ຢັ້ງຢືນຖານະ ແລະ ບົດບາດຂອງ ຫວຽດນາມ ໃນ ASEAN

ຢັ້ງຢືນຖານະ ແລະ ບົດບາດຂອງ ຫວຽດນາມ ໃນ ASEAN

ໃນລະຫວ່າງວັນທີ 26 – 28 ຕຸລາ 2025, ທ່ານ ຟ້າມມິງຈິ໋ງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ນຳພາຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດASEAN ຄັ້ງທີ 47 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ກົວລາລຳເປີ ປະ ເທດມາເລເຊຍ ຕາມຄຳເຊີນ ຂອງທ່ານນາຍົກລັດຖະມົນຕີ Anwar Ibrahim. ມີຫຼາຍກິດຈະກຳ ທີ່ສຳຄັນ ແລະມີປະສິດທິຜົນ, ພາລະ ກິດ ຄັ້ງນີ້ໄດ້ເຜີຍແຜ່ສານອັນແຂງກ້າ ກ່ຽວກັບຫວຽດນາມ ທີ່ມີການ ເຄື່ອນໄຫວຢ່າງຫ້າວຫັນ, ສ້າງສັນ ແລະມີຄວາມຮັບຜິດຊອບ, ຮ່ວມ ກັບບັນດາປະເທດສະມາຊິກ ໃນການສ້າງປະຊາຄົມASEAN ເປັນເອກະພາບ, ໝັ້ນຄົງ, ເປັນເຈົ້າການຕົນເອງ ແລະ ພັດທະນາແບບຍືນຍົງ.

ໃນຖານະທີ່ເປັນເຫດການໃຫຍ່ ທີ່ສຸດປະຈຳປີ ຂອງ ASEAN, ກອງປະຊຸມສຸດຍອດ ASEAN ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວ ຂ້ອງ ໄດ້ມີການເຂົ້າຮ່ວມ ຂອງ ປະມານ 30 ປະມຸກລັດ ແລະ ຜູ້ນຳຈາກບັນດາປະເທດ ASEAN ພ້ອມດ້ວຍຄູ່ຮ່ວມເຊັ່ນ: ສປ ຈີນ,    ສ ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕຣາລີ, ນິວຊີແລນ, ການາດາ, ອົງການສະຫະປະຊາຊາດ, ສະ ຫະພາບເອີຣົບ (EU), ກອງທຶນການເງິນສາກົນ(IMF) ...ບັນດາຜູ້ນຳ ໄດ້ປຶກສາຫາລືຫຼາຍບັນຫາລະດັບພາກພື້ນ ແລະ ສາກົນ, ຮັບຮອງ ແລະ ບັນທຶກເອກະ ສານ ການຮ່ວມມື ເກືອບ 70 ສະບັບ, ຊຶ່ງມຸ່ງໄປເຖິງການຜັນຂະ ຫຍາຍ ວິໄສທັດ ປະຊາຄົມ ASEAN ປີ 2045 ໃຫ້ເປັນຮູບປະທຳ. ສິ່ງທີ່ໜ້າສົນໃຈຄື: ASEAN ໄດ້ຮັບປະເທດ ຕີມໍ ແລັສເຕ ເຂົ້າເປັນສະມາຊິກ ຢ່າງເປັນທາງການ ປະເທດທີ 11; ປະເທດ ໄທ ແລະ ກໍາປູເຈຍ ໄດ້ລົງນາມໃນຖະແຫຼງການຮ່ວມ ສັນຕິພາບ, ຍຸດຕິຄວາມຂັດແຍ່ງຊາຍແດນ.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມກອງປະຊຸມສຸດຍອດ ASEAN ຄັ້ງທີ 47 ພາກເຕັມຄະນະ ແລະ ພິທີລົງນາມ ໃນອະນຸສັນຍາ ສະບັບທີສອງ ປັບປຸງ ສັນຍາການຄ້າສິນຄ້າ ASEAN (ATIGA).
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມກອງປະຊຸມສົນທະນາລະດັບສູງ ໃນກອງປະຊຸມສຸດຍອດ ທຸລະກິດ ແລະ ການລົງທຶນ ASEAN ປີ 2025

ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 30 ປີ ການເຂົ້າຮ່ວມເປັນສະມາຊິກ ASEANຂອງ ຫວຽດນາມ, ພາຍໃນເວລາພຽງ 3 ວັນ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີກິດຈະກຳ ທັງສອງຝ່າຍ ແລະ ຫຼາຍຝ່າຍ ເກືອບ 50 ກິດຈະກຳ, ລວມມີກອງປະຊຸມ ແລະ ກິດຈະກຳ ທີ່ກ່ຽວຂ້ອງເກືອບ 30 ຄັ້ງ. ທ່ານນາຍົກລັດຖະມົນຕີ ໄດ້ແບ່ງປັນ ວິໄສທັດ ແລະ ຍຸດທະສາດການພັດທະນາ ຂອງ ຫວຽດ ນາມ, ສະເໜີ ຂໍ້ລິເລີ່ມຫຼາຍຢ່າງ ກ່ຽວກັບການຮ່ວມມືໃນພາກພື້ນ, ພ້ອມເນັ້ນໜັກວ່າ “ຄວາມຄອບຄຸມ ແລະ ຄວາມຍືນຍົງ” ແມ່ນ ການເລືອກ ແລະ ເປັນຂໍ້ກຳນົດຍຸດທະສາດ ຂອງ ASEAN, ໂດຍອີງໃສ່ 3 ແຫຼ່ງກໍາລັງ: ກໍາລັງແຫ່ງຄວາມສາມັກຄີ ແລະ ເປັນເອກະພາບ; ກໍາລັງແຫ່ງການເຄື່ອນໄຫວ, ເປັນເຈົ້າການ, ເປັນເອກະລາດ ແລະ ການເຊື່ອມໂຍງ ພາຍໃນກຸ່ມ; ກໍາລັງແຫ່ງການປະດິດສ້າງໃໝ່ ແລະ ສ້າງສັນ.

ກອງປະຊຸມສຸດຍອດ ASEAN-ອົງການສະຫະປະຊາຊາດ ຄັ້ງທີ 15.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນທຸກກອງປະຊຸມສຸດຍອດ ASEANກັບຄູ່ຮ່ວມມືຕ່າງໆ. ໃນກອງປະຊຸມ ASEAN-ສ ອາເມລິກາ, ທ່ານນາຍົກລັດຖະມົນຕີ ໄດ້ສະ  ເໜີ 4 ທິດທາງການຮ່ວມມື ຄື: ຊຸກຍູ້ການເຊື່ອມໂຍງດ້ານເສດ ຖະກິດ, ການຄ້າ ແລະ ການລົງທຶນ; ການຮ່ວມມືການຫັນເປັນ ດີຈີຕອນ, ການ ປະດິດສ້າງໃໝ່ ແລະ ຄວາມໝັ້ນຄົງດ້ານພະລັງງານ; ເພີ່ມທະວີຄວາມໝັ້ນຄົງທາງ ໄຊເບີ ແລະ ການປ້ອງກັນອາຊະຍາກຳ ຂ້າມຊາດ ແລະ ເພີ່ມທະວີການຮ່ວມມື, ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນພາກພື້ນ.

ໃນກອງປະຊຸມ ASEAN -ສປຈີນ: ບົນຈິດໃຈທີ່ວ່າ ຄວາມສາມັກຄີແມ່ນກໍາລັງ, ການຮ່ວມມືນຳມາຜົນປະໂຫຍດ ຮ່ວມກັນ, ການເຈລະຈາ ແລະ ການແບ່ງປັນ ເພື່ອເຂົ້າໃຈ ເຊິ່ງກັນ ແລະ ກັນຫຼາຍຂຶ້ນ, ທ່ານນາຍົກລັດຖະມົນຕີ ຟ້າມ ມິງຈິ໋ງ ໄດ້ສະເໜີ 3 ທິດທາງຍຸດທະສາດຄື: ເພີ່ມທະວີ ການເຊື່ອມຕໍ່ແບບອັດສະລິຍະ, ຄວບຄຸມ ແລະ ຍືນຍົງ; ເພີ່ມທະວີການປະດິດສ້າງໃໝ່, ສ້າງກໍາລັງແຮງໃໝ່ ໃຫ້ ແກ່ການເຕີບໂຕ ແບບກ້າວກະໂດດ; ເສີມສ້າງຄວາມໄວ້ ເນື້ອເຊື່ອໃຈທາງດ້ານຍຸດທະສາດ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ໃນນັ້ນມີການສ້າງທະເລ ຕາເວັນອອກ (ທະເລ ຈີນໃຕ້) ໃຫ້ກາຍເປັນເຂດທະເລ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

 

ກອງປະຊຸມສຸດຍອດ ASEAN +3 (ລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 28. 

ໃນກອງປະຊຸມກັບ ຍີ່ປຸ່ນ, ອິນເດຍ ແລະ ນິວຊີແລນ, ທ່ານ ນາຍົກ ລັດຖະມົນຕີ ໄດ້ເນັ້ນໜັກເຖິງຈຸດສຸມການຮ່ວມມືໃນການເຊື່ອມໂຍງດ້ານເສດຖະກິດ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ, ການພັດທະນາສີຂຽວ ແລະ ການເຊື່ອມຕໍ່ລະຫວ່າງປະຊາຊົນ. ບັນ ດາຂໍ້ລິເລີ່ມ ແລະ ຄຳປາໄສ ຂອງ ທ່ານນາຍົກລັດຖະມົນຕີ ໄດ້ຮັບການ ຕີລາຄາສູງຈາກບັນດາປະເທດ, ຊຶ່ງໄດ້ປະກອບສ່ວນ ເຂົ້າໃນການຊຸກຍູ້ການຮ່ວມມືພາຍໃນກຸ່ມ ແລະ ການ ຂະຫຍາຍສາຍພົວ ພັນກັບຄູ່ຮ່ວມຂອງ ASEAN. ທ່ານ ນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahimຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກ ທີ່ມີບົດ ບາດສຳຄັນ, ດ້ວຍການເຕີບໂຕທາງ ດ້ານເສດຖະກິດທີ່ໜ້າປະທັບໃຈ ແລະ ສາຍພົວພັນສອງຝ່າຍ ທີ່ດີຂຶ້ນເລື້ອຍໆ.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະ ນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ປະທານ ASEAN 2025. 
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພ້ອມດ້ວຍ ນາຍົກລັດຖະມົນຕີ ກໍາປູເຈຍ Hun Manet ແລະ ນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. 

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະກັບ ເກືອບທັງໝົດໃນຈຳນວນ 30 ຫົວໜ້າຄະນະ ຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ລວມມີ: ຜູ້ນຳບັນດາປະເທດ ASEAN, ບັນດາຄູ່ຮ່ວມສາກົນ, ບັນດາອົງການຈັດຕັ້ງສາກົນເຊັ່ນ: ນາຍົກລັດຖະມົນຕີ ຈີນ, ປະທານາທິບໍດີ ສອາເມລິກາ, ນາຍົກລັດຖະມົນຕີ ຍີ່ປຸ່ນ, ປະທາ ນາທິບໍດີ ສ.ເກົາຫຼີ, ປະທານາທິບໍດີ ບຣາຊິລ, ນາຍົກລັດຖະມົນຕີ ອົດສະຕຣາລີ, ນາຍົກລັດຖະມົນຕີ ນິວຊີແລນ, ນາຍົກລັດຖະມົນຕີ ການາດາ, ປະທານສະພາ ເອີຣົບ, ຜູ້ອຳນວຍການ IMF...

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະ ນາຍົກລັດຖະມົນຕີ ສິງກະໂປ Lawrence Wong. 
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະ ນາຍົກລັດຖະມົນຕີ ຕີມໍ-ເລສເຕ Xanana Gusmao. 

ບັນດາການພົບປະສອງຝ່າຍ ແມ່ນໄດ້ເນັ້ນໃສ່ການຊຸກຍູ້ ການຮ່ວມມືທະວິພາຄີ ທີ່ເປັນຮູບປະທຳ,ເຂົ້າສູ່ບັນຫາສະເພາະ. ກັບປະທາ ນາ ທິບໍດີ ສ ອາເມລິກາ, ທ່ານນາຍົກ ລັດຖະມົນຕີ ໄດ້ສະເໜີໃຫ້ຮັບຮູ້ ຫວຽດນາມ ເປັນເສດຖະກິດຕະຫຼາດ, ຖອນຫວຽດນາມ ອອກຈາກບັນຊີລາຍຊື່ ການສົ່ງອອກຍຸດທະສາດ D1, D3, ລົງນາມໃນ ສັນຍາການຄ້າຕ່າງຕອບແທນ.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະ ປະທານາທິບໍດີ ອາເມລິກາ Donald Trump ໃນກອງປະຊຸມສຸດຍອດ ASEAN-ອາເມລິກາ ຄັ້ງທີ 13.
ພິທີລົງນາມໃນສັນຍາການຄ້າເສລີ ASEAN -ຈີນ ຍົກລະດັບ 3.0. 

ກັບທ່ານນາຍົກລັດຖະມົນຕີ ຈີນ: ທ່ານ ນາຍົກນັດຖະມົນຕີ ໄດ້ສະ          ເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືພັດທະນາ ທາງລົດໄຟ. ພ້ອມນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ EUພິຈາ ລະນາຖອນ “ບັດເຫຼືອງ” IUU ສຳລັບຜະລິດຕະພັນ ສັດນ້ຳຂອງ ຫວຽດນາມ ໃນໄວໆ ນີ້; ນຳໃຊ້ໂອກາດຢ່າງ ເຕັມທີ່ຈາກສັນຍາການຄ້າເສລີ ຫວຽດ ນາມ-EU, ພ້ອມທັງ ຊຸກຍູ້ໃຫ້ບັນດາປະເທດ EU ທີ່ຍັງເຫຼືອໃຫ້ສັດ ຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-EU.

ໃນການພົບກັບປະທານາທິບໍດີ ສ.ເກົາຫຼີ, ປະທານາທິບໍດີ ອິນໂດເນເຊຍ, ນາຍົກລັດຖະມົນຕີ ສິງກະໂປ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ສະເໜີສະເພາະ ເພື່ອໃຫ້ສອງຝ່າຍຮີບຮ້ອນຈັດຕັ້ງປະຕິ ບັດ, ຜັນຂະຫຍາຍຂໍ້ຕົກລົງ ແລະ ຜົນສຳເລັດຂອງການ ຢ້ຽມຢາມສອງປະເທດ ຂອງ ທ່ານເລຂາທິການໃຫຍ່ ໂຕເລີມ ໃນໄລຍະຜ່ານມາ. ກັບຮອງນາຍົກລັດຖະມົນຕີ ລັດເຊຍ, ທ່ານນາຍົກລັດຖະມົນ ຕີ ໄດ້ສະ ເໜີໃຫ້ເລັ່ງລັດ ການແລກປ່ຽນ, ການເຈລະຈາ, ລົງນາມໃນຂໍ້ຕົກລົງກໍ່ສ້າງໂຮງງານໄຟຟ້າ ນິວເຄລຍ ນິງຖ້ວນ 1 ໃນໄວໆນີ້...

ພິເສດ, ໃນໂອກາດນີ້, ຫວຽດນາມ ແລະ ສອາເມລິກາ ໄດ້ອອກຖະ ແຫຼງການຮ່ວມ ກ່ຽວກັບ ຂອບເຂດສັນຍາ ການຄ້າ ທ່ີຍຸຕິທຳ ແລະ ສົມດຸນ; ຫວຽດນາມ ແລະ ສິງກະໂປ ໄດ້ປະກາດໂຄງ ການດຳເນີນງານ ເພື່ອຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດຮອບດ້ານ.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ຫົວໜ້າຄະນະຜູ້ແທນບັນດາປະເທດ ASEAN ພ້ອມດ້ວຍ ປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຖ່າຍຮູບຮ່ວມກັນ ໃນກອງປະຊຸມສຸດຍອດ ASEAN-ສ.ເກົາຫຼີ ຄັ້ງທີ 26.

ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຜູ້ນຳ ຂອງ ຜູ້ນໍາບັນດາປະເທດ, ອົງການຈັດຕັ້ງ, ຄູ່ຮ່ວມມື ໄດ້ຕີລາ ຄາສູງຕໍ່ຜົນສຳເລັດ ການພັດທະນາ ເສດຖະກິດ-ສັງຄົມ ແລະ ຖາ ນະບົດບາດລະຫວ່າງປະເທດ ຂອງ ຫວຽດນາມ ທີ່ນັບມື້ນັບສູງຂຶ້ນ, ໂດຍສະເພາະແມ່ນແນວທາງການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າການ, ສັນຕິພາບ ແລະ ຮ່ວມມື. ຜ່ານການພົບປະຕ່າງໆ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພ້ອມດ້ວຍ ຜູ້ນຳປະເທດ, ອົງການຈັດຕັ້ງຕ່າງໆ ໄດ້ເຫັນດີເປັນ ເອກະພາບ ໃນທິດທາງການຮ່ວມ ມືໃໝ່, ຕອບສະໜອງ ຄວາມຕ້ອງການດ້ານການພັດທະນາ ຂອງ ແຕ່ລະຝ່າຍ. ຄະນະຜູ້ແທນ ຫວຽດນາມ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ເຂົ້າໃນຄວາມສຳເລັດລວມຂອງ ກອງປະ ຊຸມສຸດຍອດASEANຄັ້ງທີ 47, ຊຸກຍູ້ການສ້າງປະຊາຄົມASEANເປັນເອກະພາບ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ບົດ ແລະ ພາບ: VNA- ແປໂດຍ: ຢືຟຽນ


Top