ສະຫາຍ ໂຕເລີມ ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV
ໃນຕອນເຊົ້າ ວັນທີ 23 ມັງກອນ 2026, ຢູ່ສຳນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກວດກາສູນກາງພັກ ແລະ ປະທານຄະນະກວດກາສູນກາງພັກ. ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເປັນເອກະພາບຢ່າງສົມບູນ ເລືອກຕັ້ງສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV.
- ປະຕິບັດໂດຍ: VNA/VNP













