• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ເຜີຍແຜ່ສານ ອັນລ້ຳຄ່າ ແຫ່ງສັນຕິພາບ

ເຜີຍແຜ່ສານ ອັນລ້ຳຄ່າ ແຫ່ງສັນຕິພາບ

ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 30 ເມສາ ທີ່ ນະຄອນ ໂຮ່ຈີມິນ, ເປັນໂອກາດໃຫ້ ຫວຽດນາມ ສະແດງ ຄວາມຮູ້ ບຸນຄຸນ ແລະ ລະນຶກເຖິງ ບັນດາວິລະຊົນ ນັກຮົບ ທ່ີເສຍສະຫຼະ ຊີວິດ ເພື່ອຊາດ, ຕອບບຸນແທນຄຸນ ນໍ້າໃຈ ຂອງເພື່ອນມິດສາກົນ ທີ່ ໄດ້ໃຫ້ການສະໜັບສະໜູນ ຢ່າງກະຕືລືລົ້ນ ໃນການຕໍ່ສູ້ປົດປ່ອຍ ຊາດ ແລະ ເຜີຍແຜ່ ຄຸນຄ່າແຫ່ງສັນຕິພາບ.
  • ຕະຫຼາດນ້ຳ ພາກຕາເວັນຕົກ

    ຕະຫຼາດນ້ຳ ແມ່ນຄວາມງາມ ທາງວັດທະນະທໍາ ທີ່ເປັນເອກະລັກ ຢູ່ພາກຕາເວັນຕົກສ່ຽງໃຕ້, ປຽບເໝືອນຮູບແຕ້ມ ທ່ີມີ ຊີວິດຊີວາ ຂອງ ເຂດແມ່ນໍ້າລຳເຊ ທົ່ງພຽງແມ່ນ້ຳຂອງ. ເຖິງຢ່າງ ໃດກໍ່ຕາມ, ຕໍ່ໜ້າການປ່ຽນແປງ ຂອງ ຊີວິດ, ຕະຫຼາດນ້ຳ ຂອງ ພາກຕາເວັນ ຕົກ ກຳລັງຄ່ອຍໆ ຫາຍໄປ. ຄະນະນັກຂ່າວຈາກວາລະສານ ຂ່າວ ພາບ ຫວຽດນາມ ໄດ້ເດີນທາງລ່ອງເຮືອ ໄປທົ່ວພາກຕາເວັນຕົກ ເພື່ອສໍາຜັດ ຕໍ່ການປ່ຽນແປງ ຂອງ ຕະຫຼາດນ້ຳ ແລະ ຊອກຫາ ບາງສ່ວນ ຂອງ ວັດທະນະທໍາ ຕະຫຼາດນ້ຳ ທີີ່ ໄດ້ສູນຫາຍໄປ.
  • ພື້ນຖານໂຄງລ່າງຄົມມະນາຄົມ - ຖານສົ່ງ ເພື່ອໃຫ້ ນະຄອນ ໂຮ່ຈີມິນ ເຂົ້າສູ່ຍຸກແຫ່ງການຂະຫຍາຍຕົວ ຂອງຊາດ

    ບັນດາໂຄງການ ພື້ນຖານໂຄງລ່າງຂະໜາດໃຫຍ່ ຫຼາຍໂຄງການ ໄດ້  ແລະ ກຳລັງກະກຽມການກໍ່ສ້າງ ເຊັ່ນ: ເສັ້ນທາງລົດໄຟ ຄວາມໄວສູງ, ຂົວທັນສະໄໝ, ເສັ້ນທາງວົງແຫວນ ໃນການແກ້ໄຂ ບັນຫາການອຸດຕັນ ຂອງ ພື້ນຖານໂຄງລ່າງ... ຄາດວ່າ ຈະເປັນ “ຖານສົ່ງ” ເພື່ອໃຫ້ ນະຄອນ ໂຮ່ຈີມິນ ເວົ້າສະເພາະ, ພາກຕາເວັນອອກສ່ຽງໃຕ້ ແລະ ທົ່ວປະເທດເວົ້າລວມ ເຂົ້າສູ່ຍຸກ ແຫ່ງການພັດທະນາ ຂອງຊາດ.
  • ຄົນພິການ - ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ

    ຢູ່ຫວຽດນາມ, ຊຸມຊົນຄົນພິການ ຖືກກໍານົດວ່າ ເປັນກຸ່ມ ທີ່ດ້ອຍໂອ ກາດ, ກວມເອົາກວ່າ 7% ຈຳນວນພົນລະເມືອງ, ເທົ່າກັບ ປະມານ 7 ລ້ານຄົນ. ເປັນເວລາຫຼາຍປີມາແລ້ວ, ພັກ ແລະ ລັດ ໄດ້ອອກ ນະໂຍບາຍ, ທິດທາງ ແລະ ພ້ອມກັບ ທົ່່ວ ສັງຄົມ ໄດ້ຮ່ວມແຮງຮ່ວມໃຈ ໃນການດູແລ, ປົກປ້ອງ ຄົນພິການ ຕາມ ຄໍາຂວັນ “ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ”. ຜົນສໍາເລັດ ໃນວຽກງານນີ້ ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມ ອັນໃຫຍ່ຫຼວງ ຂອງ ຫວຽດນາມ ໃນການ ຮັບປະກັນ ສິດທິມະນຸດ, ລວມທັງສິດ ແລະ ຜົນປະໂຫຍດ ຂອງ ຄົນພິການ. 
  • ໝູ່ບ້ານອາຊີບ ພາກເໜືອ ຫວຽດນາມ - ຈາກພື້ນເມືອງສູ່ທັນສະໄໝ

    ໝູ່ບ້ານອາຊີບ ແມ່ນຮູບແບບເສດຖະກິດ ທີ່ມີມາແຕ່ດົນນານ ຢູ່ ຫວຽດນາມ. ໃນຍຸກ ດີຈີຕອນ, ໝູ່ບ້ານອາຊີບ ໄດ້ມີການຫັນປ່ຽນ ຢ່າງແຂງແຮງ ເພື່ອໃຫ້ທັນກັບຍຸກສະໄໝ. ອີງຕາມສະຖິຕິ ຂອງ ສະມາຄົມ ໝູ່ບ້ານຫັດຖະກຳ ຫວຽດນາມ, ປັດຈຸບັນ ທົ່ວປະເທດ ມີໝູ່ບ້ານອາຊີບ ກວ່າ 5.400 ແຫ່ງ, ໃນນັ້ນພາກເໜືອ ມີປະມານ 1.500 ແຫ່ງ, ສ່ວນຫຼາຍແມ່ນຢູ່ຕາມ ທ້ອງຖິ່ນຕ່າງໆ ເຊັ່ນ: ຮ່າໂນ້ຍ, ນາມດິ້ງ, ຖ໋າຍບິ່ງ, ບັກນິງ... ປັດຈຸບັນ, ຜະລິດຕະພັນທີ່ເປັນເອກະ ລັກ ຂອງ ໝູ່ບ້ານອາຊີບ ບໍ່ພຽງແຕ່ ປະກອບສ່ວນສຳຄັນ ເຂົ້າໃນການອະນຸລັກຮັກສາ ວັດທະນະທຳ ເທົ່ານັ້ນ, ແຕ່ຍັງຊ່ວຍພັດທະນາ ເສດຖະກິດ, ການທ່ອງທ່ຽວ ແບບຍືນຍົງ ຂອງ ທ້ອງຖິ່ນ ອີກດ້ວຍ.
  • ຫວຽດນາມ - ສະຫວັນແຫ່ງອາຫານແຄມທາງ

    ອາຫານຕາມຖະໜົນຂອງ ຫວຽດນາມມີຊື່ສຽງໂດ່ງດັງໄປທົ່ວໂລກ ດ້ວຍລາຄາທີ່ເປັນກັນເອງ, ບັນຍາກາດທີ່ໃກ້ຊິດ ແລະ ເປັນມິດ, ໂດຍສະເພາະແມ່ນຄວາມສົດໃໝ່, ລົດຊາດທີ່ເປັນເອກະລັກ, ຄວາມຫຼາກຫຼາຍ ຂອງ ວັດຖຸດິບ ແລະ ການຕົກແຕ່ງທີ່ໜ້າສົນໃຈ... ເພາະສະນັ້ນ ມີບຸກຄົນ ທີ່ມີຊື່ສຽງໃນໂລກຫຼາຍທ່ານຄື ອະດີດປະທານາທິບໍດີ ສ ອາເມລິກາ Barack Obama, ອະດີດທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Malcom Turnbull, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ແລະ ມີທັງອະດີດພໍ່ຄົວ ທີ່ມີຊື່ສຽງໂດ່ງດັງເຊັ່ນ ທ່ານ Anthony Bourdain (ສ ອາເມລິກາ), ທ່ານ Gordon Ramsay (ອັງກິດ), ທ່ານ Jamie Oliver (ອັງກິດ)... ຕ່າງກ່າວ ຄໍາຊົມເຊີຍ ເປັນພິເສດ.

ຊົມບັນດາວັດຖຸ ທີ່ລ້ຳຄ່າ ລະດັບຊາດ ທາງພຸດທະສາສະໜາ ຂອງ ຫວຽດນາມ ຜ່ານງານວາງສະແດງ “ວັດທະນະທຳ ພຸດທະສາສະໜາ ຫວຽດນາມ” ໃນງານ -Vesak 2025

ເປັນຄັ້ງທຳອິດ ທີ່ຂໍ້ມູນຂ່າວສານ ຂອງ 87 ວັດຖຸ ທີ່ລ້ຳຄ່າລະດັບຊາດ ທີ່ກ່ຽວຂ້ອງເຖິງ ພຸດທະສາສະໜາ ຂອງ ຫວຽດນາມ ໄດ້ຖືກ ນຳສະເໜີ ຕໍ່ສາທາລະນະຊົນ, ພະສົງສໍາມະເນນ ແລະ ພຸດທະສາສະນິກະຊົນ  ເພື່ອຮ່ວມກັນຊອກຮູ້ ແລະ ເຊີຍຊົມ ຜ່ານງານວາງ ສະແດງ “ວັດທະນະທຳ ພຸດທະສາສະໜາ ຫວຽດນາມ” ໃນກອບມະຫາກຳ ວິສາຂະບູຊາ-Vesak 2025 ທີ່ນະຄອນ ໂຮ່ຈີມິນ. 
ເລື່ອງລາວ ຂອງ ນໍ້ານົມ ອິນຊີ ມຸກດົ່ງ

ເລື່ອງລາວ ຂອງ ນໍ້ານົມ ອິນຊີ ມຸກດົ່ງ

ດ້ວຍ​ຄວາມ​ມຸ່ງ​ຫວັງ ​ຢາກ​ນຳ​ມາ​ໃຫ້​ຜູ້​ບໍ​ລິ​ໂພກ ​ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ສົດ​ທີ່​ສະ​ອາດ ແລະ ປອດ​ໄພ, 8 ປີ​ແຫ່ງ​ການ​ເດີນ​ທາງກໍ່ ສ້າງ ແລະ ພັດທະນາ​ຂອງ ມຸກດົ່ງ (2015-2023) ໄດ້​ບັນ​ລຸ​ບັນ​ດາ​ບາດ​ກ້າວ​ທີ່​ໜ້າ​ຈົດ​ຈຳ​ຄື: ກາຍ​ເປັນ​ຍີ່​ຫໍ້​ ​ນໍ້ານົມ ​ອິນຊີ ແຫ່ງ​ທຳ ​ອິດ ​ຂອງ​ ຫວຽດ​ນາມ ໄດ້​ຮັບ​ໃບ​ຢັ້ງ​ຢືນ JAS (Japanese Agricultural Standards) ຂອງ ຍີ່ປຸ່ນ, ຢືນ​ຢັນ​ຖານະບົດບາດ​ນຳໜ້າໃນຂົງເຂດ​ລ້ຽງ ແລະ ປຸງແຕ່ງ​ນ້ຳ​ນົມ​ສົດ​ ທໍາລາຍ ເຊື້ອ ແບັກທີເຣຍ ບາງຊະນິດ ຢູ່ ຫວຽດ​ນາມ.

ປະທານ ໂຮ່ຈີມິນ ດຳລົງຄົງຢູ່ໃນໃຈເພື່ອນມິດສາກົນຕະຫຼອດໄປ

ປະທານ ໂຮ່ຈີມິນ ບໍ່ພຽງແຕ່ອຸທິດທັງຊີວິດຂອງຕົນເອງໃຫ້ແກ່ພາລະກິດປົດປ່ອຍປະເທດຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງອຸທິດໃຫ້ແກ່ການຕໍ່ສູ້ຂອງມວນມະນຸດກ້າວໜ້າ ເພື່ອມະໂນທຳ ແລະ ກຽດສັກສີຂອງຄວາມເປັນຄົນ, ເພື່ອສັນຕິພາບໃນໂລກ ແລະ ມິດຕະພາບລະຫວ່າງບັນດາປະເທດ. ດ້ວຍເຫດນັ້ນ, ບໍ່ພຽງແຕ່ປະຊາຊົນ ຫວຽດນາມເຄົາລົບຮັກແພງປະທານ ໂຮ່ຈີມິນ ເທົ່ານັ້ນ, ຫາກຍັງປະຊາຊົນໃນໂລກ ກໍຮັກແພງເພິ່ນຢ່າງຍິ່ງອີກດ້ວຍ.

Top