ຢໍ່ຂາວ ໄຊງ່ອນ ທູດທາງ “ວັດທະນະທໍາ” ອາຫານ ແຫ່ງດິນແດນພາກໃຕ້

ຢໍ່ຂາວ ໄຊງ່ອນ ທູດທາງ “ວັດທະນະທໍາ” ອາຫານ ແຫ່ງດິນແດນພາກໃຕ້

 

ໂດຍບໍ່ຕ້ອງຜ່ານການປຸງແຕ່ງທີ່ຫຍຸ້ງຍາກເຊັ່ນ: ໃຊ້ໄຟ ຫຼື ນ້ຳມັນ, ອາຫານປະເພດນີ້ ແມ່ນການຍົກຍ້ອງ ລົດຊາດດັ້ງເດີມ ຂອງ ທຳມະຊາດ ຢ່າງແທ້ຈິງ. ຜ່ານແຜ່ນເຂົ້າຂຽບບາງໆ ໃສໆ, ນັກຊີມສາມາດຊົມຜົນງານສິລະປະ ທາງສາຍຕາ ທ່ີດີເລີດເຊັ່ນ: ສີແດງສົດ ຂອງ ກຸ້ງຕົ້ມ, ສີຂາວນວນ ຂອງ ຊີ້ນໝູ ສາມຊັ້ນ ທ່ີນຸ້ມໆ ສະຫຼັບກັບສີຂຽວສົດ ຂອງ ໃບຜັກປານ ແລະ ສະໝູນໄພເຂດຮ້ອນ.

ຢໍ່ຂາວ ໄຊງ່ອນ - ຜົນງານສິລະປະດ້ານອາຫານ ທີ່ມີລົດຊາດສົດຊື່ນ ດ້ວຍການປະສົມປະສານຢ່າງປານີດ ຂອງວັດຖຸດິບທີ່ຍັງສົດໃໝ່, ຮັບປະທານຄູ່ກັບນ້ຳຈ້ິມ ສອງແບບທີ່ເປັນເອກະລັກຄື: ແຈ່ວຖົ່ວດິນ ທີ່ມີລົດຊາດມັນໆ ແລະ ນ້ຳປາແດກປຸງລົດ ທີ່ມີລົດຊາດເຂັ້ມຂຸ້ນ. ພາບ: ຫງວຽນລວນ/VNP

ຢ່າງໃດກໍຕາມ, ສິລະປະການກິນ ຢໍ່ຂາວ ຈະເຖິງຈຸດສູງສຸດ ເມື່ອໄດ້ກິນກັບ ນ້ຳຈິ້ມ - ເຊິ່ງຖືວ່າ ເປັນຈິດວິນຍານ ຂອງ ສິລະປະອາຫານ ຫວຽດ. ນີ້ຄື “ການສົນທະນາ” ແຫ່ງລົດຊາດ ທ່ີຫຼາກຫຼາຍມິຕິ. ທາງເລືອກທໍາອິດ ແມ່ນ ສະອີ້ວດໍາ ປະສົມກັບ ເນີຍຖົ່ວດິນ, ເຮັດໃຫ້ນໍ້ໍາຈິ້ມ ໜຽວຂຸ້ນ, ມີຄວາມມັນ, ຫອມ, ສົ້ມເລັກນ້ອຍ ແລະ ຊ໋ອດ ໝາກເຜັດ, ຊຶ່ງໄດ້ນໍາເອົາຄວາມຮູ້ສຶກອົບອຸ່ນ ແລະ ກົມກ່ອມ ສໍາລັບຜູ້ມັກຄວາມເບົາສະບາຍ. ທາງເລືອກທ່ີສອງ ສໍາລັບ ຜູ້ທ່ີຢາກຄົ້ນຫາຄວາມເລິກເຊິ່ງ ຂອງ ວັດທະນະທໍາທ້ອງຖິ່ນ ນັ້ນຄື ປາແດກ, ໂດຍມີກິ່ນອາຍ ຂອງ ທະເລ ຢ່າງເຕັມຕົວ, ຖືກປຸງແຕ່ງຢ່າງຄ່ອງແຄ່ວ ດ້ວຍໝາກນັດສົດປົດໃຫ້ແຫຼກ ກັບກະທຽມ ແລະ ໝາກເຜັດ, ສ້າງລົດຊາດ ສົ້ມ, ເຜັດ, ເຄັມ, ຫວານ ທ່ີປາຍລີ້ນ.

 

ການຮັບປະທານ ຢໍ່ຂາວ ບໍ່ພຽງແຕ່ແມ່ນການກິນເທົ່ານັ້ນ, ແຕ່ແມ່ນການໄດ້ສຳຜັດກັບຄວາມສະຫງົບ ແລະ ສົດຊື່ນ ຂອງ ວັດທະນະທຳ ທ້ອງຖິ່ນ. ການປະສົມປະສານທ່ີລົງຕົວລະຫວ່າງ ໂປຣຕີນ ທ່ີບໍລິສຸດ, ກາກໃຍ ຈາກທໍາມະຊາດ ແລະ ສິລະປະການປຸງແຕ່ງນໍ້າຈິ້ມ ທ່ີຍອດຢ້ຽມ ເຮັດໃຫ້ ຢໍ່ຂາວ ກາຍເປັນທູດ ທາງອາຫານ ທ່ີຈັບອົກ ຈັບໃຈ, ເປັນຄໍາທັກທາຍທ່ີອົບອຸ່ນ ທ່ີສົ່ງເຖິງນັກຊີມຈາກທົ່ວທຸກມຸມໂລກ.

ສະຖານທີ່ບາງແຫ່ງ ເພື່ອຊີມ ຢໍ່ ຂາວ ຢູ່ ນະຄອນ ໂຮ່ຈີມິນ:

1. ເບັບກວນ ໄຊງ່ອນ (Bếp cuốn Sài Gòn)  ທີ່ຢູ່: ເລກທີ 76 ຖະໜົນ ຫວໍວັນເຕິ່ນ, ນະຄອນ ໂຮ່ຈີມິນ.  

2. ຢໍ່ ຂາວ ມິງບຸ່ຍວ້ຽນ (Gỏi cuốn Minh Bùi Viện) ທີ່ຢູ່: ເລກທີ 84/32 ຖະໜົນ ບຸ່ຍວ້ຽນ, ນະຄອນ ໂຮ່ຈີມິນ.  

3. ບ່າຢູ໋ (Bà Dzú) - ຮ້ານ ຢໍ່ ຂາວ ແຊບຢູ່ ໄຊງ່ອນ   ທີ່ຢູ່: ເລກທີ 26/26 ໂດ໊ກວາງເດົາ, ນະຄອນ ໂຮ່ຈີມິນ


ບົດ ແລະ ພາບໂດຍ: ຫງວຽນລວນ/VNP


Top