• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດທີ XVI ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 6 ເມ​ສາ

ຢູ່ວາລະໄຂກອງປະຊຸມຄັ້ງທີ 55, ທີ່ໄດ້ດຳເນີນໃນວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄຳເຫັນເທື່ອທີ 2 ກ່ຽວກັບການກະກຽມກອງປະຊຸມຄັ້ງປະຖົມມະເລິກຂອງ ສະພາແຫ່ງຊາດຊຸດທີ XVI.
  ກອງປະຊຸມຄັ້ງທີ 55 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: VOV)  
ຕາມທ່ານ ເລກວາງແມັ້ງ ເລຂານຸການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ແລ້ວ, ກອງປະຊຸມຄາດວ່າຈະໄຂຂຶ້ນໃນຕອນເຊົ້າວັນທີ 6 ເມສາ ແລະ ອັດລົງໃນວັນທີ 25 ເມສາ. ນີ້ແມ່ນກອງປະຊຸມຄັ້ງສຳຄັນພິເສດແລະ ສະພາແຫ່ງຊາດຊຸດໃໝ່ຈະຕັດສິນກ່ຽວກັບວຽກງານຈັດຕັ້ງກົງຈັກ, ບຸກຄະລາກອນຂັ້ນສູງ, ວຽກງານນິຕິບັນຍັດ ແລະ ບັນດາບັນຫາເສດຖະກິດ - ສັງຄົມ. ກອງປະຊຸມໄດ້ແບ່ງເປັນ 2 ຄັ້ງ: ຄັ້ງທີ 1 (ແຕ່ວັນທີ 6 ເມສາ ຫາວັນທີ 11 ເມສາ) ຈຸດສຸມແມ່ນວຽກງານບຸກຄະລາກອນ ແລະ ປຶກສາຫາລືຮ່າງກົດໝາຍຈຳນວນໜຶ່ງ, ຄັ້ງທີ 2 (ແຕ່ວັນທີ 20 ເມສາ ຫາວັນທີ 25 ເມສາ) ປຶກສາຫາລື, ລົງມະຕິ ບັນດາກົດໝາຍ ແລະ ມະຕິວ່າດ້ວຍເສດຖະກິດ - ສັງຄົມ. ສະພາແຫ່ງຊາດຈະພັກຜ່ອນ 8 ວັນລະຫວ່າງສອງຄັ້ງ (ແຕ່ວັນທີ 12 ເມສາ - 19 ເມສາ) ເພື່ອໃຫ້ບັນດາອົງການຮັບເອົາຄວາມເຫັນ, ປັບປຸງ ເອກະສານ.

(ແຫຼ່ງຄັດຈາກ VOV)

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

ງານບຸນມີຄວາມໝາຍພາວະນາຂໍ້ໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ມີໂຊກມີໄຊ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄາດຫວັງກ່ຽວກັບປະເທດຈະເລີນຮຸ່ງເຮືອງ, ພັດທະນາແບບຍືນຍົງ.

Top