ເມື່ອກ່າວຄຳເຫັນຢູ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກທັດສະນະສະເໝີຕົ້ນສະເໝີປາຍ ແລະ ລຸລ່ວງຂອງ ຫວຽດນາມ ໃນວິວັດທະນາການ “ຫັນເປັນສີຂຽວໃນສັງກາດດີຈີຕອນ” ນັ້ນແມ່ນ ໃນທຸກການພັດທະນາຕ້ອງຖືມະນຸດ, ປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ, ກຳລັງໜູນ ແລະ ແຫຼ່ງກຳລັງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:
“ເນື້ອໃນສຳຄັນຂອງເວທີປາໄສຄັ້ງນີ້ແມ່ນການເຕົ້າໂຮມຂອງພູມປັນຍາ, ວິໄສທັດຂອງການກະທຳ ແຕ່ກໍ່ແຜ່ກະຈາຍຜົນປະໂຫຍດ ແລະ ສ້າງກຳລັງໜູນໃຫ້ແກ່ປະຊາຊົນທຸກຄົນ, ພ້ອມກັບ ຫວຽດນາມ, ພ້ອມກັບປະຊາຄົມສາກົນ ເພື່ອຜ່ານຜ່າສິ່ງທະທາຍ, ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ; ສ້າງສະພາບແວດລ້ອມແບບຍືນຍົງ, ກວມລວມ ແລະ ວັດທະນະທຳມະນຸດໃຫ້ແກ່ທຸກປະເທດໃນໂລກ, ທຸກຄູ່ຮ່ວມມື, ທຸກວິສາຫະກິດ ແລະ ໃຫ້ພວກເຮົາທຸກຄົນ”.








