ເສດຖະກິດເອກະຊົນ ຫວຽດນາມ: ສ້າງອະນາຄົດ ຈາກກຳລັງແຮງພາຍໃນ
ເສດຖະກິດເອກະຊົນ ກໍາລັງພົ້ນເດັ່ນ, ກາຍເປັນສູນກາງແຮງຜັກດັນ ໃນຂະບວນການພັດທະນາ ຂອງ ຫວຽດນາມ. ໃນເມື່ອເນື້ອທີ່ກົນໄກລະບຽບການ ນັບມື້ນັບໄດ້ຮັບການຂະຫຍາຍຕົວ ແລະ ການຫັນເປັນ ດີຈີຕອນ ໄດ້ມີບົດບາດຄືກັບ “ລະບົບປະຕິບັດການໃໝ່”, ບັນດາວິສາຫະກິດ ຫວຽດນາມ ໄດ້ເສີມຂະຫຍາຍກຳລັງແຮງພາຍໃນ, ເທື່ອລະກ້າວສ້າງອະນາຄົດ ແລະ ເຊື່ອມໂຍງເຂົ້າຢ່າງເລິກເຊິ່ງ ໃນຕ່ອງໂສ້ມູນຄ່າທົ່ວໂລກ.
ຢູ່ດິນແດນພາກກາງ ທີ່ເຄີຍແຫ້ງແລ້ງ ເຕັມໄປດ້ວຍແສງແດດ ແລະ ສາຍລົມ, ຈູລາຍ (ນະຄອນ ດ່າໜັງ) ໃນວັນນີ້ ໄດ້ປະກົດຂຶ້ນ ຄືກັບສັນຍະລັກ ແຫ່ງການປ່ຽນແປງໃໝ່. ຈາກເຂດດິນຊາຍຂາວທີ່ທຸກຍາກ, ສະຖານທີ່ແຫ່ງນີ້ ໄດ້ພັດທະນາ ກາຍເປັນລະບົບນິເວດ ອຸດສາຫະກຳຫຼາຍຂະແໜງການຂະໜາດໃຫຍ່, ເຊິ່ງແມ່ນບ່ອນທີ່ບັນດາຕ່ອງໂສ້ມູນຄ່າ ໄດ້ເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ ນັບຕັ້ງແຕ່ການຜະລິດໄປຈົນເຖິງ logistics.
ເລື່ອງລາວຂອງ THACO (ເຈື່ອງຫາຍ) ແລະ ວິໄສທັດໄລຍະຍາວ ຂອງຜູ້ນຳກຸ່ມບໍລິສັດ ແມ່ນຫຼັກຖານທີ່ຊັດເຈນ. ຈາກວິສາຫະກິດປະກອບລົດ ໂອໂຕ, THACO ໄດ້ຫັນປ່ຽນກາຍເປັນກຸ່ມບໍລິສັດອຸດສາຫະກຳ ຫຼາຍຂະແໜງ, ເທື່ອລະກ້າວ ເຂົ້າຮ່ວມບັນດາຂົງເຂດ ທີ່ຜ່ານມາ ສ່ວນໃຫຍ່ ແມ່ນວິສາຫະກິດ FDI ເປັນຜູ້ຮັບຜິດຊອບ. ແທນທີ່ຈະເລືອກເສັ້ນທາງໄລຍະສັ້ນ, ວິສາຫະກິດແຫ່ງນີ້ ໄດ້ຢຶດໝັ້ນ ປະຕິບັດຍຸດທະສາດ ການພັດທະນາອຸດສາຫະກຳຢ່າງເປັນລະບົບ, ເພື່ອຄ່ອຍໆ ຫຼຸດພົ້ນອອກຈາກ ຮູບແບບການຮັບຈ້າງຜະລິດແບບດັ້ງເດີມ.
ສູນຄົ້ນຄວ້າ ແລະ ພັດທະນາ (R&D) ຢູ່ ຈູລາຍ ໄດ້ມີບົດບາດເປັນ “ມັນສະໝອງ” ຂອງ ທົ່ວລະບົບນິເວດ, ຊ່ວຍຫຼຸດຜ່ອນເວລາ ໃນການນຳເອົາຜະລິດຕະພັນ ອອກສູ່ຕະຫຼາດ ແລະ ຮັບປະກັນມາດຕະຖານ ທີ່ສອດຄ່ອງກັບບັນດາຍີ່ຫໍ້ລະດັບໂລກ. ຍ້ອນການລົງທຶນ ຢ່າງເປັນລະບົບ, THACO ໄດ້ສ້າງລະບົບນິເວດ ກົນຈັກ ແລະ ອຸດສາຫະກຳ ຊ່ວຍໜູນຂະໜາດໃຫຍ່ ດ້ວຍຫຼາຍຜະລິດຕະພັນ ບັນລຸອັດຕາການນຳໃຊ້ວັດຖຸດິບພາຍໃນ ສູງກວ່າ 40%, ຄົບເງື່ອນໄຂໄດ້ຮັບບຸລິມະສິດດ້ານພາສີໃນ ASEAN. ຈາກນັ້ນ, ວິສາຫະກິດ ຫວຽດນາມ ບໍ່ພຽງແຕ່ຢືນຢັນໄດ້ຖານະຂອງຕົນຢູ່ພາຍໃນປະເທດເທົ່ານັ້ນ, ແຕ່ຍັງກ້າວໄປເທື່ອລະກ້າວ ສູ່ຕະຫຼາດທີ່ເຄັ່ງຄັດ ເຊັ່ນ: ສ ອາເມລິກາ, ຍີ່ປຸ່ນ ຫຼື ສ ເກົາຫຼີ, ເຊິ່ງແມ່ນບາດກ້າວຫັນປ່ຽນຢ່າງຈະແຈ້ງຈາກ “ຮັບຈ້າງຜະລິດ” ໄປສູ່ການເປັນເຈົ້າການ ໃນການຜະລິດ.
ທ່ານ ເຈິ່ນບ໋າເຢືອງ, ປະທານ THACO ເຄີຍແບ່ງປັນວ່າ: “ການເຮັດອຸດສາຫະກຳ ແມ່ນການເດີນທາງທີ່ຍາກລຳບາກ, ແຕ່ຖ້າພວກເຮົາບໍ່ເຮັດ, ປະເທດຊາດ ກໍຈະເປັນພຽງບ່ອນຮັບຈ້າງຜະລິດ ໄປຕະຫຼອດ. ພວກເຮົາເຮັດ ບໍ່ພຽງແຕ່ເພື່ອຜົນກຳໄລເທົ່ານັ້ນ, ແຕ່ແມ່ນເພື່ອພື້ນຖານອຸດສາຫະກຳ ທີ່ກຸ້ມຕົນເອງ ຂອງຄົນ ຫວຽດນາມ”. ຄຳກ່າວດັ່ງກ່າວ ບໍ່ພຽງແຕ່ແມ່ນປັດຊະຍາ ໃນການດຳເນີນທຸລະກິດເທົ່ານັ້ນ, ແຕ່ຍັງສ່ອງແສງເຖິງຄວາມມຸ່ງຫວັງ ໃນການຫັນເປັນອຸດສາຫະກຳ ຂອງ ຂົງເຂດເອກະຊົນ ຫວຽດນາມອີກດ້ວຍ.
ຄຽງຄູ່ກັບບັນດາ ບໍລິສັດຊັ້ນນໍາ ແລ້ວ, ຍັງມີເຄືອຂ່າຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຊິ່ງແມ່ນ “ເສັ້ນເລືອດ” ຂອງ ພື້ນຖານ ເສດຖະກິດ. Hanopro ແມ່ນຕົວຢ່າງທີ່ພົ້ນເດັ່ນ ເມື່ອເລືອກຍຸດທະສາດ ເຈາະເລິກເຂົ້າ ໃນຕະຫຼາດສະເພາະ. ບັນດາຜະລິດຕະພັນ ເຊັ່ນ: ເທບກາວ ຫຼື ຟິມ PE ເບິ່ງຄືວ່າ ງ່າຍ, ແຕ່ພັດໄດ້ຮັບການຍົກລະດັບ ໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ, ຕອບສະໜອງໄດ້ຂໍ້ກຳນົດດ້ານເຕັກນິກ ທີ່ເຄັ່ງຄັດ ຂອງຕະຫຼາດສາກົນ.
ການມີໜ້າ ຂອງ ບັນດາຜະລິດຕະພັນ “Made in Vietnam” ຢູ່ຫຼາຍສິບປະເທດ ໄດ້ສະແດງໃຫ້ເຫັນເຖິງ ວິທີການເຂົ້າເຖິງແບບໃໝ່: ນັ້ນແມ່ນການຍົກສູງມູນຄ່າ ຈາກສິ່ງທີ່ນ້ອຍທີ່ສຸດ ດ້ວຍມາດຕະຖານລະດັບໂລກ.
ຖ້າຫາກວ່າ ອຸດສາຫະກຳແບບດັ້ງເດີມໄດ້ສະແດງໃຫ້ເຫັນເຖິງຂີດຄວາມສາມາດ ໃນການກຸ້ມຕົນເອງ, ບັນດາວິສາຫະກິດ ປ່ຽນໃໝ່ປະດິດສ້າງ ຊ້ຳພັດໄດ້ເປີດທິດທາງໃໝ່ ໃຫ້ແກ່ເສດຖະກິດ ຫວຽດ ນາມ. AirXCarbon ແມ່ນຕົວຢ່າງ ທີ່ພົ້ນເດັ່ນຂອງແນວຄິດການພັດທະນາສີຂຽວ. ຈາກກາກກາເຟ, ເຊິ່ງແມ່ນຜະລິດຕະພັນ ທີ່ຄຸ້ນເຄີຍ, ວິສາຫະກິດ ໄດ້ສ້າງເປັນວັດສະດຸ ຊີວະພາບ Composite ທີ່ມີຄວາມສາມາດຍ່ອຍສະຫຼາຍ ແລະ ເປັນກາງ ທາງ ກາກບອນ (Carbon neutral), ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເຄັ່ງຄັດ ຂອງ ຕະຫຼາດສາກົນ.
ນັກທຸລະກິດໜຸ່ມ ເລແທງ ໃຫ້ຮູ້ວ່າ: “ການສ້າງສັນສີຂຽວ ແມ່ນເສັ້ນທາງທີ່ສັ້ນທີ່ສຸດ ເພື່ອໃຫ້ ຫວຽດນາມ ກາຍເປັນຜູ້ນຳໜ້າແທນທີ່ຈະເປັນພຽງຜູ້ຕາມຫຼັງ”. ຈາກແນວຄວາມຄິດ ທີ່ເລີ່ມຕົ້ນດ້ວຍຊັບພະຍາກອນ ທ້ອງຖິ່ນ, AirXCarbon ພວມກ້າວໄປເທື່ອລະກ້າວໃນການກຳນົດຖານະ ຂອງຕົນໃນຕ່ອງໂສ້ມູນຄ່າທົ່ວໂລກ ດ້ວຍທ່າແຮງ ແຫ່ງຄວາມຍືນຍົງ.
ໃນອີກດ້ານໜຶ່ງ, Vbee AI ແມ່ນຕົວແທນໃຫ້ແກ່ການລຸກຂຶ້ນຂອງເຕັກໂນໂລຊີ ຫວຽດນາມ. ການເປັນເຈົ້າການ ໃນເຕັກໂນໂລຊີ ຫັນປ່ຽນຂໍ້ຄວາມເປັນສຽງເວົ້າ, ໂດຍສະເພາະແມ່ນພາສາທ້ອງຖິ່ນ, ໄດ້ສະແດງໃຫ້ເຫັນວ່າ ວິສາຫະກິດ ຫວຽດນາມ ບໍ່ພຽງແຕ່ໝູນໃຊ້ເທົ່ານັ້ນ, ແຕ່ໄດ້ເລີ່ມພັດທະນາ ເຕັກໂນໂລຊີ ຫຼັກ (Core technology), ເຊິ່ງແມ່ນປັດໄຈຕັດສິນ ເພື່ອການແຂ່ງຂັນໃນໄລ ຍະຍາວ.
ບັນດາຮູບແບບ ເຊັ່ນ: AirXCarbon ຫຼື Vbee AI ໄດ້ສະແດງໃຫ້ເຫັນທ່າອ່ຽງທີ່ຊັດເຈນ: ເສດຖະກິດເອກະຊົນ ຫວຽດນາມ ພວມຫັນປ່ຽນຈາກການຜະລິດ ໄປສູ່ນະວັດຕະກໍາ, ຈາກການເຂົ້າຮ່ວມ ໄປສູ່ກາຍເປັນຜູ້ນຳໜ້າ ໃນບາງຂົງເຂດໃໝ່ ເທື່ອລະກ້າວ.
ຕາມການຕີລາຄາ ຂອງ ບັນດາອົງການຈັດຕັ້ງສາກົນ ເຊັ່ນ: ທະ ນາຄານໂລກ ແລະ ກອງທຶນການເງິນ ສາກົນ (IMF), ມະຕິ 68 ໄດ້ສ້າງແຮງຜັກດັນ ທ່ີສຳຄັນ ໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ຜູ້ຊ່ຽວຊານດ້ານເສດຖະກິດ ເຈິ່ນທິແອັັ໋ງຫງວຽດ (ທະນາຄານໂລກ) ໃຫ້ທັດສະນະວ່າ ການປະກາດໃຊ້ ມະຕິ 68 ໃນເວລານີ້ ແມ່ນການກະກຽມ ທີ່ທັນການ ເພື່ອໃຫ້ ຫວຽດນາມ ຫັນປ່ຽນຢ່າງແຂງແຮງ ເຂົ້າສູ່ຍຸກສະໄໝ ດີຈີຕອນ ແລະ ເສດຖະກິດ ສີຂຽວ.
ຖິງຢ່າງໃດກໍຕາມ, ພະລັງແຮງ ເຕີບໂຕຂອງໄລຍະໃໝ່ ບໍ່ພຽງແຕ່ຕັ້ງຢູ່ທີ່ກົນໄກລະບຽບການເທົ່ານັ້ນ, ແຕ່ຍັງແມ່ນການຫັນເປັນ ດີຈີຕອນ, ເຊິ່ງແມ່ນປັດໄຈ ທີ່ພວມເຄື່ອນໄຫວ ຄືກັບ “ລະບົບບໍລິຫານໃໝ່”
ຂອງ ພື້ນຖານເສດຖະກິດ. ການຫັນເປັນ ດີຈີຕອນ ໄດ້ຊ່ວຍໃຫ້ວິສາຫະກິດ ປັບປຸງການຜະລິດ ໃຫ້ດີທີ່ສຸດ, ເຊື່ອມຕໍ່ຕະຫຼາດ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າ ໃນຕ່ອງໂສ້ມູນຄ່າທົ່ວໂລກ.
ໃນດ້ານກົນໄກລະບຽບການ, ມະຕິ 68 ໄດ້ມີບົດບາດເປີດທາງ, ສ້າງຄວາມເຊື່ອໝັ້ນ ແລະ ສະພາບແວດລ້ອມ ທີ່ໂປ່ງໃສ ເພື່ອໃຫ້ວິສາຫະກິດ ພັດທະນາ. ຊ່ຽວຊານດ້ານເສດຖະກິດ ບຸ່ຍກ໋ຽນແທ່ງ ໃຫ້ທັດສະນະວ່າ ມະຕິ 68 ໄດ້ແຕະຖືກ “ເສັ້ນເລືອດໃຫຍ່” ຂອງພື້ນຖານເສດຖະກິດ. ຕາມທ່ານແລ້ວ, ແຫຼ່ງກຳລັງແຮງພາຍໃນ ຂອງປະຊາຊົນ ແມ່ນມະຫາສານ ແຕ່ຜ່ານມາໄດ້ຖືກກີດກັ້ນດ້ວຍສິ່ງກີດຂວາງດ້ານຈິດໃຈ ແລະ ກົນໄກລະບຽບການ. ເມື່ອຄວາມເຊື່ອໝັ້ນ ໄດ້ຮັບການປັບປຸງໃຫ້ແໜ້ນແຟ້ນ, ນັກທຸລະກິດ ພ້ອມແລ້ວທີ່ຈະນຳເອົາແຫຼ່ງກຳລັງແຮງ ຂອງຕົນ ເຂົ້າໃນການລົງທຶນ ແລະ ປ່ຽນໃໝ່ປະດິດສ້າງ. ລັດບໍ່ໄດ້ເຮັດແທນວິສາຫະກິດ ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນການສ້າງຄວາມເຊື່ອໝັ້ນ, ເຊິ່ງແມ່ນ “ຕົ້ນທຶນ” ປະເພດໜຶ່ງ ທີ່ມີພະລັງແຜ່ຂະຫຍາຍແຮງກວ່າທຸກບຸລິມະສິດດ້ານການເງິນໃດໆ.
ທັດສະນະດັ່ງກ່າວ ຍັງໄດ້ຮັບແຮງສະໜັບສະໜູນ ຈາກບັນດາອົງການຈັດຕັ້ງ ການລົງທຶນ ແລະ ສຳນັກງານກົດໝາຍສາກົນ, ເມື່ອພວກເຂົາຕີລາຄາສູງ ຕໍ່ກັບຄວາມໂປ່ງໃສ ແລະ ຄວາມປອດໄພດ້ານນິຕິກຳ ທີ່ມະຕິ 68 ນຳມາໃຫ້. ເມື່ອສິ່ງກີດຂວາງ ດ້ານຈິດໃຈ ໄດ້ຮັບການປັດເປົ່າ, ວິສາຫະກິດເອກະຊົນ ກໍສາມາດ ມີຄວາມໝັ້ນໃຈຕິດຕາມບັນດາໂຄງການໄລຍະຍາວ ແລະ ມີຂະໜາດໃຫຍ່.
ໃນພາບລວມທັງໝົດ, ກົນໄກລະບຽບການ ແລະ ການຫັນເປັນ ດີຈີຕອນ ພວມສ້າງເປັນສອງເສົາຄ້ຳ ທີ່ໄປຄຽງຄູ່ກັນ: ຝ່າຍໜຶ່ງແມ່ນເປີດທາງ, ອີກຝ່າຍໜຶ່ງແມ່ນນຳພາ. ການສົມທົບກັນນີ້ ພວມກຳນົດໄລຍະ ແຫ່ງການພັດທະນາໃໝ່ ຂອງເສດຖະກິດ ຫວຽດນາມ.
ນັບຕັ້ງແຕ່ບັນດາເຂດອຸດສາຫະກຳ ລວມສູນຢູ່ ຈູລາຍ ໄປຈົນເຖິງບັນດາ Startup ເຕັກໂນໂລຊີ ແລະ ວິສາຫະກິດສີຂຽວ, ຫວຽດນາມ ທີ່ຫ້າວຫັນພວມຄ່ອຍໆ ປະກົດຕົວ ໃຫ້ເຫັນຢ່າງຊັດເຈນ, ບໍ່ພຽງແຕ່ມີການເຕີບໂຕ ຢ່າງວ່ອງໄວເທົ່ານັ້ນ, ແຕ່ຍັງມຸ່ງໄປສູ່ການສ້າງສັນ, ຄວາມຍືນຍົງ ແລະ ການເຊື່ອມໂຍງຢ່າງກວ້າງຂວາງເລິກເຊິ່ງ. ແລະ ໃນການເດີນທາງນັ້ນ, ເມື່ອກຳລັງແຮງພາຍໃນ ໄດ້ຮັບການປົດປ່ອຍ ແລະ ເຄື່ອນໄຫວບົນພື້ນຖານ ດີຈີຕອນ, ຄວາມມຸ່ງຫວັງ ຫວຽດນາມ ຮັ່ງມີເຂັ້ມແຂງ ໃນປີ 2045 ແມ່ນພວມກ້າວເຂົ້າໃກ້ກວ່າເວລາໃດໝົດ.
ບົດ: ຮວ່າງເຕ້ວຍີ/VNP - ພາບ: ກົງດາດ, ເອກະສານ - ແປໂດຍ: ບິກລຽນ





















