ປ່ຽນແປງໃໝ່ ຈິນຕະນາການດຶງດູດ FDI
ໃນໄລຍະຈະມາເຖິງ, ຫວຽດນາມ ຈະໃຫ້ບຸລິມະສິດແກ່ການດຶງດູດບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຕັກໂນໂລຢີສູງ, ມີປະລິມານນະວັດຕະກຳຫຼາຍ
ມະຕິສະບັບເລກທີ 10 – NQ/TW ກ່ຽວກັບການພັດທະນາເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ໂດຍກົມການເມືອງ ຫາກໍ່ປະກາດໃນວັນທີ 8 ມິຖຸນາ 2026 ໄດ້ສືບຕໍ່ຢັ້ງຢືນບົດບາດສຳຄັນຂອງຂົງເຂດລົງທຶນຕ່າງປະເທດສຳລັບການເຕີບໂຕ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະໃໝ່. ນີ້ບໍ່ພຽງແຕ່ແມ່ນການກຳນົດທິດພັດທະນາສຳລັບຂົງເຂດເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ເທົ່ານັ້ນ, ຫາກຍັງແມ່ນນະໂຍບາຍຊີ້ຂາດຍຸດທະສາດ ແນໃສ່ຍົກສູງຄຸນນະພາບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ຊຸກຍູ້ວິວັດທະນາການຫັນເປັນປະເທດທັນສະໄໝອີກດ້ວຍ.
ໃນໄລຍະຈະມາເຖິງ, ຫວຽດນາມ ຈະໃຫ້ບຸລິມະສິດແກ່ການດຶງດູດບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຕັກໂນໂລຢີສູງ, ມີປະລິມານນະວັດຕະກຳຫຼາຍ, ມີຄວາມອາດສາມາດຂະຫຍາຍເຕັກໂນໂລຢີ ແລະ ສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນກັບພາກສ່ວນວິສາຫະກິດພາຍໃນປະເທດ. ນີ້ແມ່ນການກຳນົດທິດທີ່ສຳຄັນໃນຍຸດທະສາດດຶງດູດເງິນລົງທຶນຈາກຕ່າງປະເທດລຸ້ນໃໝ່.
ໃຫ້ບຸລິມະສິດແກ່ການດຶງດູດບັນດາໂຄງການ FDI ເຕັກໂນໂລຢີສູງ
ມະຕິໄດ້ວາງອອກຫຼາຍເປົ້າໝາຍລະອຽດສຳລັບການເຄື່ອນໄຫວດຶງດູດການລົງທຶນຈາກຕ່າງປະເທດ ໄລຍະ 2026 – 2031; ໃນນັ້ນ, ທຶນຈົດທະບຽນທັງໝົດໃນແຕ່ລະປີ ສູ້ຊົນບັນລຸແຕ່ 40 – 50 ຕື້ USD; ທຶນປະຕິບັດບັນລຸປະມານ 30 – 40 ຕື້ USD ຕໍ່ປີ. ພິເສດ, ແຫຼ່ງທຶນຈາກຕ່າງປະເທດປະມານ 75% ຈະໄດ້ຮັບການກຳນົດທິດດຶງດູດບັນດາຄູ່ຮ່ວມມືທີ່ນອນໃນກຸ່ມບັນດາປະເທດພັດທະນາ, ບັນດາພື້ນຖານເສດຖະກິດທີ່ມີເຕັກໂນໂລຢີສູງ, ມີຄວາມສາມາດນະວັດຕະກຳຢ່າງແຮງ ແລະ ມີລະດັບການບໍລິຫານທີ່ທັນສະໄໝ.
ໄປຄຽງຄູ່ກັບບັນດາເປົ້າໝາຍກ່ຽວກັບຂອບຂະໜາດ, ມະຕິສະບັບນີ້ກໍໄດ້ມຸ່ງໄປເຖິງການຍົກສູງຄຸນນະພາບກະແສທຶນ FDI, ແກ້ໄຂບັນດາຂໍ້ຈຳກັດທີ່ຍັງຄົງຄ້າງໃນໄລຍະຜ່ານມາ. ມະຕິສະບັບນີ້ກໍຍົກອອກບັນດາທັດສະນະຊີ້ນຳກ່ຽວກັບການພັດທະນາພາກສ່ວນເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດໃນໄລຍະຈະມາເຖິງ, ໃນນັ້ນ "ຫັນຈາກຈິນຕະນາການດຶງດູດທຶນ ໄປສູ່ຈິນຕະນາການພັດທະນາພື້ນຖານລົງທຶນຍຸດທະສາດແຫ່ງຊາດຢ່າງແຮງ; ຄ່ອຍໆຫັນຈາກການໃຫ້ບຸລິມະສິດຕາມສົ້ນເຂົ້າ ໄປສູ່ການໜູນຊ່ວຍທີ່ຕິດພັນກັບຜົນແຫ່ງການປະຕິບັດຄຳໝັ້ນສັນຍາ”. ຕາມທ່ານ ປອ. ຫງວຽນມິງຟອງ ແລ້ວ, ສິ່ງດັ່ງກ່າວມີຄວາມໝາຍສຳຄັນໃນການດຶງດູດການລົງທຶນ FDI ລຸ້ນໃໝ່, ທີ່ມີຄຸນນະພາບສູງ.
“ນີ້ແມ່ນການຊີ້ນໍາສຳຄັນເປັນພິເສດ, ໂດຍຊີ້ໃຫ້ເຫັນການບຸກທະລຸໃນຈິນຕະນາການຊີ້ນຳຂອງພັກ ກໍຄືໃນການກຳນົດທິດແຜນການ ແລະ ບັນດາມາດຕະການພັດທະນາດຶງດູດ FDI, ພິເສດແມ່ນເຕັກໂນໂລຢີ. ການພັດທະນາແບບຍືນຍົງ ແລະ ສ້າງມາດຕະຖານຄັດເຂ່ຍບັນດາໂຄງການທີ່ບໍ່ເໝາະສົມກັບເປົ້າໝາຍ, ພິເສດແມ່ນຕິດພັນກັບບັນດາໝາກຜົນທີ່ບັນລຸໄດ້, ແທນໃຫ້ບັນດາຄຳໝັ້ນສັນຍາດຶງດູດການລົງທຶນແບບ “ປູພົມແດງ”, ດ້ວຍທຸກວິທີທາງ. ເວົ້າແນວອື່ນ, ນີ້ແມ່ນການສ້າງລະບົບນິເວດ ດ້ວຍບຸລິມະສິດອີງໃສ່ເປົ້າໝາຍ, ກຳນົດທິດປະເທດພັດທະນາແບບຍືນຍົງ ບົນພື້ນຖານໝາກຜົນການປະກອບສ່ວນຕົວຈິງຂອງຂົງເຂດ FDI. ນີ້ແມ່ນມາດຕະຖານດີທີ່ສຸດໃນໄລຍະຈະມາເຖິງ ເພື່ອໃຫ້ພວກເຮົາຊອກໄດ້ ແລະ ມີບັນດາໂຄງການ FDI ທີ່ມີປະສິດທິຜົນຢ່າງແທ້ຈິງ”.
ການຜັນຂະຫຍາຍ
ເພື່ອບັນລຸເປົ້າໝາຍດຶງດູດບັນດາໂຄງການ FDI ລຸ້ນໃໝ່ໃຫ້ໄດ້ນັ້ນ, ຫວຽດນາມ ຕ້ອງຜັນຂະຫຍາຍຫຼາຍມາດຕະການພ້ອມກັນ, ຈາກການການຍົກສູງອັດຕາສ່ວນການຫັນເປັນພາຍໃນປະເທດ, ເພີ່ມທະວີການເຂົ້າຮ່ວມຂອງວິສາຫະກິດຢູ່ພາຍໃນປະເທດ ໃນລະບົບຕ່ອງໂສ້ການສະໜອງຂອງວິສາຫະກິດ FDI ຕະຫຼອດຮອດການຫັນທິດດຶງດູດການລົງທຶນຈາກຕ່າງປະເທດ ຈາກການໃຫ້ບູລິມະສິດດ້ານຈຳນວນ ໄປສູ່ການຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຊີສູງ, ນະວັດຕະກຳ ແລະ ການພັດທະນາແບບຍືນຍົງເປັນສຳຄັນ. ທ່ານນາງ ດ່າວແທັງເຮືອງ, ຮອງຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງການເງິນ ຫວຽດນາມ, ໃຫ້ຮູ້ວ່າ:
“ພາຍຫຼັງມະຕິໄດ້ຮັບການປະກາດໃຊ້, ທາງກົມ, ກະຊວງການເງິນກໍພວມສ້າງຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບໂຄງການກະທຳ ເພື່ອປະຕິບັດມະຕິເລກທີ 10 ແລະ ຄາດວ່າ ມະຕິຈະໄດ້ຍື່ນສະເໜີໃນເດືອນ ຕຸລາ ຢູ່ສະໄໝປະຊຸມຂອງສະພາແຫ່ງຊາດ ຫວຽດນາມ ທີ່ຈະມາເຖິງ. ຫຼັງຈາກນັ້ນ ກໍ່ຍື່ນສະເໜີຕໍ່ລັດຖະບານ ໂຄງການກະທຳ ທີ່ມອບໃຫ້ບັນດາກະຊວງ, ຂະແໜງການ,
ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍບັນດາມາດຕະການແກ້ໄຂ, ເພື່ອບັນລຸເປົ້າໝາຍເຊິ່ງມະຕິໄດ້ວາງອອກ, ຍ້ອນກ່ຽວຂ້ອງເຖິງຫຼາຍກະຊວງ, ຂະແໜງການ”. ອາດເວົ້າໄດ້ວ່າດ້ວຍພາກສຸດທ້າຍກ່ຽວກັບນະໂຍບາຍ FDI ນີ້, ຫວຽດນາມ ຈະມີກຳລັງແຮງສັງລວມໃຫ້ທັງ 3 ພາກສ່ວນ: ເສດຖະກິດພາກເອກກະຊົນ, ເສດຖະກິດພາກລັດ ແລະ ເສດຖະກິດ FDI ເພື່ອສ້າງກຳລັງໜູນເຕີບໂຕທີ່ລື່ນກາຍຢ່າງເຫັນໄດ້ຊັດ. ຈາກນັ້ນ, ຊ່ວຍ ຫວຽດນາມ ບໍ່ພຽງແຕ່ບັນລຸໄດ້ລະດັບເຕີບໂຕ 2 ຕົວເລກຢ່າງໄວເທົ່ານັ້ນ, ຫາກຍັງຫຼຸດພົ້ນອອກຈາກລະດັບລາຍຮັບປານກາງ, ຈາກນັ້ນ ສ້າງເປັນພື້ນຖານທີ່ກ້າວໜ້າ, ທັນສະໄໝ, ມີປະສິດທິຜົນ ແລະ ເຊື່ອມໂຍງແບບຍືນຍົງກວ່າ.



