• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຖະ​ໜົນ​ຍາມ​ຄ່ຳ​ຄືນ​ຢູ່​ນະ​ຄອນ ເຫ້ວ-ການ​ຂຸດ​ຄົ້ນ​ເສດ​ຖະ​ກິດ ຕິດ​ພັນ​ກັບ​ການ​ຮັກ​ສາ​ສີ​ສັນ​ມໍ​ລະ​ດົກ.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພ້ອມ​ກັບບັນ​ດາ​ລາຍ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ອາ​ຫານ​ການ​ກິນ, ຖະ​ໜົນ​ຍາມ​ຄ່ຳ​ຄືນຫຼາຍ​ສາຍ​ຢູ່​ນະ​ຄອນ ເຫ້ວ ໄດ້​ຮັບການສ້າງ​ຂຶ້ນ ຊື່ງ​ສ້າງ​ໃຫ້​ມີ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພິ​ເສດ​ຍາມ​ຄ່ຳ​ຄືນ​ໃນ​ບໍ​ລິ​ເວນ​ນະ​ຄອນ. ຮູບ​ແບບນີ້ ບໍ່​ພຽງ​ແຕ່​ໄດ້​ສ້າງ​ຈຸດ​ນັດ​ພົບ​ໃຫ້​ແກ່ ປ​ຊ​ຊ ແລະ ແຂກ​ທ່ອງ​ທ່ຽວ​ຕື່​ມ​ອີກ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເປີ​ດ​ທິດ​ຂຸດ​ຄົ້ນ​ເສດ​ຖະ​ກິດ​ເສດ​ຖະ​ກິດ​ຍາມ​ຄ່ຳ​ຄື​ນ​ໃຫ້​ແກ່​ນະ​ຄອນ​ອີກ​ດ້ວຍ.

ໃນ​ທ້າຍ​ເດືອນ​ເມສາ ​ທີ່​ຜ່ານ​ມາ, ລາຍ​ການ “ງານລ້ຽງ​ອາ​ຫານຄ່ຳໃນ​ພະ​ລາ​ຊະ​ວັງ” ​ຖືກ​ຈັດ​ຂຶ້ນ​ຢູ່​ໂຮງ​ລະ​ຄອນ ຢ​ວຽດ​ທິ​ເດື​່ອງ, ພະ​ລາ​ຊະ​ວັງ ເຫ້ວ ໄດ້​ດຶ​ງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼາຍ, ປະ​ກອບ​ສ່ວນເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ​ຂອງ​ເຂດ​ກຸງ​ເກົ່າ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ. ໃນ​ໂອ​ກາດນີ້, ລາຍ​ການ “ພະ​ລາ​ຊະ​ວັງ​ແຫ່ງ​ເທບ​ນິ​ຍາຍ” ກໍ່ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ຈັດ​ທົດ​ລອງ​ໃນ​ຍາມ​ກາງ​ຄືນ​ຢູ່​ພະ​ລາ​ຊະ​ວັງ ເຫ້ວ ຊື່ງໄດ້ດຶ​ງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ ປ​ຊ​ຊ ແລະ ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ. ເລື່ອງ​ເປີດ​ປະ​ຕູ​ໂດຍບໍ່​ເກັບ​ຄ່າ ໄດ້​ຊ່ວຍ​ໃຫ້​ມະ​ຫາ​ຊົນ​ມີ​ໂອ​ກາດ​ເຂົ້າ​ຢ້ຽມ​ຊົມ​ເຂດ​ພະ​ລາ​ຊະ​ວັງ​ໃນຍາມ​ຄ່ຳ​ຄືນ ຊື່ງ​ແມ່ນ​ການ​ລົງ​ຕົວ​ຈິງ​ທີ່​ກ່ອນນີ້​ຖືກ​ຈຳ​ກັດ. ເອື້ອຍ ຫງວຽນ​ເຍິດກວິງ ແຂກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ການ​ລົງ​ຕົວ​ຈິງແບ່ງ​ປັນ​ວ່າ

ເປັນ​ຄັ້ງ​ທຳ​ອິດທີ່​ນ້ອງ​ໄດ້​ເຂົ້າ​ຮ່ວມ, ມີຫຼາຍ​ໂອ​ກາດ​ເພື່ອ​ລົງ​ຕົວ​ຈິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຍາມ​ຄ່ຳ​ຄືນ, ພິ​ເສດ​ແມ່ນ​ໃນ​ພະ​ລາ​ຊະ​ວັງ ເຫ້ວ ຄື​ແນວນີ້. ເຫ້ວ ມີຫຼາຍ​ປັດ​ໄຈ​ທີ່​ສາ​ມາດ​ພັດ​ທະ​ນາ​ກວ່າອີກ​ກ່ຽວ​ກັບ​ດ້ານ​ຮ່ອງ​ຮອຍ​ປະ​ຫວັດ​ສາດ, ມໍ​ລະ​ດົກ, ຊື່ງ​ອາດສາ​ມາດແຜ່​ກະ​ຈາຍ​ຄຸນ​ຄ່ານີ້​ໄປ​ຍັງ​ເພື່ອ​ນມິດ​ສາ​ກົນ.

ຖະ​ໜົນ​ຍາມ​ຄ່ຳ​ຄືນ​ພະ​ລາ​ຊາ​ວັງ ເຫ້ວ ໄດ້ໄຂ​ຂຶ້ນ​ນັບ​ແຕ່​ທ້າຍ​ເດືອນ​ເມ​ສາ ​ປີ 2022, ​ເຄື່ອນ​ໄຫວ​ແຕ່​ເວ​ລາ 19-23 ໂມງ​ຂອງ​ທຸກວັນ​ສຸກ, ວັນ​ເສົາ ຊື່ງໄດ້​ສ້າງ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ທ່ອງ​ທ່ຽວ ເຫ້ວ ​ຍາມ​ຄ່ຳ​ຄືນ. ຖະ​ໜົນ​ຍາມ​ຄ່ຳ​ຄືນ​ພະ​ລາ​ຊາ​ວັງ ເຫ້ວ ແມ່ນ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ສົມ​ທົບ​ລະ​ຫວ່າງ​ຖະ​ໜົນ​ຍ່າງ ແລະ ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ບັນ​ດາ​ເຂດ​ວາງ​ສະ​ແດງ, ຂາຍ​ຜະ​ລິດ​ຕະ​ພັນ​ອາ​ຊີບ​ພື້ນ​ເມືອງ ແລະ ອາ​ຫານ​ການ​ກິນ ເຫ້ວ. ຢູ່​ທີ່ນີ້​ມີ​ເວ​ທີ​ສະ​ແດງ​ຕົ້ນ​ຕໍ 3 ເວທີ, ສະ​ຖານ​ທີ່​ສະ​ແດງ​ຊຸມ​ຊົນ 4 ຈຸດ ແລະ ຮ້ານ​ຂາຍ​ເຄື່ອງ, ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ພື້ນ​ເມືອງ 27 ຮ້ານ ພ້ອມ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ພົນ​ລະ​ເມືອງ.

ພ້ອມ​ກັນ​ນັ້ນ, ນະ​ຄອນ​ ເຫ້ວ ກໍ່ໄດ້​ລົງ​ທຶນ​ລະ​ບົບ​ໄຟສະຫວ່າງສິ​ລະ​ປະ ແນ​ໃສ່​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ຄ່າ​ມໍ​ລະ​ດົກ, ຊຸກ​ຍູ້​ການ​ພັດ​ທະ​ນາ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ບໍ​ລິ​ການ, ການ​ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ​ໃນ​ບໍ​ລິ​ເວນ. ປ້າ ໂຮ່​ທິ​ກີມ​ກຸກ ຊາວ​ນະ​ຄອນ ເຫ້ວ ແບ່ງ​ປັນ​ວ່າ:

ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນະ​ໂຍ​ບາຍ​ດັດ​ປັບ​ເຂດ​ອ້ອມ​ແອ້ມ​ພະ​ລາ​ຊະ​ວັງ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ​ແມ່ນ​ໜຶ່ງ​ໃນ​ບັນ​ດາຂະ​ແໜງ​ປາຍ​ແຫຼມ​ຂອງ​ແຂວງ, ນີ້ແມ່ນ​ນະ​ໂຍ​ບາຍ​ທີ່​ດີ​ທີ່​ສຸດ, ຕ້ອງ​ພັດ​ທະ​ນາ​ກວ່າອີກ.

ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຍາມ​ຄ່ຳ​ຄືນໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ບໍ​ລິ​ການ​ເທົ່າ​ນັ້ນ ຫາກ​ຍັງ​ໄ​ດ້ສ້າງພາບ​ພົດ​ນະ​ຄອນ ເຫ້ວ-ຕົວ​ເມືອງ​ມໍ​ລະ​ດົກ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນເປັນ​ເທື່ອ​ລະ​ກ້າວ ພ້ອມ​ທັງ​ນຳ​ມາ​ເຊິ່ງ​ບັນ​ດາ​ການ​ລົງ​ຕົວ​ຈິງ​ທີ່​ມີຫຼາຍ​ຮູບຫຼາຍ​ແບບ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງ​ຍາມ​ກາງ​ເວັນ ແລະ ກາງ​ຄືນ. ທ່ານ ເຈິ່ນ​ຫີ້ວ​ຖຸ່ຍ​ຢາງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ນະ​ຄອນ ເຫ້ວ ໃຫ້​ຮູ້​ວ່າ:

ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຍາມ​ຄ່ຳ​ຄືນໃນ​ບໍ​ລິ​ເວນ​ນະ​ຄອນ ເຫ້ວ ອາດ​ເວົ້າ​ໄດ້​ວ່າ ບໍ່​ທັນ​ໄດ້​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ເທື່ອ. ເຂດ​ຖະ​ໜົນ​ຍ່າງ ຟ້າມ​ງູ້​ລາວ-ຈູ​ວັນ​ອານ-ຫວໍ້​ທິ​ເສົາ ພວມ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທີ່​ສຸດ. ທາງ​ນະ​ຄອນ​ພວມ​ສຳຫຼວດກວດ​ຄືນ, ຕີ​ລາ​ຄາ​ຄືນ​ບັນ​ດາ​ເຂດ​ຖະ​ໜົນ​ຍາມ​ຄ່ຳ​ຄືນ ເພື່ອ​ມີ​ມາດ​ຕະ​ການ​ທີ່​ເໝາະ​ສົມ.

ໃນ​ເວ​ລາ​ຈຸດ​ສຸມ, ແຕ່​ລະ​ຄືນກໍ່​ມີ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ແຕ່ 15.000-20.000 ເທື່ອ​ຄົນ​ມາ​ຢ້ຽມ​ຊົມ​ເຂດ​ພະ​ລາ​ຊະ​ວັງ ເຫ້ວ. ບັນ​ດາ​ລາຍ​ການຢ້ຽມຊົມ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານ​ໃນ​ຍາມ​ກາງ​ຄືນ ສົມ​ທົບ​ກັບ​ການ​ສະ​ແດງ​ສີ​ລະ​ປະ​ໃນ​ວັງ, ຊື່ງ​ໄດ້​ວາດ​ພາບ​ຄືນ​ພິ​ທີ​ກຳ​ພື້ນ​ເມືອງ, ການ​ຮັບ​ປະ​ທານ​ອາ​ຫານ​ພື້ນ​ເມືອງ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ໄຟ​ສະ​ຫວ່າງ ໄດ້ ແລະ ພວມ​ນຳ​ມາ​ເຊິ່ງ​ບັນ​ດາ​ຄວາມ​ຮູ້​ສຶກ​ທີ່​ໃໝ່​ອ່ຽມ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ທ່ານ ຮວ່າງ​ຫວຽດ​ຈຸງ, ຜູ້ອ​ຳນ​ວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ ເຫ້ວ ໃຫ້​ຮູ້​ວ່າ:

ທາງ​ນະ​ຄອນກໍ່​ຄື​ສູນ​ປາດ​ຖະ​ໜາ​ວ່າ ​ຈະ​ມີ​ສະ​ຖານ​ທີ່​ເຄື່ອນ​ໄຫວ​ເປັນ​ປະ​ຈຳ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທີ່ພາແຂກ​ມາ​ຈະ​ມີ​ການ​ບໍ​ລິ​ການ​ລົງ​ຕົວ​ຈິງ​ຍາມ​ກາງ​ຄືນ. ຈຸດ​ປະ​ສົງ​ແມ່ນ​ເພີ່ມ​ເວ​ລາ​ພັກ​ເຊົ່າ, ເພີ່ມ​ການ​ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ.

ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພື້ນ​ທີ່ເສດ​ຖະ​ກິດ​ຍາມ​ຄ່ຳ​ຄືນ​ຂອງ ເຫ້ວ ​ໄດ້​ຮັບ​ການ​ເປີດ​ກ້​ວາງ​ອອກ​ສູ່​ແຄມຝັ່ງ​​ທາງ​ທິດ​ເໜືອ​ຂອງແມ່​ນ້ຳ ​ເຮືອງ, ເຊື່ອມ​ຕໍ່​ກັບ​ສວນ​ສາ​ທາ​ລະ​ນະ ເທືອງ​ບາກ ໄປຮອດ​ຕະຫຼາດ ດົງ​ບາ, ຖະ​ໜົນ​ເກົ່າ ຢາ​ໂຮ້ຍ, ພັດ​ທະ​ນາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄ້າ​ຂາຍ, ຮ້ານ​ກິນ​ດື່ມ ແລະ ການ​ທ່ອງ​ທ່ຽວ​ທາງ​ນ້ຳ ຕິດ​ພັນ​ກັບ​ບົດເພງ ເຫ້ວ ຢູ່​ແມ່​ນ້ຳ ເຮືອງ.​ ສູນ​ອະ​ນຸ​ລັກ​ຮັກ​ສາ​ເຂດ​ປູສະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ ເຫ້ວ ຈະ​ສືບ​ຕໍ່​ຄົ້ນ​ຄ້​ວາ, ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຍາມ​ກາງ​ຄືນໃຫ້​ສຳ​ເລັດຕາມ​ຂັ້ນ​ຕອນ​ທີ່​ເໝາະ​ສົມ, ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ ແລະ ສ້າງ​ກຳ​ລັງ​ດຶງ​ດູດ​ໃໝ່​ຕື່ມ​ອີກ./.

(ແຫຼ່ງຄັດຈາກ VOV)

ເສດ​ຖະ​ກິດກາງຄືນ-ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ນະ​ຄອນ ໂຮ່​ຈິ​ມິນ

“ເສດ​ຖະ​ກິດກາງຄືນ”-ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ນະ​ຄອນ ໂຮ່​ຈິ​ມິນ

ນະ​ຄອນ ໂຮ່​ຈິ​ມີນ ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ດ້ານ​ຂອບ​ຂະ​ໜາດ​ພົນ​ລະ​ເມືອງ, ການ​ທ່ອງ​ທ່ຽວ ແລະ ກຳ​ລັງ​ແຮງ​ຕົວ​ເມືອງ ພ້ອມ​ກັບ​ຄວາມ​ຕ້ອງ​ການ​ບັນ​ເທິງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ ປ​ຊ​ຊ ແລະ ແຂກ​ທ່ອງ​ທ່ຽວ, ດັ່ງ​ນັ້ນ, ນະ​ຄອນ ໂຮ່​ຈິ​ມີນ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ “ເສດ​ຖະ​ກິດ​ກາງຄືນ”. ການ​ສ້າງ​ກົນ​ໄກ​ປະ​ສານ​ງານ, ວາງ​ແຜນ​ຜັງ, ຄຸ້ມ​ຄອງກໍ່​ຄື​ການ​ພັດ​ທະ​ນາ, ທາງ​ນະ​ຄອນ​ພວມ​ມາ​ນະ​ພະ​ຍາມ​ນຳ “ເສດ​ຖະ​ກິດກາງຄືນ” ກາຍ​ເປັນທ່າ​ໄດ້​ປຽບ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ. 

Top