເກາະ. ຢູ່ບັນດາຫໍວັດທະນະທຳບ້ານ, ຄຸ້ມຖະໜົນ ຫຼື ສຳນັກງານຕາແສງ, ເຂດພິເສດ, ຢູ່ບັນດາສະຖານທີ່ປ່ອນບັດໄດ້ປະດັບປະດາທຸງຊາດ, ປ້າຍຄຳຂວັນ ຢ່າງສະຫງ່າຜ່າເຜີຍ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມ. ລຸງ ຮວ່າງວັນລຽນ, ອາຍຸ 70ປີ, ເລຂາພັກ, ຫົວໜ້າຄຸ້ມຖະໜົນເຂດ 5, ເຂດພິເສດ ເວິນດົນ, ໃຫ້ຮູ້ວ່າ:

“ຢູ່ຄຸ້ມຖະໜົນຂອງພວກຂ້າພະເຈົ້າໄດ້ກະກຽມຢ່າງຄົບຖ້ວນ, ພິເສດແມ່ນສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ໂດຍສະເພາະແມ່ນ ຈັດການພົບປະລະຫວ່າງປະຊາຊົນກັບຜູ້ສະໝັກເລືອກຕັ້ງສະພາປະຊາຊົນທຸກຂັ້ນ. ພວກຂ້າພະເຈົ້າໄດ້ສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງທັງໝົດ, ບໍ່ໃຫ້ພາດ, ບໍ່ໃຫ້ຂາດຜູ້ໃດ ແລະ ຈະພະຍາຍາມປະຕິບັດວຽກງານເລືອກຕັ້ງໃຫ້ດີທີ່ສຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ.”

  ລຸງ ຮວ່າງວັນລຽນ, ອາຍຸ 70ປີ, ເລຂາພັກ, ຫົວໜ້າຄຸ້ມຖະໜົນເຂດ 5, ເຂດພິເສດ ເວິນດົນ  

ແຂວງ ກວາງນິງ ໄດ້ສ້າງຕັ້ງ 363 ຄະນະເລືືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງ, 15 ຄະນະເລືອກຕັ້ງສະພາປະຊາຊົນຂັ້ນແຂວງ ແລະ 3 ຄະນະເລືອກຕັ້ງສະມາຊິກສະພາແຫ່ງຊາດ; ສ້າງຕັ້ງ 1.243 ໜ່ວຍເລືອກຕັ້ງ, ເທົ່າກັບ 1.243 ເຂດປ່ອນບັດເລືອກຕັ້ງ.

(ແຫຼ່ງຄັດຈາກ VOV)

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

ງານບຸນມີຄວາມໝາຍພາວະນາຂໍ້ໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ມີໂຊກມີໄຊ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄາດຫວັງກ່ຽວກັບປະເທດຈະເລີນຮຸ່ງເຮືອງ, ພັດທະນາແບບຍືນຍົງ.

Top